ໃນປີ 2024, ນອກຈາກ AEON Hue ແລະ AEON Ta Quang Buu (HCMC) ທີ່ຫາກໍ່ເປີດແລ້ວ, AEON ຫວຽດນາມ ພວມຈະເປີດ AEON Xuan Thuy General Store ແລະ Supermarket ( ຮ່າໂນ້ຍ ) ໃນໄຕມາດທີ 4.
ພາຍຫຼັງ 10 ປີທີ່ມີໜ້າຢູ່ໃນຕະຫຼາດຫວຽດນາມ, AEON ໄດ້ຂະຫຍາຍບັນດາການເຄື່ອນໄຫວດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ຢືນຢັນທີ່ຕັ້ງຢູ່ຫວຽດນາມ - ແມ່ນຕະຫລາດສຳຄັນທີສອງຂອງກຸ່ມບໍລິສັດ AEON, ຮອງຈາກ ຍີ່ປຸ່ນ. ດ້ວຍຍອດຈຳນວນເງິນລົງທຶນກວ່າ 1,5 ຕື້ USD, AEON ໄດ້ປະຕິບັດຍຸດທະສາດການຈໍາໜ່າຍບັນດາຮູບແບບການຂາຍຍ່ອຍໃຫ້ແທດເໝາະກັບຄວາມຕ້ອງການ ແລະ ພຶດຕິກຳຂອງຜູ້ບໍລິໂພກຫວຽດນາມ ທີ່ມີການປ່ຽນແປງ, ນຳມາເຊິ່ງປະສົບການຊື້ເຄື່ອງທີ່ສະດວກ ແລະ ຍົກສູງວິຖີຊີວິດຂອງລູກຄ້າ.
ໃນປີ 2024, ບໍລິສັດ AEON ຫວຽດນາມ - ບໍລິສັດຮັບຜິດຊອບການຂາຍຍ່ອຍທົ່ວໄປຂອງກຸ່ມບໍລິສັດ AEON ຢູ່ ຫວຽດນາມ, ມີແຜນຈະເປີດຮ້ານຂາຍເຄື່ອງ ແລະ ສັບພະສິນຄ້າທົ່ວໄປທັງໝົດ 04 ແຫ່ງ (GMS & ST). ເດືອນກັນຍາຜ່ານມາ, AEON Ta Quang Buu ໄດ້ເປີດຢ່າງເປັນທາງການ, ຕັ້ງຢູ່ສູນການຄ້າ Parc (ເມືອງ 8, ນະຄອນໂຮ່ຈິມິນ). AEON Ta Quang Buu ເປັນ GMS & ST ມີເນື້ອທີ່ເກືອບ 7,000m2, 2 ຊັ້ນ ມີຜະລິດຕະພັນຄົບວົງຈອນ: ຈາກອາຫານ, ແຟຊັ່ນ ຈົນເຖິງເຟີນີເຈີ.
ທ່ານ Furusawa Yasuyuki, ສະມາຊິກສະພາບໍລິຫານ, ກຸ່ມບໍລິສັດ AEON (ຍີ່ປຸ່ນ) ຮັບຜິດຊອບຕະຫຼາດຫວຽດນາມ ແລະ ຜູ້ອຳນວຍການໃຫຍ່ AEON ຫວຽດນາມ ໄດ້ແບ່ງປັນວ່າ: “AEON ຈະເລັ່ງລັດພັດທະນາເຄືອຂ່າຍ ແລະ ເປີດສະຖານທີ່ດຳເນີນທຸລະກິດໃໝ່, ດ້ວຍເຫດນີ້, ເພີ່ມທະວີ “ຈຸດສຳຜັດ” ກັບລູກຄ້າ, ຜ່ານບັນດາການຂະຫຍາຍລະບົບທຸລະກິດ, AEON ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການບໍລິໂພກຂອງຫວຽດນາມ ຂອງ AEON” ອີກດ້ວຍ.
ບໍ່ຢຸດຢັ້ງຢູ່ AEON Ta Quang Buu, AEON ມີແຜນຈະເປີດ AEON Xuan Thuy ຢູ່ຮ່າໂນ້ຍ ໃນທ້າຍປີ 2024. ດ້ວຍຂະໜາດໃຫຍ່ກວ່າ, ສືບຕໍ່ຮູບແບບຂອງຮ້ານຂາຍເຄື່ອງທົ່ວໄປ ແລະ Supermarket, AEON Xuan Thuy ສັນຍາວ່າຈະກາຍເປັນຈຸດໝາຍປາຍທາງໃໝ່ຂອງຊາວນະຄອນຫຼວງ.
ນອກຈາກນັ້ນ, ຕາມທ່ານ Furusawa Yasuyuki ແລ້ວ, AEON ຫວຽດນາມ ຍັງຕັ້ງໜ້າຊອກຫາສະຖານທີ່ເໝາະສົມ ແລະ ກາລະໂອກາດຮ່ວມມືກັບບັນດາຜູ້ພັດທະນາອະສັງຫາລິມະຊັບຢູ່ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຮູບແບບຂາຍຍ່ອຍຢູ່ບັນດາອາຄານ ແລະ ສູນການຄ້າຂອງບັນດາຄູ່ຮ່ວມມື.
ທີ່ມາ: https://phunuvietnam.vn/aeon-viet-nam-day-manh-mo-hinh-ban-le-lien-tiep-mo-trung-tam-moi-trong-nam-2024-20241011122232772.htm






(0)