| ລັດຖະມົນຕີ ການຕ່າງປະເທດ ອົດສະຕາລີ Penny Wong ຈະມາຢ້ຽມຢາມ ອິນໂດເນເຊຍ ແລະ ຫວຽດນາມ. |
ຕາມຂ່າວແຈ້ງວ່າ, ໃນວັນທີ 18 ສິງຫານີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 7 ແຕ່ວັນທີ 19-21 ສິງຫາ.
ການຢ້ຽມຢາມຂອງທ່ານລັດຖະມົນຕີ Penny Wong ໄດ້ດຳເນີນໄປບໍ່ດົນຫຼັງການເຈລະຈາຍຸດທະສາດການທູດ ແລະ ການປ້ອງກັນປະເທດຄັ້ງທີ 10 (2+2) ລະຫວ່າງຫວຽດນາມ ແລະ ອົດສະຕາລີ ຢູ່ Canberra (5 ສິງຫາ). ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແມ້ງເກື່ອງ ແລະ ທ່ານພົນໂທ Duong Quy Nam, ຫົວໜ້າສະຖາບັນການພົວພັນສາກົນ, ກະຊວງປ້ອງກັນປະເທດ . ຄະນະຜູ້ແທນອົດສະຕາລີແມ່ນເປັນປະທານຮ່ວມໂດຍຮອງລັດຖະມົນຕີການຕ່າງປະເທດ Michelle Chan ແລະຮອງລັດຖະມົນຕີກະຊວງປ້ອງກັນປະເທດ Hugh Jeffrey.
ແລະກໍ່ໃນວັນດຽວກັນ, ທ່ານນາງລັດຖະມົນຕີ Penny Wong ໄດ້ອອກຖະແຫຼງການວ່າ, ຈະພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ Bui Thanh Son ແລະ ບັນດາການນຳຂັ້ນສູງອື່ນໆເພື່ອປຶກສາຫາລືບັນດາບຸລິມະສິດລວມ, ໃນນັ້ນມີການຄ້າ ແລະ ການລົງທຶນ, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ເຕັກໂນໂລຢີ cyber ແລະ ເຕັກໂນໂລຢີສຳຄັນ.
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 7, 2 ຝ່າຍຈະຊຸກຍູ້ການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ເສດຖະກິດດີຈີຕອນ ແລະ ການຫັນປ່ຽນພະລັງງານສີຂຽວ.
ຕາມທ່ານນາງ Penny Wong ແລ້ວ, ການພົວພັນດ້ານການສຶກສາ, ການຄ້າ ແລະ ການລົງທຶນລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ຍາມໃດກໍ່ຖືເປັນບຸລິມະສິດອັນດັບໜຶ່ງ. ຫົວໜ້າອົງການການທູດອົດສະຕາລີ “ຫວັງວ່າຈະພົບປະກັບບັນດາຜູ້ນຳວິສາຫະກິດ ແລະ ນັກຮຽນເກົ່າຂອງບັນດາສະຖາບັນການສຶກສາອົດສະຕຣາລີ ເພື່ອປຶກສາຫາລືກ່ຽວກັບວິທີການເພີ່ມທະວີການຄ້າ ແລະ ການລົງທຶນຂອງສອງປະເທດ, ໂດຍຜ່ານການປະຕິບັດຍຸດທະສາດເສດຖະກິດອາຊີຕາເວັນອອກສຽງໃຕ້ຂອງ ອົດສະຕາລີ ຮອດປີ 2040”.
ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງໃນການຢ້ຽມຢາມອາຊີຕາເວັນອອກສຽງໃຕ້ຂອງທ່ານລັດຖະມົນຕີ Penny Wong ພ້ອມກັບອິນໂດເນເຊຍ.
ທີ່ມາ: https://baoquocte.vn/ngoai-truong-australia-penny-wong-tham-chinh-thuc-viet-nam-324841.html










(0)