ໃນຊຸມມື້ມໍ່ໆມານີ້, ນະຄອນ ດ່ານັງ ໄດ້ປະສົບກັບຝົນຕົກໜັກເປັນເວລາຍາວນານ, ເຮັດໃຫ້ເກີດໄພນ້ຳຖ້ວມຢ່າງກວ້າງຂວາງ, ແລະດິນເຈື່ອນຢ່າງຮ້າຍແຮງຢູ່ເຂດພູດອຍຫຼາຍແຫ່ງ, ໄດ້ຕັດເສັ້ນທາງບາງແຫ່ງ, ແລະເປັນເຂດທີ່ຢູ່ອາໄສແຄມທະເລເປັນຈຳນວນຫຼວງຫຼາຍ. ຫຼາຍຄົວເຮືອນຕ້ອງໄດ້ອົບພະຍົບຢ່າງຮີບດ່ວນ, ຊີວິດແລະການເຄື່ອນໄຫວຂອງເຂົາເຈົ້າໄດ້ຮັບຄວາມຫຍຸ້ງຍາກ, ຄວາມສ່ຽງຕໍ່ການສູນເສຍຊີວິດແລະຊັບສິນແມ່ນສູງຫຼາຍ.
ວັນທີ 31 ຕຸລານີ້, ພາຍຫຼັງນ້ຳໄດ້ຫຼຸດລົງ, ບັນດາກອງບັນຊາ ການທະຫານ ນະຄອນ ດ່ານັ້ງ ໄດ້ໄປຮອດເຂດປະສົບໄພນ້ຳຖ້ວມຢ່າງວ່ອງໄວ, ເພື່ອໜູນຊ່ວຍທ້ອງຖິ່ນໂດຍທົ່ວໄປໃນການທຳຄວາມສະອາດ, ເກັບຂີ້ຕົມ, ຂີ້ເຫຍື້ອ, ຟື້ນຟູຊີວິດປະຈຳວັນ.

ນອກຈາກກຳລັງປະກອບອາວຸດຂອງເມືອງແລ້ວ, ບັນດາກອງບັນຊາການທະຫານເຂດຍັງຈະສົມທົບກັນຊ່ວຍບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ, ປະກອບສ່ວນຊຸກຍູ້ການຟື້ນຟູສິ່ງແວດລ້ອມ ແລະ ສະຖຽນລະພາບຊີວິດການເປັນຢູ່ຂອງປະຊາຊົນ.
ຕາມທ່ານພັນເອກ ເຈີ່ນຮ່ວາງແອງ, ຜູ້ບັນຊາການທະຫານນະຄອນ ດ່າໜັງ ແລ້ວ, ບັນດາກຳລັງປະກອບອາວຸດນະຄອນ ຍາມໃດກໍ່ມີຄວາມພ້ອມຢ່າງສະເໝີຕົ້ນສະເໝີປາຍທາງດ້ານບຸກຄະລາກອນ, ພາຫະນະ, ອຸປະກອນ ແລະ ເຄື່ອງມືກູ້ຊີບ, ຕັ້ງໜ້າໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ອະນາໄມສິ່ງແວດລ້ອມ, ຟື້ນຟູເຮືອນຊານ, ໂຮງຮຽນ ແລະ ວຽກງານສາທາລະນະ.
ກອງບັນຊາການທະຫານເມືອງ ກໍ່ໄດ້ຮຽກຮ້ອງໃຫ້ບັນດາອົງການ, ໜ່ວຍງານສືບຕໍ່ເອົາໃຈໃສ່ແກ້ໄຂຢ່າງແໜ້ນແຟ້ນ, ບໍ່ໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກອຶດຫິວ ຫຼື ຂາດນໍ້າສະອາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຊັບສິນຢ່າງແທ້ຈິງ, ພ້ອມທັງກະກຽມກຳລັງ ແລະ ພາຫະນະເຄື່ອນທີ່ເພື່ອປະຕິບັດພາລະກິດກູ້ໄພໃໝ່ເມື່ອເກີດສະພາບການ.

ຢູ່ຕາແສງ ໜອງເຊີນ, ນະຄອນ ດ່າໜັງ, ພະນັກງານ, ນັກຮົບຂອງສາງເຕັກນິກ K55 ສືບຕໍ່ໜູນຊ່ວຍໂຮງຮຽນປະຖົມ ຮ່ວາງດິ່ງ ໃນການຊຳລະລ້າງຂີ້ຕົມ, ຊັກໂຕະ, ຕັ່ງນັ່ງ, ເຮັດຄວາມສະອາດຫ້ອງຮຽນ, ລ້າງນ້ຳ, ຊ່ວຍໃຫ້ໂຮງຮຽນຟື້ນຟູສະພາບການສິດສອນພາຍຫຼັງໄພນ້ຳຖ້ວມ. ແລະກໍ່ໃນວັນດຽວກັນ, ໜ່ວຍງານຍັງໄດ້ຈັດຕັ້ງຄະນະເຮັດວຽກໄປບ້ານ ນິງແຄ໋ງ, ຕາແສງ ກວ໋າງຟຸກ ໄດ້ມອບຂອງຂວັນ 60 ພູດ (ເຂົ້າໜົມທັນສະໄໝ, ນ້ຳດື່ມບໍລິສຸດ) ໃຫ້ບັນດາຄອບຄົວທີ່ປະສົບໄພນ້ຳຖ້ວມ.
ທີ່ໂຮງໝໍແຂວງ ກວາງນາມ , ສະຫະພັນແມ່ຍິງ ແລະ ສູນກາງຊາວໜຸ່ມ ກົມຂົນສົ່ງ ແລະ ເຕັກນິກ ໄດ້ຈັດຕັ້ງລາຍການ “ອາຫານແຫ່ງຄວາມຮັກ - ແບ່ງປັນກັບປະຊາຊົນເຂດປະສົບໄພນໍ້າຖ້ວມ”, ມອບອາຫານ 200 ຄາບໃຫ້ຄົນເຈັບ ແລະ ຍາດຕິພີ່ນ້ອງທີ່ຫ່າງໄກຍ້ອນໄພນໍ້າຖ້ວມ.

ກອງທັບຍັງໄດ້ສຸມໃສ່ໜູນຊ່ວຍໂຮງຮຽນ, ບ້ານວັດທະນະທຳ ແລະ ຫຼາຍຄອບຄົວຢູ່ຕາແສງ ດ່າໜັງ ໃຫ້ມີສະຖຽນລະພາບ ແລະ ກຽມພ້ອມຕ້ອນຮັບນັກຮຽນກັບຄືນສູ່ຫ້ອງຮຽນໂດຍໄວ.
ບັນດາການເຄື່ອນໄຫວຢ່າງທັນການ ແລະ ມີຄວາມໝາຍດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈ “ຮັບໃຊ້ປະຊາຊົນ”, ຄຸນສົມບັດຂອງ “ທະຫານລຸງໂຮ່” ແລະ ບົດບາດຫຼັກແຫຼ່ງຂອງກອງທັບໃນການຕອບສະໜອງ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ທີ່ມາ: https://khoahocdoisong.vn/luc-luong-vu-trang-sat-canh-cung-nhan-dan-da-nang-khac-phuc-hau-qua-mua-lu-post2149065277.html






(0)