| ກົງສຸນໃຫຍ່ ຟ້າມບິງດາມ (ຊ້າຍ) ເຮັດວຽກກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມາເກົາ ທ່ານ Wong Sio Chak. (ແຫຼ່ງຂ່າວ: ກົງສຸນໃຫຍ່ຫວຽດນາມ ປະຈໍາ ຮົງກົງ ແລະ ມາກາວ) |
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມບິ່ງມິງ ຢືນຢັນວ່າ: ຄວາມສາມາດບົ່ມຊ້ອນດ້ານຕະຫຼາດແຮງງານລະຫວ່າງ ຫວຽດນາມ ແລະ ມາກາວ ຍັງມີຂະໜາດໃຫຍ່ຫຼວງ, ຄົນງານຫວຽດນາມ ສາມາດປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ພື້ນຖານເສດຖະກິດ ຂອງມາກາວ. 2 ຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນເພື່ອລົບລ້າງຄວາມຫຍຸ້ງຍາກ, ຊຸກຍູ້ ແລະ ຂຸດຄົ້ນຕະຫຼາດໃຫຍ່ນີ້ຢ່າງມີປະສິດທິຜົນ.
ກ່ຽວກັບການອອກແຮງງານ, ທ່ານເອກອັກຄະລັດຖະທູດ ຟ້າມບິ່ງດາມ ແບ່ງປັນວ່າ: ປະຈຸບັນ ມີຄົນງານ ຫວຽດນາມ ກ່ວາ 7.000 ຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ມາກາວ. ເມື່ອທຽບໃສ່ໄລຍະທີ່ມີແຮງງານຫຼາຍກວ່າ 20.000 ຄົນ, ຈຳນວນຄົນນີ້ໄດ້ຫຼຸດລົງເກືອບ 2/3.
ທ່ານເອກອັກຄະລັດຖະທູດກ່າວວ່າ, ປະຈຸບັນ ຫວຽດນາມແມ່ນແຫຼ່ງກຳລັງແຮງງານທີ່ມີຄຸນນະພາບສູງໃຫ້ຫຼາຍຕະຫຼາດ, ພິເສດແມ່ນຕະຫຼາດອາຊີຕາເວັນອອກສຽງເໜືອ.
ມາຮອດເດືອນ 6/2023, ມີຄົນງານຫວຽດນາມຢູ່ ສ.ເກົາຫຼີ ປະມານ 49.000 ຄົນ; ຄົນງານ ຫວຽດນາມ ຢູ່ ຍີ່ປຸ່ນ ກວ່າ 77.000 ຄົນ, ກວມ 25% ຈຳນວນຄົນງານຕ່າງປະເທດທັງໝົດຢູ່ປະເທດນີ້; ຄົນງານຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) ປະມານ 258.000 ຄົນ, ກວມ 35% ຈຳນວນຄົນງານຕ່າງປະເທດທັງໝົດຢູ່ເຂດ... ຄົນງານຫວຽດນາມ ຢູ່ບັນດາຕະຫຼາດນີ້ ໄດ້ຮັບການຕີລາຄາວ່າ ມີຄວາມດຸໝັ່ນ ແລະ ຊໍານິຊໍານານ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ເສດຖະກິດທ້ອງຖິ່ນ.
ທ່ານເອກອັກຄະລັດຖະທູດ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ປະຈຸບັນ, ວີຊາແມ່ນສິ່ງກີດຂວາງໃຫຍ່ທີ່ສຸດຂອງຄົນງານ ຫວຽດນາມ, ແລະ ຮຽກຮ້ອງໃຫ້ຝ່າຍມາກາວ ເອົາໃຈໃສ່ ແລະ ສົມທົບກັນແກ້ໄຂ, ເຊັ່ນ: ເລັ່ງລັດເວລາອອກວີຊາ, ເຮັດໃຫ້ການບໍລິຫານງ່າຍ; ພິເສດແມ່ນກວດກາຄືນຂະບວນການອອກວີຊາໃຫ້ຄົນງານ ຫວຽດນາມ ເພື່ອຕໍ່ອາຍຸສັນຍາຢູ່ມາກາວ...; ທ່ານຍັງກ່າວວ່າ, ພ້ອມແລ້ວທີ່ຈະປະສານສົມທົບກັບຝ່າຍມາກາວເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຊາວຫວຽດນາມອາໄສຢູ່ທີ່ຜິດກົດໝາຍຢູ່ທີ່ນີ້ຢ່າງຖືກຕ້ອງ.
| ຄະນະຜູ້ແທນສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮົງກົງ ແລະ ມາກາວ ໄດ້ເຮັດວຽກກັບຫ້ອງການທ່ອງທ່ຽວ ມາກາວ. (ແຫຼ່ງຂ່າວ: ກົງສຸນໃຫຍ່ຫວຽດນາມ ປະຈໍາ ຮົງກົງ ແລະ ມາກາວ) |
ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບມາກາວ Wong Sio Chak ໄດ້ຮັບຮູ້ ແລະ ແບ່ງປັນຄຳເຫັນຂອງກົງສູນໃຫຍ່ Pham Binh Dam; ຕົກລົງສົມທົບກັນຊອກຫາວິທີແກ້ໄຂບັນຫາວີຊາໃຫ້ຄົນງານຫວຽດນາມ. ທ່ານລັດຖະມົນຕີກໍ່ແບ່ງປັນວ່າ: ອັດຕາຄົນງານຫວຽດນາມທີ່ລະເມີດກົດໝາຍທ້ອງຖິ່ນຍັງສູງເມື່ອທຽບໃສ່ກັບຄົນງານຈາກປະເທດອື່ນ; ຮຽກຮ້ອງໃຫ້ຝ່າຍຫວຽດນາມ ເພີ່ມທະວີບັນດາມາດຕະການປະສານສົມທົບເພື່ອຮັບມືກັບສະພາບການ.
ກ່ຽວກັບການທ່ອງທ່ຽວ, ຫົວໜ້າກົມທ່ອງທ່ຽວ Maria Helena de Senna Fernandes ໃຫ້ຮູ້ວ່າ: ຫວຽດນາມ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວມາກາວ, ພິເສດແມ່ນ ນະຄອນ ດ່າໜັງ . ປະຈຸບັນ, ມີບໍລິສັດທ່ອງທ່ຽວ ແລະ ອົງການທ່ອງທ່ຽວມາກາວຈຳນວນຫນຶ່ງໄດ້ສົ່ງເສີມການທ່ອງທ່ຽວໄປຫວຽດນາມ. ເຖິງຢ່າງໃດກໍຕາມ, ການທ່ອງທ່ຽວສອງສົ້ນຍັງຈຳກັດ; ແນະນຳໃຫ້ຈັດຕັ້ງປະຕິບັດໂຄງການສົ່ງເສີມການທ່ອງທ່ຽວຮ່ວມກັນ.
ແບ່ງປັນທັດສະນະດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ດ້ວຍພູມສັນຖານ, ຄວາມຄ້າຍຄືກັນທາງດ້ານວັດທະນະທຳ, ການຄົມມະນາຄົມຂົນສົ່ງ, ຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ມາກາວ ຍັງໃຫຍ່ຫຼວງ, ຕ້ອງຜັນຂະຫຍາຍບັນດາມາດຕະການຟື້ນຟູ ແລະ ເປີດກວ້າງຕະຫຼາດທ່ອງທ່ຽວ 2 ສົ້ນ.
ກ່ອນໜ້ານັ້ນ, ໃນການຢ້ຽມຢາມມາກາວ ແຕ່ວັນທີ 13 – 14/4, ທ່ານເອກອັກຄະລັດຖະທູດ ຟ້າມບິ່ງມິງ ໄດ້ມີການພົບປະກັບຫົວໜ້າຄະນະບໍລິຫານງານເຂດບໍລິຫານພິເສດມາກາວ ຮ່າອຽນແທ່ງ. 2 ຝ່າຍໄດ້ເຫັນດີເປັນເອກະສັນກັນສູງກ່ຽວກັບການຮ່ວມມືເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສົມທົບກັນແກ້ໄຂບັນຫາແຮງງານ, ລົບລ້າງຂໍ້ຈຳກັດວີຊາໃຫ້ຄົນງານ ແລະ ນັກທ່ອງທ່ຽວຫວຽດນາມ.
ທີ່ມາ






(0)