ບັນດາວິສາຫະກິດຂະໜາດໃຫຍ່ຄື: VNPT ແລະ Vingroup ໄດ້ປະກາດບັນດາຊຸດໜູນຊ່ວຍປະຊາຊົນຢູ່ຫຼາຍທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3 ແລະ ໄພນໍ້າຖ້ວມທີ່ແກ່ຍາວ.
ບັນດາວິສາຫະກິດຂະໜາດໃຫຍ່ຄື: ກຸ່ມບໍລິສັດໄປສະນີໂທລະຄົມຫວຽດນາມ ( VNPT ) ແລະ Vingroup ໄດ້ປະກາດບັນດາຊຸດໜູນຊ່ວຍໜູນຊ່ວຍປະຊາຊົນຢູ່ຫຼາຍທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3 ແລະ ໄພນ້ຳຖ້ວມທີ່ແກ່ຍາວຢ່າງວ່ອງໄວ ເຮັດໃຫ້ຊີວິດການເປັນຢູ່ມີສະຖຽນລະພາບ.
ກປ.ອອນໄລ - ຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ , ກຸ່ມບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມຫວຽດນາມ (VNPT) ໄດ້ຈັດຕັ້ງພິທີມອບເງິນບໍລິຈາກໜູນຊ່ວຍບັນດາທ້ອງຖິ່ນຖືກຜົນກະທົບຈາກພະຍຸເລກ 3 (Yagi) ແລະ ປະກາດຊຸດໜູນຊ່ວຍເພື່ອຜ່ານຜ່າຜົນສະທ້ອນຈາກພາຍຸລູກນີ້ ດ້ວຍມູນຄ່າ 50 ຕື້ດົ່ງ.
ໃນນັ້ນ, 25 ຕື້ດົ່ງແມ່ນເປັນມູນເຊື້ອ (ໂດຍພະນັກງານ ແລະ ຄົນງານ VNPT, ແຕ່ລະຄົນແມ່ນເງິນເດືອນ 1 ວັນ ແລະ ໄດ້ຈາກກອງທຶນນະໂຍບາຍສັງຄົມຂອງ VNPT) ແລະ 25 ຕື້ດົ່ງແມ່ນຢູ່ໃນການບໍລິການທີ່ VNPT ສະໜອງໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ.

ໃນຖານະເປັນວິສາຫະກິດສຳຄັນທີ່ສະໜອງພື້ນຖານໂຄງລ່າງຄົມມະນາຄົມ-ໄອທີ, ດ້ວຍພື້ນຖານໂຄງລ່າງເຄືອຂ່າຍໃນທົ່ວປະເທດ, VNPT ກໍ່ແມ່ນໜຶ່ງໃນບັນດາວິສາຫະກິດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ ແລະ ໄພນ້ຳຖ້ວມ. ແນວໃດກໍດີ, ເພື່ອຮັກສາການສື່ສານປະຊາຊົນ ແລະ ຮັບໃຊ້ອຳນາດການປົກຄອງທຸກຂັ້ນໃນການປະຕິບັດງານເມື່ອເກີດໄພທຳມະຊາດ, ພາຍຸ, ໄພນ້ຳຖ້ວມ, VNPT ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດ 100% ຢູ່ບັນດາເຂດປະສົບໄພພະຍຸ, ໄພນ້ຳຖ້ວມ/ດິນເຈື່ອນ ເພື່ອພ້ອມກັນຮັບມື ແລະ ແກ້ໄຂເຫດການຕ່າງໆ.
ໃນຊຸມມື້ຜ່ານມາ, ພະນັກງານເກືອບທັງໝົດຂອງ VNPT ໄດ້ເຮັດວຽກຢ່າງໜັກແໜ້ນເພື່ອຮັບມືກັບພາຍຸ ແລະ ໄພນ້ຳຖ້ວມ. ພະນັກງານ VNPT ຫຼາຍພັນຄົນຈາກບັນດາແຂວງ, ນະຄອນ ໄດ້ໄປເຖິງບັນດາເຂດປະສົບໄພ ເພື່ອສົມທົບກັນໜູນຊ່ວຍ, ຟື້ນຟູເຄືອຂ່າຍຮັບໃຊ້ປະຊາຊົນ ແລະ ລັດຖະບານໂດຍໄວ.
ຕອນບ່າຍວັນທີ 12 ກັນຍາ, ບໍລິສັດ Vingroup ແລະບັນດາບໍລິສັດໃນລະບົບນິເວດໄດ້ປະກາດບໍລິຈາກເງິນ 250 ຕື້ດົ່ງໃຫ້ປະຊາຊົນທີ່ປະສົບກັບຄວາມເສຍຫາຍຍ້ອນພາຍຸໄຕ້ຝຸ່ນ Yagi ແລະ ໄພນໍ້າຖ້ວມທີ່ແກ່ຍາວ.
ທຶນດັ່ງກ່າວຈະໄດ້ຮັບການຈັດສັນໂດຍກົງເຂົ້າໃນການຊ່ວຍເຫຼືອສຸກເສີນຄື: ກໍ່ສ້າງເຮືອນທີ່ພັງລົງປະມານ 2.000 ຫຼັງ, ໜູນຊ່ວຍຄອບຄົວຜູ້ເສຍຊີວິດ 150-300 ລ້ານດົ່ງ, ປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງຄືວຽກງານພົນລະເຮືອນ... ຊ່ວຍປະຊາຊົນຟື້ນຟູຊີວິດການເປັນຢູ່ພາຍຫຼັງໄພທຳມະຊາດຢ່າງວ່ອງໄວ.
ງົບປະມານດັ່ງກ່າວແມ່ນໄດ້ລະດົມຈາກ 2 ແຫຼ່ງຄື: ທຶນສົມທົບຈາກກຸ່ມບໍລິສັດ ແລະ ບັນດາບໍລິສັດສະມາຊິກ ແລະ ການປະກອບສ່ວນດ້ວຍຄວາມສະໝັກໃຈຈາກພະນັກງານ Vingroup ກ່ວາ 130.000 ຄົນໃນທົ່ວລະບົບ. ອີງຕາມສະພາບຕົວຈິງ, ກອງທຶນບັນເທົາທຸກສຸກເສີນຈະນຳໃຊ້ເຂົ້າໃນການກໍ່ສ້າງເຮືອນໃໝ່ປະມານ 2.000 ຫຼັງ ໃຫ້ແກ່ບັນດາຄອບຄົວທີ່ສູນຫາຍຈາກພະຍຸ ແລະ ໄພນໍ້າຖ້ວມ ທີ່ຜ່ານມາ, ສະໜັບສະໜູນ 150 – 300 ລ້ານໃຫ້ແຕ່ລະຄອບຄົວທີ່ສະມາຊິກເສຍຊີວິດຍ້ອນໄພທຳມະຊາດ.
ສ່ວນຈໍານວນທີ່ຍັງເຫຼືອແມ່ນຈະນໍາໄປຊ່ວຍເຫຼືອຄອບຄົວຜູ້ບາດເຈັບ ຫຼືຜູ້ເສຍຫາຍຢ່າງໜັກໜ່ວງຕໍ່ການປູກພືດ, ສັດລ້ຽງ, ພ້ອມທັງຊ່ວຍໃນການທໍາຄວາມສະອາດ, ປະກອບສ່ວນເຂົ້າໃນການບູລະນະວຽກງານສໍາຄັນ ແລະພື້ນຖານໂຄງລ່າງຮັບໃຊ້ປະຊາຊົນ.
ຕາມຂ່າວ VTV
ທີ່ມາ: https://doanhnghiepvn.vn/doanh-nhan/cac-doanh-nghiep-lon-cong-bo-goi-ho-tro-khac-phuc-hau-qua-bao-so-3/20240913124805278






(0)