ກ່ອນໜ້ານັ້ນ, ຕອນບ່າຍວັນທີ 8 ທັນວາ, ຢູ່ສະໜາມກິລາຫົວມາກ, ບາງກອກ, ພິທີຊັກທຸງຂອງຄະນະນັກ ກິລາ ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33 ໄດ້ດຳເນີນໄປດ້ວຍບັນຍາກາດອັນສະຫງ່າລາສີ ແລະ ດ້ວຍຄວາມເຄົາລົບນັບຖື.
ທ່ານ ຫງວຽນຮົ່ງມິງ ຫົວໜ້າຄະນະກິລາ ຫວຽດນາມ ພ້ອມດ້ວຍບັນດານັກກິລາ, ຄູຝຶກ ແລະ ພະນັກງານຄະນະເຂົ້າຮ່ວມພິທີໄດ້ເປັນສັກຂີພິຍານໃນວິລະກຳ ແລະ ອາລົມຈິດ ເມື່ອທຸງຊາດຖືກຍົກຂຶ້ນ, ທ່າມກາງສຽງເພງຊາດອັນສະຫງ່າລາສີ.

ພາຍຫຼັງພິທີຊັກທຸງໄດ້ສິ້ນສຸດລົງ, ທ່ານ ຫງວຽນຮົ່ງມິງ, ຫົວໜ້າຄະນະ ໃຫ້ຮູ້ວ່າ: “ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຢູ່ຕໍ່ໜ້າບັນດາການແຂ່ງຂັນທີ່ນັບມື້ນັບຮຸນແຮງຈາກບັນດາປະເທດທີ່ເຂັ້ມແຂງໃນພາກພື້ນຄື: ໄທ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ, ໄດ້ສ້າງຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ບັນດາເປົ້າໝາຍບັນລຸໄດ້ຂອງຄະນະຜູ້ແທນກິລາ ຫວຽດນາມ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດານັກກິລາ ຫວຽດນາມ ກໍ່ມີຄວາມເຊື່ອໝັ້ນ ແລະ ຍາມໃດກໍ່ມີຄວາມຕັ້ງໃຈສູງສຸດເພື່ອບັນລຸເປົ້າໝາຍທີ່ວາງໄວ້”.
ໃນວັນທີ 8 ທັນວານີ້, ນັກກິລາ 264 ຄົນ ແລະ ຄູເຝິກ 15 ກິລາໄດ້ສືບຕໍ່ເດີນທາງເຖິງປະເທດໄທເພື່ອເຂົ້າຮ່ວມງານມະຫາກຳກິລາເອຊຽນເກມຄັ້ງທີ 33 (ຊີເກມ 33). ກິລາປະເພດນີ້ປະກອບມີ: ບານສົ່ງ, ເທັນນິດ, ເທຄບານ, ຈູຈິສຊູ, ຍິງເປົ້າ, ເຊປັກຕະກອນ, MMA, ບ້ວງ, ໝາກຮຸກ, ຢູໂດ, ເທຄວັນໂດ, ກາຣາເຕ, ເປຕັງ, ມວຍປໍ້າ ແລະ ສະເກັດຮູບ.

ຄະນະຜູ້ແທນກິລາຫວຽດນາມທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 33 ມີສະມາຊິກທັງໝົດ 1.165 ຄົນ, ໃນນັ້ນມີນັກກິລາ 842 ຄົນ, ຄູເຝິກ 189 ຄົນ ແລະ ນັກຊ່ຽວຊານ 19 ຄົນ. ຄະນະຜູ້ແທນຈະເຂົ້າຮ່ວມການແຂ່ງຂັນກິລາ 47/66 ແລະ 443/573 ກິດຈະກໍາຂອງເກມ.
ທີ່ມາ: https://baophapluat.vn/hom-nay-khai-mac-sea-games-33.html










(0)