ຕອນບ່າຍມື້ນີ້, ທີ່ສຳນັກງານ ກະຊວງປ້ອງກັນປະເທດ , ທ່ານພົນໂທ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Pete Hegseth.

ການຢ້ຽມຢາມຂອງທ່ານ Pete Hegseth ດຳເນີນໃນປີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (12 ກໍລະກົດ 1995 – 12 ກໍລະກົດ 2025) ແລະ ສະເຫຼີມສະຫຼອງ 2 ປີແຫ່ງວັນສ້າງຕັ້ງການ ພົວ ພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ (2023/09/2025).

ມື້ວານນີ້, ທ່ານພົນໂທ ຟານວັນຢາງ ແລະທ່ານລັດຖະມົນຕີ Pete Hegseth ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 12 (ADMM+) ທີ່ຈັດຂຶ້ນຢູ່ກົວລາລຳເປີ (ມາເລເຊຍ).

ວັນ​ທີ 31 ຕຸລາ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ກະຊວງ ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ. ບົດ​ບັນທຶກ​ດັ່ງກ່າວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໃນ​ຖະ​ແຫຼ​ງການ​ຮ່ວມ 2023 ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ທ່ານ​ລັດຖະມົນຕີ Pete Hegseth ພວມ​ຢ້ຽມຢາມ 4 ປະ​ເທດ​ອາຊີ​ຢ່າງ​ເປັນ​ທາງ​ການ​ຄື: ຍີ່ປຸ່ນ, ມາ​ເລ​ເຊຍ, ຫວຽດນາມ ​ແລະ ສ.​ເກົາຫຼີ.

W-HAI_5977.jpg
ທ່ານພົນໂທ ຟານວັນຢາງ ໃຫ້ການຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ
W-HAI_6111.jpg
W-HAI_6136.jpg
ທ່ານພົນໂທ ຟານວັນຢາງ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Pete Hegseth ກວດກາກອງກຽດຕິຍົດກອງທັບປະຊາຊົນຫວຽດນາມ.
W-HAI_6036.jpg
W-HAI_6226.jpg
ໃຫ້ກຽດຂະບວນແຫ່ກອງກຽດຕິຍົດໃນພິທີຕ້ອນຮັບ
W-HAI_6411.jpg
ພົນ​ເອກ Phan Van Giang ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ສົງຄາມ ອາ​ເມ​ລິ​ກາ Pete Hegseth
W-HAI_6435.jpg
ທ່ານ​ລັດຖະມົນຕີ Phan Van Giang ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Pete Hegseth ພ້ອມ​ດ້ວຍ​ບັນດາ​ຄະນະ​ຜູ້​ແທນ 2 ທ່ານ
W-HAI_6580.jpg
ລັດຖະມົນຕີສອງທ່ານໄປຢ້ຽມຢາມງານວາງສະແດງຮູບພາບກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອາເມລິກາ
W-HAI_6939.jpg
ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ.
W-HAI_6904.jpg
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Pete Hegseth ທີ່ການເຈລະຈາ
W-HAI_6866.jpg
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ເຈລະຈາ.

ທີ່ມາ: https://vietnamnet.vn/dai-tuong-phan-van-giang-chu-tri-le-don-bo-truong-chien-tranh-my-pete-hegseth-2458619.html