ຄວາມລັບຂອງ ພັກກອມມູນິດຫວຽດນາມ ແມ່ນສາຍທາງການເມືອງທີ່ໝັ້ນຄົງ ແລະ ການສະໜັບສະໜູນຂອງປະຊາຊົນ.
ເລື່ອງດັ່ງກ່າວແມ່ນຄຳຢືນຢັນຂອງທ່ານ Renato Darsie, ປະທານສະມາຄົມມິດຕະພາບອີຕາລີ - ຫວຽດນາມ ປະຈຳພາກພື້ນ Veneto ທີ່ໃຫ້ສຳພາດຕໍ່ນັກຂ່າວ VNA ຢູ່ ອີຕາລີ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງ. ພັກກອມມູນິດຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2025).
ທ່ານ Darsie ເນັ້ນໜັກວ່າ: ພັກກອມມູນິດຫວຽດນາມ ເກີດໃນປີ 1930 ດ້ວຍຈຸດປະສົງເພື່ອຮັດແໜ້ນສາຍທາງການເມືອງຂອງປະເທດ ເພື່ອຂັບໄລ່ພວກລ່າເມືອງຂຶ້ນຝຣັ່ງ ທີ່ຍຶດຄອງ, ອັບອາຍຂາຍໜ້າ ແລະສ້າງຄວາມທຸກຍາກໃຫ້ແກ່ປະຊາຊົນຫວຽດນາມ. ປະຈຸບັນ, ພາຍຫຼັງ 95 ປີແຫ່ງການນຳພາຂອງພັກ, ຫວຽດນາມ ແມ່ນປະເທດທີ່ຈະເລີນຮຸ່ງເຮືອງ, ເສລີ, ເປັນເອກະພາບ ແລະ ມີຄວາມສະຫງົບສຸກ ກັບບັນດາປະເທດໃນໂລກ.
ໃນໄລຍະຕ່າງໆຂອງຂະບວນການດັ່ງກ່າວ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຍຶດໝັ້ນແນວທາງ ການເມືອງ ທີ່ເປັນເອກະພາບໂດຍກົງກັບສະຖາບັນ, ສັງຄົມ ແລະ ປະຊາທິປະໄຕສູງສຸດ ເພື່ອແນໃສ່ຊຸກຍູ້ການເຕົ້າໂຮມຜົນປະໂຫຍດທີ່ແຕກຕ່າງກັນຂອງສັງຄົມຫວຽດນາມ ນັບແຕ່ເສດຖະກິດເຖິງເຂດດິນແດນ ແລະ ສັງຄົມ.
ພາຍຫຼັງການໂຮມປະເທດເປັນເອກະພາບແລ້ວ, ຫວຽດນາມໄດ້ມີການປ່ຽນແປງທາງດ້ານປະຊາກອນຢ່າງຫຼວງຫຼາຍ, ດ້ວຍຈຳນວນປະຊາກອນເພີ່ມຂຶ້ນຈາກ 34 ລ້ານຄົນໃນປີ 1975 ຂຶ້ນເປັນ 95 ລ້ານຄົນໃນປະຈຸບັນ. ການຊອກຫາຄວາມສາມັກຄີຂອງປະຊາຊົນໃນອະນາຄົດຂອງປະເທດໄດ້ສືບຕໍ່ໃນໄລຍະສ້າງສາຄືນໃໝ່, ມຸ່ງໄປເຖິງການສ້າງເຮືອນຢູ່, ເມືອງ, ໂຮງຮຽນ ແລະ ວຽກເຮັດງານທຳໃຫ້ທຸກຄົນ. ນີ້ໝາຍຄວາມວ່າພ້ອມກັບປະຊາຊົນ, ພັກກອມມູນິດຫວຽດນາມ ໄດ້ຮັບຜົນສຳເລັດໃນການນຳເອົາການປ່ຽນແປງຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນຫວຽດນາມເອງ.
ຜົນງານ “ບາງບັນຫາທິດສະດີ ແລະ ພາກປະຕິບັດກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງສູ່ສັງຄົມນິຍົມຫວຽດນາມ” ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊ່ວຍໃຫ້ພວກຄອມມູນິດອີຕາລີ ແລະ ຄົນທົ່ວໂລກເຂົ້າໃຈວ່າເປັນຫຍັງຕ້ອງສະຫຼຸບສະພາບການປະຈຸບັນຂອງຂະບວນການສ້າງລັດສັງຄົມນິຍົມຢູ່ ຫວຽດນາມ ແລະ ເປັນຫຍັງຕ້ອງສະຫຼຸບຂະບວນການນີ້.
ພັກກອມມູນິດຫວຽດນາມ ໄດ້ຕັ້ງໃຈຮັບປະກັນການປ່ຽນແປງບາງຢ່າງທີ່ເຮັດໃຫ້ເກີດການສໍ້ລາດບັງຫຼວງ ແລະ ການນຳໃຊ້ຮູບການຂອງສະຖາບັນເພື່ອຜົນປະໂຫຍດສ່ວນຕົວ ແມ່ນບໍ່ເປັນອຸປະສັກຕໍ່ການປ່ຽນໃໝ່ປະເທດຊາດ ແລະ ການຜັນຂະຫຍາຍກົນໄກແຫ່ງລັດ.
ຕາມທ່ານ Darsie ແລ້ວ, ພ້ອມກັບຄວາມມານະພະຍາຍາມສືບຕໍ່ປະຕິບັດວຽກງານສາທາລະນະສຸກແຫ່ງຊາດ, ຕອບສະໜອງໄດ້ບັນດາຄວາມຕ້ອງການເງິນເດືອນສູງ, ລະບົບການສຶກສາທີ່ມີຄວາມສາມາດໃນການຝຶກຝົນຫຼໍ່ຫຼອມ, ຄວາມຮູ້ທົ່ວໄປ, ຫວຽດນາມ ຄວນຕໍ່ສູ້ທາງດ້ານການເມືອງຕ້ານກັບວັດທະນະທໍາຕາເວັນຕົກ, ເຊິ່ງໄດ້ຊັກຈູງໃຫ້ຊາວໜຸ່ມ ແລະ ສັງຄົມສ່ວນຫຼວງຫຼາຍກ້າວເຂົ້າສູ່ການບຸກທະລຸທາງດ້ານວັດຖຸ ແລະ ວັດຖຸນິຍົມເປັນແບບຢ່າງສູງສຸດຂອງຄວາມປາດຖະໜາເພື່ອອະນາຄົດທີ່ດີກວ່າຂອງໄວໜຸ່ມ.
ເຊື່ອໝັ້ນວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ປະສົບຜົນສຳເລັດໃນການນຳພາປະເທດໃນຍຸກປ່ຽນແປງໃໝ່, ຍ້ອນການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມຂອງຊາວຫວຽດນາມ.
ທີ່ມາ






(0)