
ໃນສະພາບການດັ່ງກ່າວ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ສົ່ງເອກະສານໃຫ້ບັນດາອົງການສິນເຊື່ອ ແຈ້ງໃຫ້ເຂົາເຈົ້າຊາບກ່ຽວກັບອັດຕາການເຕີບໂຕເພີ່ມເຕີມຂອງບັນດາອົງການສິນເຊື່ອຢ່າງເປີດເຜີຍ ແລະ ໂປ່ງໃສຕາມຫຼັກການ ແລະ ມາດຖານສະເພາະ. ຕາມນັ້ນແລ້ວ, ສະຖາບັນສິນເຊື່ອທີ່ມີຍອດສິນເຊື່ອຄົງຄ້າງມາຮອດປະຈຸບັນບັນລຸເຖິງ 80% ຂອງເປົ້າໝາຍສິນເຊື່ອທີ່ປະກາດໃຊ້ຈະໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າດ້ວຍຂອບເຂດຈໍາກັດເພີ່ມເຕີມໂດຍອີງໃສ່ການຈັດອັນດັບປີ 2022, ພ້ອມທັງໃຫ້ບຸລິມະສິດແກ່ບັນດາສະຖາບັນສິນເຊື່ອທີ່ສຸມໃສ່ສິນເຊື່ອໃນຂອບເຂດບຸລິມະສິດຂອງ ລັດຖະບານ ແລະ ໄດ້ຫຼຸດອັດຕາດອກເບ້ຍເງິນກູ້ໃຫ້ຢູ່ໃນລະດັບຕໍ່າໃນໄລຍະຜ່ານມາ.
ການເພີ່ມຂີດຈຳກັດນີ້ແມ່ນຂໍ້ລິເລີ່ມຂອງທະນາຄານແຫ່ງລັດ ຫວຽດນາມ, ແລະ ບັນດາອົງການສິນເຊື່ອບໍ່ຈຳເປັນຕ້ອງຮ້ອງຂໍ ຫຼືຂໍເພີ່ມ. ພ້ອມກັນນັ້ນ, ທະນາຄານແຫ່ງລັດ ຫວຽດນາມ ຮຽກຮ້ອງບັນດາອົງການສິນເຊື່ອສະໜອງສິນເຊື່ອປອດໄພ, ໜູນຊ່ວຍບັນດາວິສາຫະກິດ, ຮັບປະກັນການເຕີບໂຕສິນເຊື່ອຕາມຄວາມສາມາດຄຸ້ມຄອງຄວາມສ່ຽງ, ຄວາມສາມາດລະດົມທຶນ, ເປັນການດຸ່ນດ່ຽງແຫຼ່ງທຶນໃຫ້ພຽງພໍເພື່ອສະໜອງສິນເຊື່ອ, ສືບຕໍ່ຮັກສາອັດຕາດອກເບັ້ຍເຄື່ອນໄຫວໝັ້ນຄົງ ແລະ ເຄື່ອນໄຫວຫຼຸດຜ່ອນອັດຕາດອກເບ້ຍເງິນກູ້.
ທີ່ມາ






(0)