ນີ້ແມ່ນປີທີສອງຕິດຕໍ່ກັນທີ່ Fortune Southeast Asia 500 ໄດ້ຖືກປະກາດ, ສືບທອດກຽດສັກສີຂອງການຈັດອັນດັບລະດັບໂລກເຊັ່ນ Fortune 500, Fortune Global 500, ແລະບໍລິສັດ Fortune Most Admired.
BIDV ຈັດອັນດັບທີ 43, ເປັນທະນາຄານອັນດັບສູງສຸດໃນຂະແໜງການທະນາຄານທັງໝົດຂອງຫວຽດນາມ.
ການຈັດອັນດັບປີນີ້ໄດ້ຄັດເລືອກ ແລະ ຕີລາຄາວິສາຫະກິດ 500 ແຫ່ງທີ່ມາຈາກ 7 ປະເທດອາຊີຕາເວັນອອກສ່ຽງໃຕ້, ລວມມີ: ຫວຽດນາມ, ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ, ຟີລິບປິນ ແລະ ກຳປູເຈຍ ໂດຍອີງໃສ່ລາຍຮັບ, ກຳໄລ, ຊັບສິນທັງໝົດ ແລະ ຈຳນວນພະນັກງານ.
ໃນຈຳນວນວິສາຫະກິດຫວຽດນາມ 76 ແຫ່ງເຂົ້າຮ່ວມ, BIDV ໄດ້ຂຶ້ນຢືນອັນດັບ 3 ໃນທຸກຂະແໜງການ ແລະ ນຳໜ້າຂະແໜງການທະນາຄານພາຍໃນທັງດ້ານດ້ານລາຍຮັບ, ດ້ວຍໝາກຜົນບັນລຸໄດ້ລື່ນກາຍ 6,8 ຕື້ USD (ເທົ່າກັບ 172 ຕື້ດົ່ງ). ໃນຂະນະນັ້ນ, ດ້ວຍໝາກຜົນດັ່ງກ່າວ, ປະຈຸບັນ BIDV ພວມຢູ່ໃນອັນດັບທີ 11 ຂອງບັນດາທະນາຄານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
Fortune Southeast Asia 500 ສືບຕໍ່ຢືນຢັນບົດບາດສຳຄັນຂອງ BIDV ໃນລະບົບທະນາຄານຫວຽດນາມ
ພິເສດ, BIDV ກໍ່ແມ່ນວິສາຫະກິດຫວຽດນາມ ດ້ວຍຍອດຈຳນວນຊັບສິນຫຼາຍກວ່າໝູ່ໃນບັນຊີລາຍຊື່, ບັນລຸກ່ວາ 108 ຕື້ USD, ຢືນອັນດັບທີ 13 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລື່ນກາຍວິສາຫະກິດໃນຂະແໜງອຸດສາຫະກຳດຽວກັນ ແລະ ຮັດແໜ້ນຖານະບົດບາດເປັນທະນາຄານເສົາຄ້ຳໃນລະບົບທະນາຄານຫວຽດນາມ.
ການຮັບຮູ້ນີ້ໂດຍ Fortune Southeast Asia 500 ສືບຕໍ່ຢືນຢັນບົດບາດສຳຄັນຂອງ BIDV ໃນລະບົບທະນາຄານຂອງຫວຽດນາມ ເວົ້າສະເພາະ ແລະ ຄວາມໝັ້ນຄົງໃນແຜນທີ່ດຳເນີນທຸລະກິດອາຊີຕາເວັນອອກສຽງໃຕ້ເວົ້າລວມ./.
ທີ່ມາ: https://baodaknong.vn/bidv-dan-dau-nganh-ngan-hang-viet-nam-trong-danh-sach-fortune-southeast-asia-500-256047.html






(0)