ກປ.ອອນໄລ - ວັນທີ 25 ມິຖຸນາ, ກອງທັບເຮືອອາເມລິກາ ລວມມີກຳປັ່ນບັນທຸກເຮືອບິນ USS Ronald Reagan ພ້ອມດ້ວຍກຳປັ່ນບັນທຸກ 2 ລຳ (USS Antietam – CG 54 ແລະ USS Robert Smalls – CG 62) ໄດ້ເຂົ້າຈອດຢູ່ທ່າກຳປັ່ນ Tien Sa (ນະຄອນ ດ່າໜັງ ) ເພື່ອເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ເປັນເວລາ 5 ວັນ (ແຕ່ວັນທີ 25 – 30 ມິຖຸນາ).
ນີ້ແມ່ນຄັ້ງທີ 3 ທີ່ ຫວຽດນາມ ໄດ້ຕ້ອນຮັບກຳປັ່ນບັນທຸກເຮືອບິນຂອງ ອາເມລິກາ (ການຢ້ຽມຢາມກ່ອນນີ້ແມ່ນປີ 2018 ແລະ 2020). ການຢ້ຽມຢາມນະຄອນ ດ່າໜັງ ແມ່ນສ່ວນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ (2013 - 2023).
ທ່ານ ໂຮ່ຈີມິນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ເປັນປະທານພິທີຕ້ອນຮັບກຳປັ່ນກອງທັບເຮືອອາເມລິກາ. ເຂົ້າຮ່ວມມີຜູ້ຕາງໜ້າ ກະຊວງປ້ອງກັນປະເທດ , ກົມການຕ່າງປະເທດນະຄອນ ດ່ານັ້ງ ແລະ ອຳນາດການປົກຄອງຫວຽດນາມ ຈຳນວນໜຶ່ງ. ຝ່າຍອາເມລິກາ, ມີທ່ານເອກອັກຄະລັດຖະທູດ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ອາເມລິກາ ແລະ ເຈົ້າໜ້າທີ່ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ເຂົ້າຮ່ວມ.
ໃນໄລຍະຢ້ຽມຢາມນະຄອນ ດ່ານັງ, ຄະນະບັນຊາການກອງທັບເຮືອອາເມລິກາ ຈະໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງການນຳຄະນະກຳມະການປະຊາຊົນນະຄອນ ດ່ານັງ ແລະ ການນຳກອງບັນຊາການທະຫານເຮືອເຂດ 3. ບັນດາຄະນະພະນັກງານ, ນັກຮົບຈະເຂົ້າຮ່ວມບັນດາການເຄື່ອນໄຫວຂອງຊຸມຊົນຢູ່ນະຄອນ ດ່ານັງ, ເຊັ່ນ: ວັດທະນະທຳ, ກິລາ , ເຮັດອາຫານ, ແລກປ່ຽນພາສາອັງກິດ; ກິດຈະກຳມະນຸດສະທຳຢູ່ບ້ານຫວັງ, ບ້ານເດັກກຳພ້າຮ່ວາ.
ການຢ້ຽມຢາມຂອງກຳປັ່ນກອງທັບເຮືອ ອາເມລິກາ ປະຈຳ ຫວຽດນາມ ໄດ້ປະກອບສ່ວນຮັກສາ ແລະ ພັດທະນາການພົວພັນ ຫວຽດນາມ - ອາເມລິກາ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ. ເຫດການນີ້ສືບຕໍ່ຢືນຢັນຄວາມສາມາດຂອງຫວຽດນາມ ເພື່ອຮັບປະກັນດ້ານການຂົນສົ່ງ, ເຕັກນິກໃນການຕ້ອນຮັບກຳປັ່ນຕ່າງປະເທດ; ປະກອບສ່ວນໂຄສະນາພາບພົດຂອງປະເທດ ແລະ ປະຊາຊົນ ຫວຽດນາມ ໃນພາກພື້ນ ແລະ ສາກົນ.
ນັກຂ່າວໜັງສືພິມເອເລັກໂຕນິກກອງທັບປະຊາຊົນໄດ້ບັນທຶກບາງຮູບພາບໃນພິທີຕ້ອນຮັບຜູ້ແທນຜູ້ບັນຊາການກຳປັ່ນທະຫານເຮືອອາເມລິກາ:
| ພິທີຕ້ອນຮັບຜູ້ແທນກອງບັນຊາການທະຫານເຮືອ ອາເມລິກາ ຢູ່ທ່າກຳປັ່ນ Tien Sa. |
| ຜູ້ຕາງໜ້າອຳນາດການປົກຄອງຫວຽດນາມ ແລະ ອາເມລິກາ ໄດ້ຖ່າຍຮູບທີ່ລະນຶກກັບຜູ້ຕາງໜ້າກອງບັນຊາການກອງທັບເຮືອ ອາເມລິກາ. |
| ກຳປັ່ນບັນທຸກເຮືອບິນ USS Ronald Reagan ຢ້ຽມຢາມນະຄອນ ດ່າໜັງ. |
ກ່ຳປັ່ນ USS Antietam - CG 54 ເຂົ້າຈອດຢູ່ທ່າກຳປັ່ນ Tien Sa. |
| USS Robert Smalls - CG 62 ຈອດຢູ່ທ່າເຮືອ Tien Sa. |
| ກຳປັ່ນລາດຊະວົງ 2 ລຳ (USS Antietam - CG 54 ແລະ USS Robert Smalls - CG 62) ຢູ່ທ່າກຳປັ່ນ Tien Sa. |
VAN Chung (ສະແດງ)
ທີ່ມາ










(0)