ໃນແຕ່ລະປີ, ໂດຍອີງໃສ່ມະຕິຕົກລົງມອບໂກຕ້າພະນັກງານຂອງຄະນະປະຈຳພັກແຂວງ, ຄະນະປະຈຳພັກເມືອງ ໄດ້ອອກມະຕິຕົກລົງມອບໂກຕ້າພະນັກງານໃຫ້ພະແນກວິຊາສະເພາະ, ໜ່ວຍບໍລິການພາກລັດ ແລະ ຂະແໜງ ສຶກສາ ຕາມຕົວເລກທີ່ກຳນົດໄວ້. ຜ່ານນັ້ນ, ໄດ້ຄຸ້ມຄອງຈຳນວນພະນັກງານທີ່ພວມນຳໃຊ້ຢູ່ບັນດາອົງການ, ຫົວໜ່ວຍຢ່າງທັນການ; ພ້ອມກັນນັ້ນ, ໄດ້ມີແຜນການຮັບສະໝັກ, ຮັບຮອງເອົາແຜນການບັນຈຸພະນັກງານທີ່ຂາດເຂີນຕາມໜ້າທີ່ວຽກງານຂອງແຕ່ລະໜ່ວຍ; ໄດ້ຈັດວາງຈຳນວນພະນັກງານຢ່າງວ່ອງໄວ ແລະ ປະຕິບັດລະບອບ ແລະ ນະໂຍບາຍໃຫ້ພະນັກງານ, ລັດຖະກອນຢ່າງທັນການ, ເລັ່ງລັດໃຫ້ສັ້ນລົງຕາມລະບຽບການ.
ຄະນະຜູ້ແທນຕິດຕາມກວດກາກົດໝາຍຂອງສະພາປະຊາຊົນແຂວງ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນເມືອງບັກອຽນ.
ທີ່ການເຮັດວຽກ, ຄະນະຊີ້ນຳຄະນະກຳມະການນິຕິກຳສະພາປະຊາຊົນແຂວງ ໄດ້ຕີລາຄາສູງບັນດາໝາກຜົນທີ່ເມືອງ ບັກອຽນ ບັນລຸໄດ້ໃນການປະຕິບັດບັນດານະໂຍບາຍ, ກົດໝາຍກ່ຽວກັບການຮັບໃຊ້, ຄຸ້ມຄອງ, ນຳໃຊ້ພະນັກງານລັດຖະກອນ ແລະ ສັນຍາຈ້າງແຮງງານຂອງເມືອງໃນໄລຍະຜ່ານມາ. ພ້ອມກັນນັ້ນ, ໄດ້ແນະນຳໃຫ້ທ້ອງຖິ່ນເພີ່ມທະວີການເຜີຍແຜ່ຄຳສັ່ງຊີ້ນຳຈາກທຸກຂັ້ນກ່ຽວກັບການບັນຈຸ, ຄຸ້ມຄອງ ແລະ ນຳໃຊ້ພະນັກງານລັດຖະກອນ; ສືບຕໍ່ເພີ່ມທະວີການຝຶກອົບຮົມ ແລະ ບຳລຸງສ້າງຖັນແຖວພະນັກງານ, ລັດຖະກອນ ໃຫ້ມີຄວາມເຂັ້ມແຂງພຽງພໍໃນການປະຕິບັດໜ້າທີ່ລັດ ແລະ ສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ສ້າງແຜນກຳນົດພະນັກງານລັດຖະກອນ ແລະ ຈຳນວນພະນັກງານປະຈຳປີຂອງອົງການ ແລະ ຫົວໜ່ວຍທີ່ຢູ່ພາຍໃຕ້ການຄຸ້ມຄອງຕົນ; ສືບຕໍ່ຈັດຕັ້ງຢ່າງສົມເຫດສົມຜົນ ແລະ ຮັບປະກັນໂຄງປະກອບ ແລະ ຄຸນສົມບັດທີ່ເໝາະສົມກັບໜ້າທີ່ວຽກງານຂອງຄະນະຄູອາຈານ ທີ່ເຮັດວຽກຢູ່ເມືອງ.
ຄາຮັນ
ທີ່ມາ






(0)