
ຕາງໜ້າການນໍາແຂວງ, ທ່ານປະທານຄະນະກໍາມະການປະຊາຊົນແຂວງ Le Thanh Do ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານ Nikorndej Balankura, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທ ປະຈຳ ຫວຽດນາມ ແລະ ບັນດາຄະນະປະຕິບັດງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດ້ຽນບຽນ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ໄດ້ໃຫ້ຮູ້ສະພາບການພັດທະນາ ເສດຖະກິດ - ສັງຄົມຂອງແຂວງ ດ້ຽນບຽນ, ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນພັດທະນາການຜະລິດກະສິກຳ ແລະ ປ່າໄມ້, ການທ່ອງທ່ຽວ, ພະລັງງານແສງຕາເວັນ ແລະ ພະລັງງານທົດແທນ...
ເນື່ອງໃນໂອກາດນີ້, ແຂວງ ດ້ຽນບຽນ ປາດຖະໜາວ່າ, ຜ່ານທ່ານເອກອັກຄະລັດຖະທູດ, ແນະນຳ ແລະ ເຊື່ອມຕໍ່ບັນດາຄູ່ຮ່ວມມືຂອງໄທ ໃນການຮ່ວມມືກັບແຂວງ ດ້ຽນບຽນ; ຮັດແໜ້ນການພົວພັນລະຫວ່າງບັນດາແຂວງພາກຕາເວັນອອກສຽງເໜືອຂອງໄທ ແລະ ແຂວງ ດ້ຽນບຽນ ໃນຫຼາຍຂົງເຂດຄື: ການຮ່ວມມືພັດທະນາການທ່ອງທ່ຽວ, ກະສິກຳ (ໂດຍສະເພາະແມ່ນກະສິກຳເຕັກໂນໂລຊີສູງ), ພະລັງງານທົດແທນ, ການສຶກສາ ແລະ ບຳລຸງສ້າງ ແລະ ອື່ນໆ.

ທ່ານ Nikorndej Balankura ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນຳແຂວງ ດ້ຽນບຽນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ມີຄວາມຄິດເຫັນ. ທ່ານ Nikorndej Balankura ຢືນຢັນການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ - ໄທ; ພ້ອມກັນນັ້ນ, ກໍ່ສະແດງຄວາມສົນໃຈໃນການເຊື່ອມຕໍ່ບັນດາອົງການ, ວິສາຫະກິດ ໄທ ເພື່ອສຳຫຼວດ ແລະ ຮ່ວມມືລົງທຶນກັບແຂວງ ດ້ຽນບຽນ ໃນບັນດາໂຄງການກະສິກຳ, ພິເສດແມ່ນຂົງເຂດປຸງແຕ່ງຜະລິດຕະພັນກະເສດ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທ ກໍ່ປາດຖະໜາຢາກເຊື່ອມຕໍ່ສະມາຄົມທ່ອງທ່ຽວໄທກັບແຂວງດ້ຽນບຽນ ເພື່ອໂຄສະນາພາບພົດຂອງແຂວງດ້ຽນບຽນເຖິງບັນດາແຂວງພາກຕາເວັນອອກສ່ຽງເໜືອ ແລະ ພາກເໜືອຂອງໄທ; ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ດ້ຽນບຽນ ຮຽກຮ້ອງບັນດານັກລົງທຶນໄທ ມາລົງທຶນຢູ່ທ້ອງຖິ່ນບັນດາຂົງເຂດທີ່ແຂວງມີທ່າແຮງ.
ທີ່ມາ






(0)