ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປະກອບຄໍາຄິດຄໍາເຫັນ, ປຶກສາຫາລືຫຼາຍດ້ານກ່ຽວກັບປະສົບການ ແລະ ວິທີແກ້ໄຂຂອງທ້ອງຖິ່ນໃນການວາງແຜນ, ການຝຶກອົບຮົມ, ບໍາລຸງສ້າງ, ຍົກຍ້າຍ, ການຈັດວາງການນໍາໃຊ້ພະນັກງານຍິງ, ໂດຍສະເພາະແມ່ນພະນັກງານຍິງໜຸ່ມ ແລະ ແມ່ຍິງຊົນເຜົ່າ; ຊີ້ນຳ ແລະ ຜັນຂະຫຍາຍບັນດານະໂຍບາຍຊຸກຍູ້ຄວາມສະເໝີພາບທາງເພດຢູ່ທ້ອງຖິ່ນ; ສົມທົບກັບລັດຖະບານ, ແນວໜ້າ, ແລະ ບັນດາອົງການ ການເມືອງ - ສັງຄົມ ໃນຂະບວນການຈັດຕັ້ງ ແລະ ປະຕິບັດວຽກງານແມ່ຍິງ; ພັດທະນາສະມາຊິກພັກແມ່ຍິງບັນດາເຜົ່າ; ວິເຄາະຂໍ້ຂາດຕົກບົກຜ່ອງ ແລະ ຂໍ້ຄົງຄ້າງຂອງແມ່ຍິງໃນວຽກງານການນຳພາ ແລະ ຄຸ້ມຄອງ... ຜ່ານກອງປະຊຸມດັ່ງກ່າວ ແມ່ນແນໃສ່ຮັດແໜ້ນການນຳພາ ແລະ ທິດຊີ້ນຳຂອງທຸກຂັ້ນ ໃນການຈັດຕັ້ງປະຕິບັດເປົ້າໝາຍ ແລະ ວິທີແກ້ໄຂກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ວຽກງານພະນັກງານຍິງ ໃນໄລຍະການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ; ຍູ້ແຮງບົດບາດຂອງພະນັກງານຍິງເຂົ້າຮ່ວມການນຳ ແລະ ຕຳແໜ່ງບໍລິຫານຢູ່ທ້ອງຖິ່ນ.
ພາບລວມຂອງກອງປະຊຸມ.
ເປັນທີ່ຮູ້ວ່າ, ເມືອງ ນິງເຊີນ ມີອັດຕາສະມາຊິກສະຫາຍຍິງ 8/36 ສະຫາຍເຂົ້າຮ່ວມຄະນະບໍລິຫານງານອົງການເມືອງ (22%); ສະຫາຍຍິງ 16/55 ສະຫາຍ ເຂົ້າຮ່ວມການນຳຂອງບັນດາພະແນກການ ແລະ ຫ້ອງການວິຊາສະເພາະຂອງເມືອງ (29%); 5/33 ສະຫາຍຍິງເຂົ້າຮ່ວມຄະນະປະຈຳພັກ (15%); ສະຫາຍຍິງ 32/112 ສະຫາຍ ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ (28,57%); ສະຫາຍຍິງ 10/52 ສະຫາຍ ເຂົ້າຮ່ວມບັນດາຕໍາແໜ່ງສໍາຄັນຢູ່ຂັ້ນບ້ານ (19,2%); ສະມາຊິກສະພາປະຊາຊົນຂັ້ນເມືອງ 7 ສະຫາຍ / ຍິງ 29 ສະຫາຍ ກວມ 24,14% ໃນນັ້ນ: ຍິງ 1 ສະຫາຍ ເປັນຄະນະພັກເມືອງ, ຮອງປະທານຄະນະປະຈຳພັກເມືອງ; ຜູ້ແທນສະພາປະຊາຊົນຕາແສງ 46 ຄົນ/ຍິງ 198 ຄົນ ກວມ 23,23%; ສະມາຊິກພັກທັງໝົດ: ຍິງ 744 ສະຫາຍ/ສະມາຊິກພັກ 1.970 ສະຫາຍ ກວມ 37%.
ກິມທຸຍ
ທີ່ມາ










(0)