
ໂຄງການ “ຕ້ອນຮັບຖ້ຽວບິນ ແລະ ແຂກທ່ອງທ່ຽວສະໜາມບິນ ດ້ຽນບຽນ” ໂດຍຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ສົມທົບກັບບໍລິສັດການບິນ ຫວຽດນາມ, ສະໜາມບິນ ດ້ຽນບຽນ, ບໍລິສັດຫຸ້ນສ່ວນການບິນ Vietjet. ເຂົ້າຮ່ວມພິທີສະເຫຼີມສະຫຼອງຄັ້ງນີ້ມີ ສະຫາຍ ຫງວຽນວັນແທ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຄົມມະນາຄົມຂົນສົ່ງ ແລະ ການນຳບັນດາຄະນະຜູ້ແທນຂັ້ນສູງບັນດາກະຊວງ, ຂະແໜງການສູນກາງ. ເຂົ້າຮ່ວມງານລ້ຽງຢູ່ແຂວງ ດ້ຽນບຽນ ມີບັນດາສະຫາຍຄະນະປະຈຳພັກແຂວງ, ສະພາປະຊາຊົນ ແລະ ການນຳຂອງຄະນະປະຈຳສະພາປະຊາຊົນແຂວງ.

ກ່າວຄຳເຫັນທີ່ພິທີຕ້ອນຮັບຖ້ຽວບິນ ແລະ ນັກທ່ອງທ່ຽວ, ທ່ານ ເລແທງຫາຍ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ບໍລິສັດການບິນ ຫວຽດນາມ (ນັກລົງທຶນ) ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບແຂວງໃນທຸກການລົງທຶນ ແລະ ກໍ່ສ້າງໂຄງການ. ຂະບວນການກໍ່ສ້າງປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ດ້ວຍຄວາມຕັ້ງໃຈ ແລະ ຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງທຸກຝ່າຍ, ມາຮອດປະຈຸບັນ, ບັນດາລາຍການຕົ້ນຕໍໄດ້ສຳເລັດຕາມແຜນການ, ຮັບປະກັນເງື່ອນໄຂໃຫ້ບັນດາຖ້ຽວບິນຄືນໃໝ່.

ການຟື້ນຟູສະໜາມບິນ ດ້ຽນບຽນ ແມ່ນມີຄວາມໝາຍສຳຄັນ; ສ້າງເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວ, ຊາວຮ່າໂນ້ຍ, ນະຄອນໂຮ່ຈິມິນ, ບັນດາພາກພື້ນໃນທົ່ວປະເທດ ແລະ ບັນດາເພື່ອນມິດສາກົນມາຢ້ຽມຢາມ ດ້ຽນບຽນ; ສ້າງກຳລັງແຮງຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນປະເທດ ແລະ ຄວາມໝັ້ນຄົງຂອງແຂວງ ດ້ຽນບຽນ. ສະຫາຍ Le Thanh Do ກໍ່ຢືນຢັນຢ່າງຈະແຈ້ງນະໂຍບາຍຂອງແຂວງ ດ້ຽນບຽນ ແມ່ນຊຸກຍູ້, ສ້າງເງື່ອນໄຂສະດວກທີ່ສຸດເພື່ອດຶງດູດບັນດາສາຍການບິນເພີ່ມທະວີການຂຸດຄົ້ນ, ເປີດກວ້າງຖ້ຽວບິນໄປສະໜາມບິນ ດ້ຽນບຽນ ໃນໄລຍະຈະມາເຖິງ.

ຢູ່ທີ່ເຫດການ “ຕ້ອນຮັບຖ້ຽວບິນ ແລະ ນັກທ່ອງທ່ຽວໄປສະໜາມບິນ ດ້ຽນບຽນ”, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານກັບບໍລິສັດການບິນຫວຽດນາມ ໄລຍະ 2024 – 2028. ໂດຍສະເພາະແມ່ນປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024, ຕິດພັນກັບວັນສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

ດ້ວຍການລົງທຶນຍົກລະດັບ, ປະຈຸບັນ, ສະໜາມບິນ ດ້ຽນບຽນ ສາມາດຮັບເອົາເຮືອບິນຂະໜາດໃຫຍ່ A320, A321 ທີ່ທັນສະໄໝ. ກ່ອນໜ້ານີ້, ຍ້ອນຂະໜາດນ້ອຍ ແລະ ລະບົບເຕັກນິກບໍ່ພຽງພໍ, ສະໜາມບິນດ້ຽນບຽນສາມາດຮັບໄດ້ແຕ່ເຮືອບິນຂະໜາດນ້ອຍເຊັ່ນ ATR72; ໃນສະພາບອາກາດທີ່ບໍ່ດີ, ຍົນບໍ່ສາມາດລົງຈອດໄດ້.




ກ່ອນໜ້ານັ້ນ, ວັນທີ 27 ມີນາ 2021, ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 470/QD-TTg ອະນຸມັດນະໂຍບາຍລົງທຶນຂະຫຍາຍສະໜາມບິນດ້ຽນບຽນ ດ້ວຍຄວາມຍາວແລ່ນ 2.400 ແມັດ ແລະ ກວ້າງ 45 ແມັດ, ບັນລຸມາດຕະຖານເຕັກນິກສຳລັບເຮືອບິນທັນສະໄໝຄື A320, A321. ຂະແໜງການບິນພົນລະເຮືອນ, ປັບປຸງ ແລະ ເສີມຂະຫຍາຍກຳລັງການເຄື່ອນໄຫວຂອງອາຄານຜູ້ໂດຍສານທີ່ມີຢູ່ແລ້ວ ຈາກ 300.000 ຄົນ/ປີ ຂຶ້ນເປັນ 500.000 ຄົນ/ປີ. ໂຄງການດ້ວຍຍອດຈຳນວນເງິນລົງທຶນກວ່າ 1.400 ຕື້ດົ່ງ ໂດຍບໍລິສັດສະໜາມບິນຫວຽດນາມ, ກະຊວງຄົມມະນາຄົມຂົນສົ່ງ ແລະ ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ເລີ່ມດຳເນີນໃນວັນທີ 22 ມັງກອນ 2022. |
ທີ່ມາ










(0)