ເຂົ້າຮ່ວມພິທີ, ຕາງໜ້າໃຫ້ເຂດ Nouvelle Aquitaine ມີ: ທ່ານ Alain Rousset ປະທານສະພາພາກພື້ນ; ທ່ານນາງ Isabella Boudineau, ຮອງປະທານສະພາພາກພື້ນ; ທ່ານ Passal Duforeste, ຮອງປະທານສະພາພາກພື້ນ; ທ່ານ Dominique Delpuech ທີ່ປຶກສາ ການທູດ ຂອງລັດຖະບານຝຣັ່ງປະຈຳພາກພື້ນ.
ເຂົ້າຮ່ວມມີທ່ານ Dinh Toan Thang, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ຝະລັ່ງ.
ເຂົ້າຮ່ວມພິທີຕາງໜ້າແຂວງ ລາວກາຍ ມີບັນດາສະຫາຍ: ຮ່ວາງຈູງຫາຍ, ຮອງເລຂາຄະນະພັກແຂວງ; Ly Thi Vinh, ກໍາມະການຄະນະປະຈໍາພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ; ທ່ານນາງ Giang Thi Dung, ຮອງປະທານຄະນະກຳມະການປະຊາຊົນແຂວງ; ການນຳຂອງພະແນກແຜນການ ແລະ ການລົງທຶນ, ກົມ ທ່ອງທ່ຽວ , ຄະນະພັກບັນດາອົງການຈັດຕັ້ງແຂວງ-ວິສາຫະກິດຕັນ ແລະ ຄະນະກຳມະການປະຊາຊົນເມືອງບັກຮ່າ.

ຕາມການຕີລາຄາແລ້ວ, ບົນພື້ນຖານການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ວັນທີ 18/11/2002, ເຂດ Aquitaine ແລະ ແຂວງ ລາວກາຍ ໄດ້ຕົກລົງລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື. ພາຍຫຼັງ 20 ປີແຫ່ງການຮ່ວມມື ແລະ 5 ໄລຍະການຜັນຂະຫຍາຍ, ຂົງເຂດ Aquitaine ໄດ້ໜູນຊ່ວຍແຂວງ ລາວກາຍ ຄົ້ນຄ້ວາ ແລະ ພັດທະນາບັນດາກຸ່ມໝາກໄມ້ເຂດຮ້ອນ ( peach, plum, apple, kiwi, pear...); ການວາງແຜນຜັງເມືອງເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວນິເວດ; ສ້າງລະບຽບການທ່ອງທ່ຽວເມືອງຊາປາປີ 2004 ແລະ ໃຫ້ຄຳປຶກສາ ແລະ ສະໜັບສະໜູນດ້ານວິຊາການເພື່ອພັດທະນາການທ່ອງທ່ຽວ; ການສຶກສາ ສິ່ງແວດລ້ອມ ແລະ ການຄົ້ນຄວ້າຕິດຕາມຊີວະນາໆພັນ; ປົກປັກຮັກສາແລະເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທໍາແລະທໍາມະຊາດ; ຝຶກອົບຮົມພາສາຝຣັ່ງໃຫ້ບັນດາພະນັກງານແລະລັດຖະກອນແຂວງລາວກາຍ...
ພິເສດ, ຜ່ານການຮ່ວມມືດ້ານການທ່ອງທ່ຽວ ແລະ ວາງແຜນກຳນົດການທ່ອງທ່ຽວ, ໄດ້ປະກອບສ່ວນກໍ່ສ້າງເຂດທ່ອງທ່ຽວ Sa Pa ໃຫ້ກາຍເປັນເຂດທ່ອງທ່ຽວແຫ່ງຊາດ, ມຸ່ງໄປເຖິງບັນດາເຂດທ່ອງທ່ຽວສາກົນ.
ໝາກຜົນການຮ່ວມມືລະຫວ່າງ ລາວກາຍ ແລະ Aquitaine ໄດ້ຮັບການຕີລາຄາສູງຈາກລັດຖະບານ, ບັນດາກະຊວງ, ສາຂາ ແລະ ນັກຊ່ຽວຊານຂອງສອງປະເທດ. ບັນດາເນື້ອໃນການຮ່ວມມືແມ່ນວິທະຍາສາດ, ຄຸນນະພາບສູງ, ປະຕິບັດໄດ້ ແລະ ມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ຝະລັ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານ Alain Rousset, ປະທານສະພາພາກພື້ນ Nouvelle Aquitaine ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມື 20 ປີລະຫວ່າງແຂວງ ລາວກາຍ ແລະ ເຂດ Nouvelle Aquitaine, ປະກອບສ່ວນສຳຄັນເຂົ້າໃນໝາກຜົນການຮ່ວມມືໃນ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ຝຣັ່ງ.
ກ່ຽວກັບທິດທາງໄລຍະ 2025 – 2027, ທ່ານປະທານສະພາແຫ່ງຊາດເຂດ Nouvelle Aquitaine ໄດ້ສະເໜີໃຫ້ 2 ຝ່າຍເຫັນດີເປັນເອກະພາບບັນດາເນື້ອໃນການຮ່ວມມືຄື: ປົກປັກຮັກສາ ແລະ ເຊີດຊູຄຸນຄ່າມໍລະດົກວັດທະນະທຳ ແລະ ທຳມະຊາດ; ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ; ຄົ້ນຄວ້າ, ສ້າງ ແລະ ພັດທະນາຜະລິດຕະພັນການທ່ອງທ່ຽວ ແລະ ກິລາຜະຈົນໄພ; ພັດທະນາກະສິກໍານິເວດ, ຢາສະຫມຸນໄພ, ປ່າໄມ້; ຂຸດຄົ້ນແຫຼ່ງນ້ຳແບບຍືນຍົງ, ລ້ຽງໄຂ່ປາແຊນມອນຢູ່ແຂວງຊາປາ; ການສຶກສາສິ່ງແວດລ້ອມ ແລະການຄົ້ນຄວ້າວິທະຍາສາດ.

ທີ່ພິທີ, ຕາງໜ້າການນໍາແຂວງ ລາວກາຍ, ສະຫາຍ ຮວ່າງຢາງ, ຮອງເລຂາຄະນະພັກແຂວງ, ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສຸດຊຶ້ງມາຍັງລັດຖະບານ ຝະລັ່ງ ແລະ ລັດຖະບານເຂດ Aquitaine, ກໍ່ຄືທ່ານ Alain Rousset, ປະທານເຂດ Aquitaine.
ສະຫາຍ ຮວ່າງຢາງ ຢືນຢັນວ່າ: ການພົວພັນຮ່ວມມືລະຫວ່າງແຂວງ ລາວກາຍ ແລະ ພາກພື້ນ Aquitaine ແມ່ນຮູບແບບທີ່ດີ ແລະ ມີປະສິດທິຜົນ, ນີ້ແມ່ນໝາກຜົນແຫ່ງການຮ່ວມມືໂດຍກົງລະຫວ່າງບັນດາເຂດແຄວ້ນ ບົນພື້ນຖານຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງຂອງແຕ່ລະຝ່າຍ. ປະສິດທິຜົນຂອງການຮ່ວມມືບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານເສດຖະກິດເທົ່ານັ້ນ, ຫາກຍັງນຳມາເຊິ່ງຄຸນຄ່າວັດທະນະທຳ - ສັງຄົມໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ໃນໄລຍະຈະມາເຖິງ, ແຂວງ ລາວກາຍ ຫວັງວ່າຈະສືບຕໍ່ເພີ່ມທະວີການຮ່ວມມືກັບພາກພື້ນ Nouvelle Aquitaine (ສາທາລະນະລັດ ຝະລັ່ງ).



ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້, ຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການປະຕິບັດບັນດາເນື້ອໃນການຮ່ວມມື. ພ້ອມກັນນັ້ນ, ໄດ້ເຫັນດີເປັນເອກະພາບກ່ຽວກັບວິທີແກ້ໄຂ, ກົນໄກ ແລະ ແຫຼ່ງກຳລັງເພື່ອຍົກສູງຄຸນນະພາບການເຄື່ອນໄຫວຮ່ວມມື.
ທີ່ມາ






(0)