ໜັງສືພິມ ABC Color ຂອງ Paraguay ໄດ້ລົງພິມບົດຂຽນຕີລາຄາໝາກຜົນແຫ່ງການຢ້ຽມຢາມ “ປະຫວັດສາດ” ຂອງທ່ານ Javier Gimenez ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ປາຣາກວາຍ ມາຫວຽດນາມ ເມື່ອບໍ່ດົນມານີ້, ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ.

ພາບຫນ້າຈໍຂອງບົດຄວາມ.
ໜັງສືພິມສະບັບນີ້ເຊື່ອໝັ້ນວ່າ ຫວຽດນາມ ແມ່ນຕະຫຼາດການຄ້າທີ່ມີທ່າແຮງຂອງ ປາຣາກວາຍ, ພິເສດແມ່ນບັນດາຜະລິດຕະພັນ ກະເສດ ຄື: ຖົ່ວເຫຼືອງ, ຊີ້ນ.
ກ່ຽວກັບໝາກຜົນຂອງການເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງດິ້ງ ໃນວັນທີ 24/5, ທ່ານລັດຖະມົນຕີ Gimenez ຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ ແລະ ໜູນຊ່ວຍໃຫ້ຄະນະຜູ້ແທນວິສາຫະກິດ ຫວຽດນາມ ພວມກະກຽມໄປ ປາຣາກວາຍ ເພື່ອຊອກຫາກາລະໂອກາດຮ່ວມມື, ແລກປ່ຽນການຄ້າ.
ຕາມທ່ານ Gimenez ແລ້ວ, Paraguay ພວມມານະພະຍາຍາມຊອກຫາ ແລະ ເປີດກວ້າງຕະຫຼາດໃໝ່ເພື່ອສົ່ງອອກຖົ່ວເຫຼືອງ, ຊີ້ນ ແລະ ຜະລິດຕະພັນອື່ນໆ, ພິເສດແມ່ນມຸ່ງໄປເຖິງບັນດາປະເທດສະມາຊິກຂອງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ມີປະຊາກອນ 700 ລ້ານຄົນ, ໃນນັ້ນມີຫວຽດນາມ.
ທ່ານລັດຖະມົນຕີ Gimenez ກໍ່ມີການພົບປະເຈລະຈາກັບບັນດາວິສາຫະກິດ ຫວຽດນາມ, ໃນນັ້ນມີຜູ້ຕາງໜ້າກຸ່ມບໍລິສັດໂທລະຄົມ Viettel , ແມ່ນໜຶ່ງໃນບັນດາກຸ່ມໂທລະຄົມໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.
ທ່ານລັດຖະມົນຕີ Gimenez ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເລັ່ງລັດການເຈລະຈາສັນຍາການຄ້າເສລີລະຫວ່າງຕະຫຼາດຮ່ວມພາກໃຕ້ (Mercosur) ແລະ ຫວຽດນາມ. ໃນຖານະເປັນປະທານໝູນວຽນຂອງ Mercosur ໃນປີ 2024, Paraguay ຈະສົ່ງເສີມບັນຫານີ້ຢ່າງຈິງຈັງ.
Paraguay ແມ່ນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ ອາເມລິກາລາຕິນ. ວົງເງິນການຄ້າລະຫວ່າງສອງປະເທດໃນປີ 2023 ບັນລຸກວ່າ 280 ລ້ານ USD, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ປີ 2022.
ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງ ປາຣາກວາຍ ລວມມີ ກາເຟ, ເກີບ ກິລາ , ພັດລົມໄຟຟ້າ, ຢາງພາລາ, ຫວາຍ ແລະ ໄມ້ໄຜ່, ເຊລາມິກ, ເຄື່ອງຕັດຫຍິບ, ຂະນະດຽວກັນກໍນຳເຂົ້າອາຫານຈາກຖົ່ວເຫຼືອງ, ຊີ້ນງົວ ແລະ ຜະລິດຕະພັນຈາກໝາກໄມ້, ໜັງ, ໄມ້.
ທີ່ມາ






(0)