ດ້ວຍແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນ ແລະ ເປັນເອກະລັກ; ການລົງທຶນພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ສະດວກສະບາຍໃນດ້ານເສັ້ນທາງ, ທາງລົດໄຟ, ທາງທະເລ ແລະ ທາງອາກາດ; ສະພາບແວດລ້ອມການທ່ອງທ່ຽວທີ່ປອດໄພ; ແລະ ແມ່ນສະຖານທີ່ຈັດຕັ້ງງານວາງສະແດງສາກົນຫຼາຍຢ່າງ, ໃນຊຸມປີມໍ່ໆມານີ້, ນະຄອນ ດ່ານັ້ງ ໄດ້ຢັ້ງຢືນເຄື່ອງໝາຍຂອງຕົນແມ່ນຈຸດໝາຍດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ກອງປະຊຸມໃຫຍ່ຄັ້ງທີ 20 ຂອງອົງຄະນະພັກນະຄອນດ່ານັງໄລຍະ 2020-2025 ໄດ້ຕີລາຄາວ່າ: ນະຄອນດານັງໄດ້ປະຕິບັດ 3 ບາດກ້າວພັດທະນາ ເສດຖະກິດ-ສັງຄົມ ຢ່າງມີປະສິດທິຜົນ, ໃນນັ້ນມີການເຮັດໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດທີ່ມີຊື່ສຽງ, ມີເຄື່ອງໝາຍການແຂ່ງຂັນກັບສາກົນ.
ທີ່ມາ










(0)