Vietnam.vn - Nền tảng quảng bá Việt Nam

ຫຼາຍ​ຮູບ​ການ​ທີ່​ດຶງ​ດູດ​ໃຈ​ທີ່​ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ເມືອງ ດ້ຽນ​ບຽນ

Báo điện tử VOVBáo điện tử VOV02/04/2024


ທີ່​ເຂດ​ປູຊະນີຍະສະຖານ​ວັດທະນະ​ທຳ ​ແລະ ປະຫວັດສາດ​ແຫ່ງ​ຊາດ ​ເຂດ​ບ້ານ​ຟູ໋, ຄະນະ​ກຳມະການ​ປະຊາຊົນ​ເມືອງ ດ້ຽນບຽນ, ​ແຂວງ ດ້ຽນບຽນ ​ໄດ້​ໄຂ​ງານ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຄັ້ງ​ທີ 10. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 270 ປີ​ແຫ່ງ​ວັນ​ໄຊຊະນະ​ກອງທັບ​ຮ່ວາງ​ຈຸງ​ຊາ, ປົດ​ປ່ອຍ​ເມືອງ​ເງ້ອານ (1754 – 2024), ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ ​ແລະ ຕອບ​ສະໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2024.

ງານ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ດ້ຽນບຽນ ​ແມ່ນ​ການ​ເຄື່ອນ​ໄຫວ​ໃຫຍ່​ຫຼວງ​ຂອງ​ທ້ອງ​ຖິ່ນ​ນັບ​ແຕ່​ປີ 2012 ຮອດ​ປະຈຸ​ບັນ, ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ, ​ໂຄສະນາ, ແນະນຳ ​ແລະ ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ, ກິລາ​ພື້ນ​ເມືອງ​ຂອງ 11 ຊົນ​ເຜົ່າ, ​ເປັນ​ການ​ສືບ​ຕໍ່​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ດອກ​ໄມ້​ແຂວງ ດ້ຽນບຽນ ປີ 2024.

ທ່ານ ບຸ່ຍ​ຫາຍ​ບິ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ດ້ຽນບຽນ ​ໃຫ້​ຮູ້​ວ່າ: ງານ​ບຸນ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປະກອນ, ນັກ​ສະ​ແດງ, ນັກ​ກິລາ 500 ຄົນ​ທີ່​ມາ​ຈາກ 21 ຕາ​ແສງ​ຂອງ​ເມືອງ ດ້ຽນບຽນ; ນອກ​ນັ້ນ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປະ​ກອນ, ນັກ​ສະ​ແດງ​ທີ່​ມາ​ຈາກ​ບັນດາ​ແຂວງ​ຄື: ບັກ​ຢາງ , ຮ່ວາ​ບິ່ງ, ​ໄທ​ງວຽນ...

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນ, ນັກ​ສະ​ແດງ, ນັກ​ກິລາ​ໄດ້​ພົບ​ປະ, ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແຫ່ງ​ຊາດ, ລະດົມ​ກຳລັງ​ແຮງ​ຮ່ວມ​ມື​ຂອງ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ, ປະກອບສ່ວນ​ກໍ່ສ້າງ​ວັດທະນະທຳ ຫວຽດນາມ ​ທີ່​ກ້າວໜ້າ ​ແລະ ​ເປັນ​ເອກະລັກ​ຂອງ​ຊາດ...

ມາ​ຮອດ​ວັນ​ບຸນ, ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ຢ້ຽມ​ຢາມ ແລະ ສຳ​ຜັດ​ບັນ​ດາ​ກິດ​ຈະ​ກຳ​ຄື: ງານ​ມະ​ໂຫລານ​ສິ​ລະ​ປະ, ການ​ສະ​ແດງ​ຊຸດ​ອາ​ພອນ​ຂອງ​ຊົນ​ເຜົ່າ, ເຕັ້ນ​ຊອຍ, ​ຮ້ານ​ຂາຍ​ເຄື່ອງ​ຊຸມ​ຊົນ, ງານ​ແຂ່ງ​ຂັນ​ກິ​ລາ, ເກມ​ພື້ນ​ເມືອງ; ຢ້ຽມຢາມ​ບັນດາ​ຮ້ານ​ວາງສະ​ແດງ ​ແລະ ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ວັດທະນະທຳ, ຜະລິດ​ຕະພັນ​ຫັດຖະກຳ, ອາຫານ​ຊົນ​ເຜົ່າ, ຜະລິດ​ຕະພັນ​ກະ​ເສດ, ຜະລິດ​ຕະພັນ OCOP ທ້ອງ​ຖິ່ນ; ບັນດາ​ລາຍການ​ຕິດ​ພັນ​ກັບ​ຊີວິດ​ວັດທະນະທຳ, ການ​ເຄື່ອນ​ໄຫວ​ຊຸມ​ຊົນ​ຂອງ​ບັນດາ​ເຜົ່າ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຊົນ​ເຜົ່າ​ຄັ້ງ​ທີ 10 ຂອງ​ເມືອງ ດ້ຽນ​ບຽນ ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 3/4.



ທີ່ມາ

(0)

ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.
ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.

ມໍລະດົກ

ຮູບ

ທຸລະກິດ

ຮ້ານ​ກາ​ເຟ​ຢູ່​ຮ່າ​ໂນ້ຍ​ເຮັດ​ໃຫ້​ເປັນ​ໄຂ້​ຍ້ອນ​ສະ​ພາບ​ວັນ​ຄຣິດ​ສະ​ມາດ​ຄ້າຍ​ຄື​ຊາວ​ເອີ​ລົບ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC