ໜັງສືພິມສາກົນຫຼາຍສະບັບໄດ້ລົງລາຍງານກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ ອາເມລິກາ Joe Biden, ໄດ້ຖືວ່າເປັນເຫດການປະຫວັດສາດເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ວັນທີ 10 ກັນຍານີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ອິນເດຍ.
ການຍົກລະດັບການພົວພັນສອງຝ່າຍລະຫວ່າງອາເມລິກາ ແລະ ຫວຽດນາມ ຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກສື່ມວນຊົນສາກົນ ແລະ ຫາງສຽງປະຊາຊົນ.
ທ່ານ Biden ໃຫ້ຮູ້ວ່າ: ທ່າທີນີ້ຈະແມ່ນກຳລັງໜູນໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຢູ່ເຂດໜຶ່ງທີ່ມີການຜັນແປຫຼາຍກວ່າໝູ່ໃນໂລກ”, ພາຍຫຼັງຫວຽດນາມ ແລະ ອາເມລິກາ ຮັບຮອງເອົາຖະແຫຼງການຮ່ວມ, ຍົກສູງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດ ນາມ - ອາເມລິກາ.
ຕາມ Reuters ແລ້ວ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ Jake Sullivan ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານ Biden ແມ່ນ “ບາດກ້າວສຳຄັນເພື່ອເພີ່ມທະວີການພົວພັນ 2 ຝ່າຍ, ສະແດງໃຫ້ເຫັນບົດບາດນຳໜ້າຂອງ ຫວຽດນາມ ໃນບັນດາຄູ່ຮ່ວມມື ອາເມລິກາ ໃນພາກພື້ນ”.
ໜັງສືພິມ Washington Post ໃຫ້ຄວາມເຫັນວ່າ ການຢ້ຽມຢາມຂອງປະທານາທິບໍດີ ອາເມລິກາ ໄດ້ຊ່ວຍໃຫ້ສອງປະເທດເຊື່ອມໂຍງ ແລະ ເປີດກ້ວາງ ການທູດ ກ່ວາອີກ. ບັນດາເຈົ້າໜ້າທີ່ອຳນາດການປົກຄອງ Biden ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມື ຫວຽດນາມ - ອາເມລິກາ, ຢືນຢັນວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືນີ້.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ (ຂວາ) ແລະ ທ່ານປະທານາທິບໍດີ Joe Biden. ຮູບພາບ: X
ຕາມ CNN ແລ້ວ, ການຢ້ຽມຢາມຂອງທ່ານປະທານາທິບໍດີ Biden ໄດ້ດຳເນີນໄປໃນສະພາບການປ່ຽນແປງຢ່າງໃຫຍ່ຫຼວງຂອງການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ. ການຮ່ວມມືທີ່ໄດ້ຮັບການຍົກລະດັບຈະຊຸກຍູ້ການຮ່ວມມືດ້ານເສດຖະກິດໃນຕໍ່ໜ້າ.
"ສະຫະລັດແລະຫວຽດນາມມີການພົວພັນທີ່ດີຫຼາຍ, ການພົວພັນດັ່ງກ່າວໄດ້ຮັບການປັບປຸງໃນຫຼາຍຂົງເຂດ. ນີ້ແມ່ນການພົວພັນທີ່ສໍາຄັນໃນພາກພື້ນທີ່ສໍາຄັນຂອງໂລກ," CNN ອ້າງຄໍາເວົ້າຂອງໂຄສົກສະພາຄວາມຫມັ້ນຄົງແຫ່ງຊາດສະຫະລັດທ່ານ John Kirby.
ໜັງສືພິມ Wall Street Journal ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານ Biden ໄດ້ຊ່ວຍໃຫ້ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການພົວພັນທາງການທູດຕື່ມອີກ. ພາຍຫຼັງການຢ້ຽມຢາມ, ວໍຊິງຕັນໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການລົງທຶນໃນຂະແໜງການຄ້າ ແລະ ເພີ່ມທະວີການພົວພັນລະຫວ່າງລັດ.
ໃນຂະນະນັ້ນ, ໜັງສືພິມ The Economist ຂອງອັງກິດ ໄດ້ເອີ້ນການຢ້ຽມຢາມຂອງທ່ານ Biden ວ່າ “ເປັນການຢ້ຽມຢາມທີ່ພົ້ນເດັ່ນທີ່ສຸດ ນັບແຕ່ທ່ານປະທານາທິບໍດີ Bill Clinton ມາຫວຽດນາມ ເມື່ອປີ 2000”.
ສຳນັກຂ່າວສານ Al Jazeera ໃຫ້ຄຳເຫັນວ່າ: ການຍົກລະດັບການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນ “ການປ່ຽນແປງອັນໜ້າອັດສະຈັນໃຈ” ໃນການພົວພັນລະຫວ່າງ 2 ປະເທດ, ພ້ອມກັນນັ້ນ ກໍໄດ້ນຳມາເຊິ່ງບັນດາເຫດການໃນອະດີດ.
Vietnamnet.vn






(0)