ສື່ມວນຊົນສາກົນໃຫ້ຄວາມເຫັນວ່າ, ການຮ່ວມມືດ້ານເຕັກໂນໂລຊີໄດ້ເພີ່ມທະວີການພົວພັນ ທາງການທູດ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ພາຍຫຼັງການຢ້ຽມຢາມຂອງທ່ານປະທານາທິບໍດີ Joe Biden.
ໜັງ ສືພິມ Financial Times (FT) ລາຍງານວ່າ ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມໃນສັນຍາທຸລະກິດ ແລະ ການຮ່ວມມືທີ່ມີມູນຄ່າຫຼາຍຕື້ໂດລາ, ໂດຍບັນດາວິສາຫະກິດຄື: Boeing, Microsoft ແລະ Nvidia. ຫົວໜ້າທຳນຽບຂາວຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນຄອມພິວເຕີຄລາວ, ເຄື່ອງຄອມພິວເຕີ ແລະປັນຍາປະດິດ.
ການຢ້ຽມຢາມຂອງ ທ່ານປະທານາທິບໍດີ Joe Biden ໄດ້ສະແດງໃຫ້ເຫັນບັນດາບາດກ້າວປະຫວັດສາດໃນການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນນັ້ນການຮ່ວມມືດ້ານເຕັກໂນໂລຊີຖືເປັນຈຸດສຸມ.
ຕາມ ຂ່າວ CNN ແລ້ວ, ການຍົກລະດັບສາຍພົວພັນທາງການທູດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ແມ່ນການເຄື່ອນໄຫວທີ່ເປັນສັນຍາລັກ ແຕ່ມີຄວາມໝາຍສຳຄັນສຳລັບລະບົບຕ່ອງໂສ້ການສະໜອງ semiconductor ໃນທົ່ວໂລກ, ແມ່ນຂະແໜງການທີ່ເປັນຈຸດໃຈກາງຂອງການປະທະກັນ ທາງພູມສາດ ລະຫວ່າງວໍຊິງຕັນ ແລະ ປັກກິ່ງ.
ໜັງສືພິມ Straitstimes ໃຫ້ຄຳເຫັນວ່າ: ສະພາບແວດລ້ອມແຫ່ງການຜະລິດທີ່ຂະຫຍັນຂັນເຄື່ອນຂອງຫວຽດນາມ ແມ່ນປັດໄຈສຳຄັນໃນແຜນການຜັນຂະຫຍາຍລະບົບການສະໜອງແຫຼ່ງກຳລັງຍຸດທະສາດ, ໃນນັ້ນມີເຄື່ອງຈັກເຄິ່ງຕົວນໍາ ແລະ ວັດຖຸທີ່ຫາຍາກ. ຄວາມປອດໄພ Semiconductor ໄດ້ກາຍເປັນຈຸດສຸມຂອງການຮ່ວມມືລະຫວ່າງສອງປະເທດ. ອາເມລິກາ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ໃນການພັດທະນາຄວາມສາມາດ ແລະ ເພີ່ມທະວີການຜະລິດ, ໃນນັ້ນມີການບຳລຸງສ້າງກຳລັງແຮງງານ.
Aljazeera ລາຍງານວ່າ, ອາເມລິກາໄດ້ກຳນົດຫວຽດນາມເປັນພາກສ່ວນທີ່ສຳຄັນຂອງແຜນການຍຸດທະສາດດ້ານຊັບພະຍາກອນທີ່ມີຄວາມຫຼາກຫຼາຍ. ກ່ອນໜ້ານີ້, ວໍຊິງຕັນ ໄດ້ປະກາດບັນດາຂໍ້ຕົກລົງຜັນຂະຫຍາຍການເຄື່ອນໄຫວຂອງບັນດາວິສາຫະກິດເຕັກໂນໂລຊີອາເມລິກາຢູ່ ຫວຽດນາມ, ໃນນັ້ນມີແຜນການຂອງ Microsoft ເພື່ອ “ສ້າງວິທີແກ້ໄຂ AI ທີ່ເປັນເອກະລັກສະເພາະໃຫ້ແກ່ຫວຽດນາມ” ແລະ ການຮ່ວມມືລະຫວ່າງ Nvidia ແລະFPT , Viettel ແລະ Vingroup.
ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ການເຕີບໂຕຂອງຫວຽດນາມ ຈະຊ້າລົງຈາກ 8% ໃນປີກາຍມາເປັນ 5,8% ຍ້ອນການສົ່ງອອກຫຼຸດລົງຍ້ອນຄວາມຕ້ອງການທີ່ອ່ອນແອ. ເຖິງຢ່າງໃດກໍຕາມ, ອັດຕາການເຕີບໂຕດັ່ງກ່າວຍັງສູງກວ່າລະດັບສະເລ່ຍຂອງໂລກທີ່ 3% ແລະ ສູງກວ່າຫຼາຍກວ່າບັນດາພື້ນຖານເສດຖະກິດໃຫຍ່ລວມທັງອາເມລິກາ, ຈີນ ແລະ ເອີລົບ.
ພາຍຫຼັງໂລກລະບາດໂຄວິດ-19 ແຜ່ລະບາດໄປແລ້ວ, ວິສາຫະກິດອຸດສາຫະກຳຫຼາຍແຫ່ງໄດ້ຮັບຮອງເອົາຍຸດທະສາດ "ຈີນບວກໜຶ່ງ", ເຊິ່ງໝາຍຄວາມວ່າຈະຂະຫຍາຍສູນການຜະລິດອີກແຫ່ງໜຶ່ງຢູ່ນອກແຜ່ນດິນໃຫຍ່ເພື່ອຫຼີກເວັ້ນການ "ວາງໄຂ່ທັງໝົດໃນກະຕ່າດຽວ".
(ສັງເຄາະ)
Vietnamnet.vn






(0)