
ນີ້ແມ່ນກອງປະຊຸມສຳຄັນທີ່ສຸດ, ບໍ່ພຽງແຕ່ຈະສຳເລັດຈຸດໝາຍຮອດປີ 2025 ເທົ່ານັ້ນ, ຫາກຍັງແມ່ນການວາງທິດທາງພັດທະນາຮອດປີ 2026, ໃນສະພາບຕົວເມືອງສືບຕໍ່ປະຕິບັດຕົວແບບລັດຖະບານ 2 ຂັ້ນພາຍຫຼັງການຈັດຕັ້ງຄະນະບໍລິຫານງານ.
ທ່ານ ຫວູວັນມິນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ ມີບົດບາດສຳຄັນໃນການຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດຫຼາຍນະໂຍບາຍ, ກົນໄກ, ຍຸດທະສາດໃໝ່. ບັນດາຄຳຕັດສິນທີ່ໄດ້ຮັບການອະນຸມັດຈະປະກອບສ່ວນປະຕິບັດຄວາມມຸ່ງມາດປາດຖະໜາຂອງການກໍ່ສ້າງນະຄອນໂຮ່ຈິມິນ ໃຫ້ກາຍເປັນສູນ ເສດຖະກິດ , ການເງິນ, ວິທະຍາສາດ - ເຕັກໂນໂລຢີ ແລະ ວັດທະນະທຳແຖວໜ້າຂອງພາກພື້ນ.
ຕີລາຄາສະພາບການໃນໄລຍະຜ່ານມາ, ທ່ານ ຫວູວັນມິນ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ໄດ້ຮັບໝາກຜົນດີຫຼາຍຢ່າງ, ພິເສດແມ່ນວຽກງານປະກັນສັງຄົມ ແລະ ປະສິດທິຜົນການເຄື່ອນໄຫວຂອງຕົວແບບລັດຖະບານ 2 ຂັ້ນ. ເຖິງຢ່າງໃດກໍຕາມ, ນະຄອນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຄວາມຄືບໜ້າຂອງການເບີກຈ່າຍທຶນການລົງທຶນພາກລັດຍັງບໍ່ທັນຕາມຄວາມຄາດໝາຍ; ການສັນຈອນ ແລະ ພື້ນຖານໂຄງລ່າງໃນຕົວເມືອງມີຂໍ້ບົກຜ່ອງຫຼາຍອັນມາຍາວນານ; ການລະດົມແຫຼ່ງກຳລັງສັງຄົມຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ. ນອກຈາກນັ້ນ, ພາຍຫຼັງຂະບວນການຈັດວາງຫົວໜ່ວຍບໍລິຫານຄືນໃໝ່, ກົນໄກເກົ່າຈຳນວນໜຶ່ງກໍ່ບໍ່ເໝາະສົມ ແລະ ຕ້ອງໄດ້ທົບທວນ, ປັບປຸງ ຫຼື ປ່ຽນແປງໃໝ່ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີປະສິດທິຜົນໃນຂອບເຂດທົ່ວປະເທດ.
ທີ່ກອງປະຊຸມຄັ້ງນີ້, ສະພາປະຊາຊົນນະຄອນ ໂຮ່ຈີມິນ ຈະປຶກສາຫາລື ແລະ ແກ້ໄຂ 43 ບັນຫາສຳຄັນ, ກວມເອົາຫຼາຍຂົງເຂດຄື: ປະກັນສັງຄົມ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ, ສິ່ງແວດລ້ອມ, ການປະຕິຮູບດ້ານບໍລິຫານ, ການກະຈາຍຊັບພະຍາກອນ, ການພັດທະນາຕົວເມືອງ, ການຈັດສັນການລົງທຶນຂອງລັດ ແລະ ຍົກສູງຄຸນນະພາບການປົກຄອງ. ນີ້ໄດ້ຮັບຖືວ່າເປັນບາດກ້າວທີ່ສຳຄັນເພື່ອຊ່ວຍໃຫ້ນະຄອນສ້າງຄວາມສົມບູນແບບ, ລົບລ້າງສິ່ງກີດຂວາງທີ່ກີດຂວາງຂະບວນການພັດທະນາ, ສ້າງພື້ນຖານແບບຍືນຍົງໃຫ້ແກ່ການເລັ່ງລັດແຕ່ປີ 2026 ເປັນຕົ້ນໄປ.
ຄຽງຄູ່ກັບການກວດກາຄືນບັນດາເນື້ອໃນນະໂຍບາຍ, ສະພາປະຊາຊົນນະຄອນໂຮ່ຈິມິນ ກໍ່ປະຕິບັດວຽກງານບຸກຄະລາກອນ, ໃນນັ້ນມີການກວດກາ ແລະ ຕັດສິນໃຈກ່ຽວກັບບັນດາຕຳແໜ່ງສຳຄັນຂອງຄະນະລັດຖະບານ. ການເຄື່ອນໄຫວສ້າງໂຄງປະກອບບຸກຄະລາກອນແມ່ນຖືວ່າຈຳເປັນເພື່ອຮັບປະກັນຄວາມເປັນເອກະພາບ, ປັບປຸງປະສິດທິຜົນການປະຕິບັດງານ ແລະ ຕອບສະໜອງຄວາມຕ້ອງການວຽກງານໃນສະພາບການໃໝ່.
ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນນະຄອນໂຮ່ຈິມິນຈະສຳເລັດພາຍໃນມື້, ຄາດວ່າຈະນຳເອົາຄວາມຕັດສິນໃຈສຳຄັນຫລາຍຢ່າງເພື່ອຊ່ວຍນະຄອນສືບຕໍ່ເສີມຂະຫຍາຍທ່າແຮງ, ຊຸກຍູ້ການເຕີບໂຕ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ທີ່ມາ: https://baotintuc.vn/tp-ho-chi-minh/hdnd-tp-ho-chi-minh-khai-mac-ky-hop-chuyen-de-thu-5-20251114101647610.htm






(0)