- ອາການເບື້ອງຕົ້ນຂອງວັນນະໂລກ ແລະວັນນະໂລກປອດທົ່ວໄປ
- ຊຸມຊົນສາມັກຄີ, ຕັ້ງໃຈໄປສູ່ ໂລກ ທີ່ບໍ່ມີວັນນະໂລກ
- ໂທລະເລກຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຄວບຄຸມວັນນະໂລກ
- ຄະນະເຮັດວຽກສູນກາງກວດກາ ແລະ ກວດກາສະພາບພະຍາດວັນນະໂລກຢູ່ຕາແສງ ລອງດ້ຽນ
ເຂົ້າຮ່ວມກອງປະຊຸມໂດຍທ່ານຮອງສາດສະດາຈານ, ດຣ ຫງວຽນບິ່ງຮ່ວາ, ຮອງຫົວໜ້າໂຮງໝໍປອດສູນກາງ, ຮອງຫົວໜ້າຄະນະບໍລິຫານງານໂຄງການຄວບຄຸມພະຍາດວັນນະໂລກແຫ່ງຊາດ ຫວຽດນາມ; ທ່ານ Mao Tan Eang, ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ກຳປູເຈຍ; ທ່ານ ອຸດົມ ສຸກ, ປະທານຄະນະບໍລິຫານງານ khana; ທ່ານ Chan Yuda Huot, ຜູ້ອຳນວຍການສູນຄວບຄຸມວັນນະໂລກແລະພະຍາດຂີ້ທູດແຫ່ງຊາດກຳປູເຈຍ (CENAT).
ການພົບປະລະຫວ່າງຄະນະຜູ້ແທນ CENTA ແລະ KHANA ກັບຜູ້ຕາງໜ້າໂຄງການຄວບຄຸມພະຍາດວັນນະໂລກແຫ່ງຊາດ ຫວຽດນາມ ແລະ ບັນດາອົງການຄຸ້ມຄອງສາທາລະນະສຸກແຂວງ ກ່າເມົາ.
ທ່ານ Mao Tan Eang, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກຳປູເຈຍ ເນັ້ນໜັກວ່າ: ກຳປູເຈຍ ຍາມໃດກໍ່ປາດຖະໜາຢາກຮ່ຳຮຽນຈາກປະສົບການຂອງ ຫວຽດນາມ, ພິເສດແມ່ນແຂວງ Ca Mau ໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດວັນນະໂລກ. ພ້ອມກັນນັ້ນ, ກຳປູເຈຍຢາກເພີ່ມທະວີຄວາມສາມາດກວດສອບ, ລະບົບລາຍງານ, ການເຂົ້າເຖິງການປ້ອງກັນພະຍາດຜູ້ມີພະຍາດວັນນະໂລກທີ່ຍັງຄ້າງຄາ, ກໍ່ຄືສ້າງຂະບວນການປະສານງານດ້ານສຸຂະພາບຂອງຊຸມຊົນຄືທີ່ກ່າເມົາໄດ້ເຮັດ.
ທ່ານ Mao Tan Eang, ຮອງລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍ ຫວັງວ່າ ກາເມົາ ຈະໜູນຊ່ວຍຂະແໜງສາທາລະນະສຸກກຳປູເຈຍໃນການປິ່ນປົວ ແລະ ຄຸ້ມຄອງພະຍາດວັນນະໂລກ.
ໃນຊຸມປີມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງຂະແໜງສາທາລະນະສຸກ ແລະ ບັນດາຜູ້ເຂົ້າຮ່ວມ, ວຽກງານປ້ອງກັນ ແລະ ຄວບຄຸມພະຍາດວັນນະໂລກຢູ່ ກ່າເມົາ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
ປີ 2024, ທົ່ວແຂວງໄດ້ກວດພົບຜູ້ຕິດເຊື້ອໃໝ່ເກືອບ 1.600 ຄົນ; ຕົວເລກນີ້ສະແດງໃຫ້ເຫັນເຖິງປະສິດທິພາບຂອງວຽກງານກວດກາ ແລະ ກວດຫາ, ເຊິ່ງໄດ້ສົມທົບກັບການປິ່ນປົວເບື້ອງຕົ້ນເພື່ອຄວບຄຸມ ແລະ ຢຸດຕິພະຍາດວັນນະໂລກໃນຊຸມຊົນໃນທີ່ສຸດ.
MSc. Luu Boi Khanh, ຜູ້ຈັດການໂຄງການກວດກາຢ່າງຫ້າວຫັນ, ສະຖາບັນຄົ້ນຄວ້າການແພດ Woolcock, ຕາງໜ້າໂຄງການ ACT5, ໄດ້ລາຍງານໝາກຜົນທີ່ກອງປະຊຸມ.
ເປັນທີ່ຮູ້ກັນວ່າ, ເພື່ອຍົກສູງກຳລັງການຊອກຫາ ແລະ ປິ່ນປົວ, ແຂວງ ກ່າເມົາ ໄດ້ສົມທົບກັນປະຕິບັດໂຄງການ ACT5 - ການເຄື່ອນໄຫວສຶກສາຢ່າງໃຫຍ່ຫຼວງ, ຕີລາຄາປະສິດທິຜົນຂອງຕົວແບບກວດສອບໃນຊຸມຊົນສົມທົບກັບການປິ່ນປົວພະຍາດວັນນະໂລກແບບລ້າໆ, ພ້ອມກັບການຊອກຫາບັນດາກໍລະນີຕິດເຊື້ອ TB ຢ່າງຕັ້ງໜ້າ./.
ລຳຄອນ - ຮວ່າງວູ
ທີ່ມາ: https://baocamau.vn/ca-mau-cam-ket-ho-tro-campuchia-phong-chong-benh-lao-a124332.html






(0)