ຫວ່າງມໍ່ໆມານີ້, ສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທີ 4 ອາຍຸການ 2024-2029. ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິງຄອຍ, ຜູ້ຕາງໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມດ້ວຍຜູ້ແທນ ແລະ ແຂກຜູ້ແທນ 100 ກວ່າຄົນ.

ທົບທວນຄືນຂະບວນການສ້າງສາ ແລະ ການເຄື່ອນໄຫວໃນໄລຍະ 20 ປີຜ່ານມາ, ທ່ານ ໂດ໋ຊວນຮວ່າງ, ປະທານສະມາຄົມ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ ໃຫ້ຮູ້ວ່າ: ສະມາຄົມ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ ມີບັນດາການເຄື່ອນໄຫວແທດຈິງເພື່ອໜູນຊ່ວຍພີ່ນ້ອງຮ່ວມຊາດ, ກໍ່ສ້າງປະຊາຄົມຊາວ ຫວຽດນາມ ສາມັກຄີໃນສະຫະພັນ ລັດເຊຍ, ສົມທົບກັບປະເທດເຈົ້າພາບ, ອະນຸລັກຮັກສາ ແລະ ແນະນຳເອກະລັກຂອງຊາດ, ຫັນກັບບ້ານເກີດເມືອງນອນ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ.
ພິເສດ, ກອງປະຊຸມໄດ້ຕົກລົງປ່ຽນຊື່ເປັນສະຫະພັນບັນດາອົງການຈັດຕັ້ງຫວຽດນາມ ຢູ່ສະຫະພັນລັດເຊຍ ໃຫ້ເໝາະສົມກັບລັກສະນະ ແລະ ຂະໜາດຂອງສະມາຄົມ, ສ້າງຄວາມສະດວກໃຫ້ແກ່ວຽກງານການຕ່າງປະເທດ ແລະ ທ່າອ່ຽງພັດທະນາຂອງສະມາຄົມຫວຽດນາມ ຢູ່ພາກພື້ນເອີລົບ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ແລະກອງປະຊຸມໃຫຍ່ຄັ້ງທີ 4 ຂອງສະມາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ, ຕາງໜ້າການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ທ່ານ ດ່າວວັນຈຽນ, ກຳມະການ ກົມການເມືອງ , ເລຂາທິການສູນກາງພັກ, ປະທານຄະນະບໍລິຫານງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງສະມາຄົມ.
ໃນຈົດໝາຍອວຍພອນ, ທ່ານປະທານ Do Van Chien ໄດ້ຮັບຮູ້ ແລະ ຕີລາຄາສູງບົດບາດຂອງສະມາຄົມ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ແລະ ສະແດງຄວາມເຄົາລົບນັບຖືບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ສະມາຄົມຍາມໃດກໍ່ຍຶດໝັ້ນນ້ຳໃຈສາມັກຄີແຫ່ງຊາດ, ຄວາມຮັກແພງເຊິ່ງກັນ ແລະ ກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ພ້ອມກັນນັ້ນ, ກໍ່ໄດ້ຜັນຂະຫຍາຍການເຄື່ອນໄຫວປະຕິບັດຫຼາຍຢ່າງມຸ່ງໄປເຖິງປະເທດຊາດ, ພ້ອມທັງເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ລັດເຊຍ.
ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 4 ຈະແມ່ນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃໝ່ຂອງສະມາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ, ທ່ານປະທານປະເທດ Do Van Chien ປາດຖະໜາວ່າ ສະມາຄົມຈະສືບຕໍ່ເສີມຂະຫຍາຍບົດບາດຫຼັກໝັ້ນຂອງປະຊາຄົມ, ປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ແທດເໝາະກັບສະພາບການໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລັດເຊຍ. ສ່ວນທີ່ບໍ່ສາມາດແຍກອອກໄດ້ຂອງກຸ່ມມະຫາສາມັກຄີປະເທດຊາດ.

ເນື່ອງໃນໂອກາດນີ້, ສະມາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ ໄດ້ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ດ້ວຍບັນດາຜົນງານດີເດັ່ນໃນການເຕົ້າໂຮມ ແລະ ພັດທະນາປະຊາຄົມ ແລະ ການຈັດຕັ້ງບັນດາການເຄື່ອນໄຫວມຸ່ງໄປເຖິງບ້ານເກີດເມືອງນອນ. ທ່ານໂດ້ຊວນຮ່ວາງ, ປະທານສະມາຄົມແລະທ່ານເຈີ່ນຟູເຖາະ, ຮອງປະທານຖາວອນຂອງສະມາຄົມກໍ່ໄດ້ຮັບຫຼຽນໄຊແຮງງານຊັ້ນ 3.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະປະຈຳແລະກຳມະການກວດກາຂອງສະຫະພັນສະໄໝທຳອິດ, ລວມມີ 45 ສະຫາຍ. ທ່ານ ໂດຊວນຮ່ວາງ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນບັນດາອົງການຈັດຕັ້ງຫວຽດນາມ ປະຈຳສະຫະພັນລັດເຊຍ ໄລຍະທຳອິດແຕ່ປີ 2024-2029.
ທີ່ມາ: https://daidoanket.vn/hoi-nguoi-viet-nam-tai-lien-bang-nga-ky-niem-20-nam-thanh-lap-va-to-chuc-dai-hoi-lan-thu-iv-10296629.html










(0)