ກປ.ອອນໄລ - ຕອນບ່າຍວັນທີ 5 ທັນວາ, ຢູ່ເຂດ ທ່ອງທ່ຽວ ປ່າແປກພູຊ້າງ (Lam Dong), ອົງການທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ໄດ້ສົມທົບກັບພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງ Lam Dong ແລະ ໂຄງການທ່ອງທ່ຽວສະວິດເພື່ອການພັດທະນາແບບຍືນຍົງຢູ່ຫວຽດນາມ (ST4SD) ໄດ້ຈັດຕັ້ງເວທີປາໄສປະຈໍາປີດ້ວຍຫົວຂໍ້ “ການທ່ອງທ່ຽວສີຂຽວແຫ່ງຊາດ”, ປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂດ້ານການທ່ອງທ່ຽວສີຂຽວ ແລະສ້າງສາພັດທະນາການທ່ອງທ່ຽວສີຂຽວ.

ບັນດາຜູ້ຊ່ຽວຊານແບ່ງປັນບັນດາມາດຕະການແກ້ໄຂ ແລະ ສ້າງໂຄງປະກອບການເຄື່ອນໄຫວພັດທະນາການທ່ອງທ່ຽວສີຂຽວໃນສະພາບການໃໝ່.
ພາບ: ລຳວຽງ
ນີ້ແມ່ນເວທີປາໄສປະຈຳປີຄັ້ງທຳອິດທີ່ຈັດຕັ້ງເພື່ອຍົກສູງຄວາມຮັບຮູ້, ຊຸກຍູ້ການເຄື່ອນໄຫວຢ່າງແຮງໃນການເຄື່ອນໄຫວທ່ອງທ່ຽວຂຽວຢູ່ຫວຽດນາມ. ເຂົ້າຮ່ວມເວທີປາໄສມີຜູ້ແທນ 100 ກວ່າທ່ານລວມມີບັນດານັກ ຊ່ຽວຊານ, ນັກວິທະຍາສາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ການນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ການນຳຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາແຂວງ, ນະຄອນ, ສະມາຄົມ, ບັນດາວິສາຫະກິດທີ່ດຳເນີນທຸລະກິດໃນຂະແໜງທ່ອງທ່ຽວ, ບັນດາສະຖາບັນຝຶກອົບຮົມການທ່ອງທ່ຽວ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານດຣ ຫງວຽນຈຸງແຄ໋ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ຍຸດທະສາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030 ໄດ້ກຳນົດບັນດາເນື້ອໃນສະເພາະກ່ຽວກັບການພັດທະນາການທ່ອງທ່ຽວສີຂຽວ. ການທ່ອງທ່ຽວສີຂຽວບໍ່ແມ່ນຄໍາຂວັນຫຼືທ່າອ່ຽງຊົ່ວຄາວ.
ຕາມທ່ານ ແຄ໋ງຮ່ວາ ແລ້ວ, ຕໍ່ໜ້າສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມຢູ່ບາງຈຸດໝາຍປາຍທາງພວມດັງກ້ອງກັງວານເຖິງການພັດທະນາແບບຍືນຍົງ ແລະ ຄວາມດຸ່ນດ່ຽງລະຫວ່າງການຂຸດຄົ້ນແຫຼ່ງທ່ອງທ່ຽວຢ່າງມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຍົກສູງຄວາມສາມາດແຂ່ງຂັນຂອງບັນດາຈຸດໝາຍປາຍທາງ. ສະນັ້ນ, ການທ່ອງທ່ຽວຂຽວບໍ່ແມ່ນທາງເລືອກອີກແລ້ວ, ແຕ່ໄດ້ກາຍເປັນສິ່ງຈຳເປັນສຳຄັນສຳລັບການເຄື່ອນໄຫວ ແລະ ພັດທະນາຕື່ມອີກ.

ຜູ້ຊ່ຽວຊານແບ່ງປັນປະສົບການໃນການພັດທະນາການທ່ອງທ່ຽວສີຂຽວຕິດພັນກັບ ກະສິກໍາ
ພາບ: ລຳວຽງ
ເນື້ອໃນຕົ້ນຕໍຂອງເວທີປາໄສແມ່ນສຸມໃສ່ຫົວເລື່ອງບັນດາຮູບແບບ, ຂໍ້ລິເລີ່ມ ແລະ ນະໂຍບາຍຄຸ້ມຄອງແຫຼ່ງທ່ອງທ່ຽວຂຽວຢູ່ ຫວຽດນາມ - ທັດສະນະຈາກບັນດາພາກສ່ວນກ່ຽວຂ້ອງ; ປຶກສາຫາລືກ່ຽວກັບຂອບການເຄື່ອນໄຫວພັດທະນາການທ່ອງທ່ຽວສີຂຽວຂອງຫວຽດນາມ ໃນສະພາບການໃໝ່, ເພື່ອແນໃສ່ຊຸກຍູ້ການພັດທະນາການທ່ອງທ່ຽວສີຂຽວ ແລະ ຄຸ້ມຄອງບັນດາແຫຼ່ງທ່ອງທ່ຽວຂຽວຢູ່ ຫວຽດນາມ ຢ່າງມີປະສິດທິຜົນ.

ນັກທ່ອງທ່ຽວໄປຢ້ຽມຢາມປະຊາກອນຕົ້ນແປກຢູ່ພູດອຍ (ຕາແສງ Hiep Thanh, Lam Dong)
ພາບ: ລຳວຽງ
ທີ່ເວທີປາໄສ, ທ່ານນາງ ຫງວຽນລານງອກ, ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງ Lam Dong ໃຫ້ຮູ້ວ່າ: Lam Dong ມຸ່ງໄປເຖິງປີ 2030 ກາຍເປັນ “ສະຫວັນສີຂຽວ” ດ້ວຍແຫຼ່ງທ່ອງທ່ຽວລະດັບສູງ, ນິເວດວິທະຍາ, ການດູແລສຸຂະພາບ, ກິລາທະເລ ແລະ ສູນບັນເທີງລະດັບຊາດ ແລະ ສາກົນ.
ຕາມທ່ານຮອງສາດສະດາຈານ ດຣ ຟ້າມຮົ່ງລອງ, ຊ່ຽວຊານ ST4SD ໃຫ້ຮູ້ວ່າ, ອົງການການທ່ອງທ່ຽວຂອງສະຫະປະຊາຊາດ (UN Tourism) ໄດ້ກຳນົດການພັດທະນາການທ່ອງທ່ຽວສີຂຽວເປັນເສັ້ນທາງພັດທະນາທີ່ສຳຄັນ, ຈຳເປັນ ແລະ ຫຼີກລ່ຽງບໍ່ໄດ້ ແລະ ໄດ້ເນັ້ນໜັກເຖິງບົດບາດຂອງການທ່ອງທ່ຽວເປັນໜຶ່ງໃນປັດໃຈຊຸກຍູ້ການພັດທະນາເສດຖະກິດສີຂຽວ.
ທີ່ມາ: https://thanhnien.vn/du-lich-xanh-la-tat-yeu-de-phat-trien-du-lich-viet-nam-18525120515132124.htm










(0)