ຮູບ001.jpg
ພາບ: ຫງວຽນ ເຫ້ວ

ສວນອຸດສາຫະກຳ ບຽນຮວ່າ 1 (IP) ແມ່ນບ່ອນເກົ່າແກ່ທີ່ສຸດຢູ່ ຫວຽດນາມ, ສ້າງຕັ້ງໃນປີ 1963 ດ້ວຍເນື້ອທີ່ທັງໝົດ 324 ເຮັກຕາ ຢູ່ໃຈກາງນະຄອນ ບຽນຮວ່າ, ແຂວງ ດົ່ງນາຍ .

ຮູບ002.jpg
ພາບ: ຫງວຽນເຫ້ວ

ປີ 2009, ລັດຖະບານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ອະນຸຍາດ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ ປ່ຽນ​ໜ້າ​ທີ່​ສວນ​ອຸດສາຫະກຳ ບຽນ​ຮ່ວາ 1 ​ເປັນ​ເຂດ​ຕົວ​ເມືອງ - ການ​ຄ້າ - ການ​ບໍລິການ. ພາຍຫຼັງ​ການ​ກະກຽມ​ເປັນ​ເວລາ​ຫຼາຍ​ປີ, ​ໃນ​ຕົ້ນ​ປີ 2021, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຮັບຮອງ​ເອົາ​ເຂດ​ອຸດສາຫະກຳ ບຽນ​ຮ່ວາ 1 ອອກ​ຈາກ​ແຜນ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ຫວຽດນາມ, ​ເປັນ​ການ​ເປີດ​ຈຸດ​ຫັນ​ປ່ຽນ​ໃຫ້​ແກ່​ເຂດ​ນີ້.

ຮອດ​ປີ 2024, ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ ​ໄດ້​ອະນຸມັດ​ໂຄງການ​ຫັນ​ສວນ​ອຸດສາຫະກຳ ບຽນ​ຮ່ວາ 1 ​ເປັນ​ເຂດ​ຕົວ​ເມືອງ - ການ​ຄ້າ - ການ​ບໍລິການ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ.

ຮູບ003.jpg
ພາບ: ຫງວຽນເຫ້ວ

ກ່ຽວ​ກັບ​ການ​ຍົກຍ້າຍ ​ແລະ ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ຂອງ​ສວນ​ອຸດສາຫະກຳ ບຽນ​ຮ່ວາ 1, ທ່ານ ຫວູ​ເຕີນ​ດຶກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສົມທົບ​ກັບ​ບັນດາ​ຄະນະ, ສາຂາ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ກີດຂວາງ, ຊຸກຍູ້​ການ​ຜັນ​ຂະຫຍາຍ​ປະຕິບັດ​ໜ້າ​ທີ່.

ຮູບ004.jpg
ພາບ: ຫງວຽນເຫ້ວ

ປະຈຸ​ບັນ, ສວນ​ອຸດສາ​ຫະກຳ ບຽນ​ຮ່ວາ 1 ມີ​ວິ​ສາ​ຫະກິດ​ເຊົ່າ​ທີ່​ດິນ 70 ກວ່າ​ແຫ່ງ. ຕາມ​ໂຄງການ, ​ໃນ​ໄລຍະ​ທີ 1, ​ແຂວງ ດົ່ງ​ນາຍ ຈະ​ຍົກຍ້າຍ 14 ວິ​ສາ​ຫະກິດ, ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ເດືອນ 12/2024; ​ໃນ​ໄລຍະ​ທີ 2, ຮອດ​ທ້າຍ​ເດືອນ 12/2025, ບັນດາ​ວິ​ສາ​ຫະກິດ​ຈະ​ຖືກ​ຍົກຍ້າຍ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ບັນດາ​ວິ​ສາ​ຫະກິດ​ທີ່​ຍັງ​ຊັກ​ຊ້າ​ໃນ​ການ​ເຄື່ອນ​ຍ້າຍ​ອອກ​ຈາກ​ສວນ​ອຸດສາຫະກຳ ບຽນ​ຮ່ວາ 1 ​ເນື່ອງ​ຈາກ​ລໍຖ້າ​ແຜນການ, ກຳນົດ​ເວລາ, ​ຄ່າ​ຍົກຍ້າຍ​ທີ່​ເໝາະ​ສົມ.

ຮູບ005.jpg
ພາບ: ຫງວຽນເຫ້ວ
ຮູບ06.jpg
ພາບ: ຫງວຽນເຫ້ວ

ຜູ້ຕາງໜ້າ​ແຂວງ ດົ່ງ​ນາຍ ຢືນຢັນ​ວ່າ: ການ​ຫັນ​ເຂດ​ອຸດສາຫະກຳ ບຽນ​ຮ່ວາ 1 ​ເປັນ​ຕົວ​ເມືອງ ​ແລະ ການ​ຄ້າ ​ແມ່ນ​ນະ​ໂຍບາຍ​ທີ່​ສອດຄ່ອງ​ກັບ​ທ່າ​ອ່ຽງພັດທະນາ​ທົ່ວ​ໄປ​ຂອງ​ນະຄອນ ບຽນ​ຮວ່າ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ.

ຮູບ07.jpg
ພາບ: ຫງວຽນເຫ້ວ

ຫງວຽນເຫ້ວ