ໃນພິທີເປີດງານ ມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ຈັດຂຶ້ນໃນຕອນຄໍ່າວັນທີ 9 ທັນວາ ຢູ່ບາງກອກ (ປະເທດໄທ), ໃນພາກສະແດງພາບຈຳລອງແຜນທີ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ ໃນເວລາຂະບວນແຫ່, ແຜນທີ່ຂອງຫວຽດນາມ ທີ່ຄະນະຈັດຕັ້ງງານມະຫາກຳກິລາຊີເກມ ຄັ້ງທີ 33 ໄດ້ນຳມາສະແດງນັ້ນ ມີແຕ່ແຜ່ນດິນໃຫຍ່, ຫາຍສາບສູນໄປໝົດ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແລະ ຝູ໋ກວກ.
ຜູ້ທີ່ເບິ່ງທາງໂທລະພາບ ແລະ ຖ່າຍທອດສົດຢູ່ສະໜາມກິລາ ລາດຊະວົງ ທັນທີທັນໃດ ພົບເຫັນຄວາມຜິດພາດອັນໜັກໜ່ວງທີ່ກ່ຽວຂ້ອງກັບພາບພົດດິນແດນ ແລະ ເອກະລັກຂອງຊາດ, ໂດຍສະເພາະເມື່ອເນື້ອໃນລະເມີດ ສິດອຳນາດອະທິປະໄຕ ແຫ່ງຊາດ.

ໃນພິທີເປີດງານ, ການນຳຄະ ນະຜູ້ແທນຫວຽດນາມ ໄດ້ຕິດຕໍ່ພົວພັນກັບສະຖານທູດຫວຽດນາມ ປະຈຳໄທ ເພື່ອສົມທົບກັນຈັດຕັ້ງການແກ້ໄຂບັນຫານີ້, ແລະ ຈະແຈ້ງຂ່າວຢ່າງເປັນທາງການໃນວັນທີ 10/12.
ໃນໄລຍະມໍ່ໆມານີ້, ຄະນະຈັດຕັ້ງງານມະຫາກຳກິລາຊີເກມທີ່ປະເທດເຈົ້າພາບໄດ້ເຮັດຜິດພາດຊ້ຳແລ້ວຊ້ຳອີກ. ທີ່ພິທີເປີດ, ນອກເໜືອໄປຈາກຄວາມຜິດພາດກ່ຽວກັບແຜນທີ່ຂອງຫວຽດນາມແລ້ວ, ຜູ້ຈັດຕັ້ງຍັງໄດ້ຍົກທຸງສິງກະໂປເຂົ້າຮ່ວມງານມະຫະກຳຊີເກມປີ 1997 ທີ່ຈັດຂຶ້ນຢູ່ອິນໂດເນເຊຍ.
ກ່ອນໜ້ານີ້, ຄະນະກຳມະການຈັດຕັ້ງປະເທດເຈົ້າພາບຍັງໄດ້ປະກາດຕາຕະລາງການແຂ່ງຂັນຟຸດຊໍເພດຍິງແຕ່ຖືທຸງຊາດຫວຽດນາມໄປໃສ່ທຸງຊາດໄທຜິດ, ແລະຜິດທຸງຊາດລາວເປັນທຸງອິນໂດເນເຊຍ...
ທີ່ມາ: https://vietnamnet.vn/doan-ttvn-de-nghi-lam-ro-sai-sot-hinh-anh-lanh-tho-o-sea-games-33-2471010.html










(0)