ຂໍ້ມູນຂ່າວສານກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຖືກພິມຈຳໜ່າຍໂດຍບັນດາໜັງສືພິມ ແລະ ບັນດາສຳນັກຂ່າວສານໃຫຍ່ ດ້ວຍບັນດາຄຳເຫັນໃນແງ່ດີ.
ທ່ານປະທານປະເທດ Joe Biden ຈະມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 10 – 11/9 ຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ນີ້ແມ່ນການຢ້ຽມຢາມຫວຽດນາມເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ Biden ນັບແຕ່ຂຶ້ນດຳລົງຕຳແໜ່ງໃນຕົ້ນປີ 2021. ເນື່ອງໃນໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ.
ເຈົ້າໜ້າທີ່ທຳນຽບຂາວໄດ້ໄປຮອດຫວຽດນາມ ຫຼັງຈາກເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ນະຄອນນິວເດລີ ປະເທດອິນເດຍ. ການຢ້ຽມຢາມຫວຽດນາມຂອງທ່ານ Biden ໄດ້ດຶງດູດຄວາມສົນໃຈຈາກສື່ມວນຊົນ ໂລກ ເປັນຈຳນວນຫລວງຫລາຍ, ໂດຍສຳນັກຂ່າວໃຫຍ່ໄດ້ລາຍງານກ່ຽວກັບບັນດາຈຸດເດັ່ນ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ຢູ່ທຳນຽບຂາວ ໃນເດືອນ ພະຈິກ 2022. ພາບ: Reuters
"ເປັນເວລາຫຼາຍທົດສະວັດ, ສະຫະລັດແລະຫວຽດນາມໄດ້ເຮັດວຽກເພື່ອເອົາຊະນະມໍລະດົກທີ່ເຈັບປວດຂອງສົງຄາມ," AFP ໄດ້ອ້າງຄຳເວົ້າຂອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ Jake Sullivan ໃນເວລາລາຍງານເຫດການດັ່ງກ່າວ. “ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວທີ່ດີເດັ່ນໃນການເພີ່ມທະວີການພົວພັນທາງການທູດລະຫວ່າງສອງປະເທດ, ສະແດງໃຫ້ເຫັນບົດບາດຂອງຫວຽດນາມ ໃນເຄືອຂ່າຍຄູ່ຮ່ວມມື ອາເມລິກາ ຢູ່ພາກພື້ນອິນໂດ ປາຊີຟິກ .”
ໃນການລາຍງານການຢ້ຽມຢາມ, Reuters ໄດ້ໃຫ້ຄຳເຫັນວ່າ, ປະຈຸບັນ, ອາເມລິກາຖື ຫວຽດນາມ ແມ່ນ “ຄູ່ຮ່ວມມືສຳຄັນໃນພາກພື້ນ”.
ສຳນັກຂ່າວສານຊິນຮວາຂຽນວ່າ, “ທ່ານປະທານາທິບໍດີ Biden ຈະມາຢ້ຽມຢາມຫວຽດນາມ ເພື່ອພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ ແລະ ປຶກສາຫາລືຫລາຍບັນຫານັບແຕ່ເຕັກໂນໂລຊີ ແລະເສດຖະກິດເຖິງສະຖຽນລະພາບຂອງພາກພື້ນ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ໃນບົດວິຈານ, Reuters ໃຫ້ຮູ້ວ່າ, ອາເມລິກາ ມີຄວາມກະຕືລືລົ້ນທີ່ຈະໜູນຊ່ວຍຫວຽດນາມ ໃນການພັດທະນາອຸດສາຫະກຳເຄິ່ງຕົວນຳຂອງຕົນ. ນອກນີ້, ພະລັງງານຍັງແມ່ນຂົງເຂດທີ່ສອງຝ່າຍສາມາດເພີ່ມທະວີການຮ່ວມມື.
“ພວກເຮົາມີການພົວພັນທີ່ດີກັບຫວຽດນາມ ແລະ ການພົວພັນນັ້ນໄດ້ຮັບການປັບປຸງໃນຫລາຍຂົງເຂດ, ດັ່ງນັ້ນ ພວກເຮົາຈະສືບຕໍ່ຊອກຫາກາລະໂອກາດປັບປຸງການພົວພັນນັ້ນ. ນີ້ແມ່ນການພົວພັນທີ່ສຳຄັນໃນພາກພື້ນທີ່ສຳຄັນຂອງໂລກ,” CNN ກ່າວຄຳເຫັນທີ່ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ John Kirby ກ່າວໃນເວລາລາຍງານກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ Biden.
ໜັງ ສືພິມ Washington Post ໄດ້ອ້າງຄຳເວົ້າຂອງ ທ່ານ Thomas Vallely ທີ່ເຂົ້າຮ່ວມແຜນການຢ້ຽມຢາມ ຫວຽດນາມ ຂອງບັນດາຜູ້ນຳ ອາເມລິກາ ຫຼາຍຄົນ, ຖືວ່າ: ໃນປະຫວັດສາດ, ນີ້ແມ່ນ “ການຢ້ຽມຢາມ ຫວຽດນາມ ທີ່ສຳຄັນທີ່ສຸດ ເຄີຍມີປະທານາທິບໍດີ ອາເມລິກາ” ແລະ ຈະປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດທີ່ເປັນ “ສັດຕູໃນສົງຄາມໃນອະດີດ”.
ໜັງສືພິມ Economist ຂອງອັງກິດ ໃຫ້ຮູ້ວ່າ ທ່ານ Biden ແມ່ນປະທານາທິບໍດີ ອາເມລິກາ ຄົນທີ 5 ທີ່ຢ້ຽມຢາມ ຫວຽດນາມ ໃນໄລຍະດຳລົງຕຳແໜ່ງ. ເຖິງຢ່າງໃດກໍ່ຕາມ, ເຫດການນີ້ແມ່ນແນ່ນອນວ່າເປັນເຫດການສໍາຄັນທີ່ສຸດນັບຕັ້ງແຕ່ການຢ້ຽມຢາມຂອງທ່ານປະທານາທິບໍດີ Bill Clinton ໃນປີ 2000, ເພາະວ່ານີ້ແມ່ນຄັ້ງທຳອິດທີ່ປະທານາທິບໍດີອາເມລິກາ ມາຢ້ຽມຢາມທາງລັດຖະກິດຕາມຄຳເຊີນຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.
ເວັບໄຊຂ່າວ ແລະ ໜັງສືພິມຫຼາຍສະບັບໃນພາກພື້ນ, ຈາກຈີນ, ຍີ່ປຸ່ນ, ສິງກະໂປ, ໄທ, ຟີລິບປິນແລະອິນໂດເນເຊຍກໍໄດ້ລາຍງານກ່ຽວກັບການຢ້ຽມຢາມດ້ວຍຄຳເຫັນທີ່ດີ.
ຕາມວາລະສານ Diplomat ແລ້ວ, ມັນຈະເປັນສິ່ງທີ່ດີເລີດ ຖ້າເຈົ້ານາຍຂອງທຳນຽບຂາວ ສາມາດ “ຢູ່ຮ່າໂນ້ຍ ໄດ້ດົນກວ່ານັ້ນ, ຍ່າງເລາະຊົມທະເລສາບ Hoan Kiem ແລະ ແມ້ແຕ່ຢຸດຢູ່ຮ້ານອາຫານແຄມທາງເພື່ອຮັບປະທານລົດຊາດທ້ອງຖິ່ນ, ຄືກັບປະທານາທິບໍດີ Barack Obama ເມື່ອ 7 ປີກ່ອນ”.
“ເຖິງຢ່າງໃດກໍຕາມ, ການຢ້ຽມຢາມຮ່າໂນ້ຍຂອງທ່ານປະທານປະເທດ Biden ຍັງໄດ້ຮັບຖືວ່າແມ່ນຈຸດເວລາປະຫວັດສາດໃນການພົວພັນຫວຽດນາມ - ອາເມລິກາ,”.
Vnexpress.net






(0)