ທະນາຄານ Agribank ຫາກໍ່ປະກາດວ່າ ທ່ານ ຫງວຽນຫາຍລອງ ໄດ້ຢຸດການດຳລົງຕຳແໜ່ງຮອງຜູ້ອຳນວຍການໃຫຍ່ທະນາຄານແຫ່ງນີ້ນັບແຕ່ວັນທີ 24 ມິຖຸນາເປັນຕົ້ນໄປ.
ທະນາຄານພັດທະນາ ກະສິກຳ ແລະຊົນນະບົດ (Agribank) ບໍ່ໄດ້ເປີດເຜີຍຂໍ້ມູນຫຼືອະທິບາຍເຫດຜົນທີ່ທ່ານລອງລາອອກຈາກຕຳແໜ່ງ.
ທ່ານ ຫງວຽນຫາຍລອງ ກ່າວຄຳປາໄສໃນທ້າຍປີ 2021.
ທ່ານ ຫງວຽນຫາຍລອງ ເກີດປີ 1974, ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຮອງຜູ້ອຳນວຍການໃຫຍ່ທະນາຄານ Agribank ແຕ່ວັນທີ 1/10/2014. ມາຮອດປະຈຸບັນ, ທ່ານໄດ້ດຳລົງຕຳແໜ່ງນີ້ເປັນເວລາເກືອບ 10 ປີ.
ຫຼັງຈາກທ່ານລອງລາອອກຈາກຕຳແໜ່ງຮອງຜູ້ອຳນວຍການໃຫຍ່ແລ້ວ, ຄະນະບໍລິຫານຂອງ Agribank ມີ 9 ທ່ານ. ໃນນັ້ນ, ທ່ານ ຟ້າມຕວນວຸງ ເປັນຜູ້ອຳນວຍການໃຫຍ່ ແລະ ຮອງຜູ້ອຳນວຍການໃຫຍ່ 8 ທ່ານ, ໃນນັ້ນມີທ່ານນາງ ຫງວຽນທິເຟືອງ, ທ່ານ ຟ້າມດຶກຕວນ, ທ່ານ ຕູດິງຕວນ, ທ່ານ ເຈີ່ນວັນຕູ, ຫງວຽນກວາງຮຸ່ງ, ທ່ານນາງ ຟຸ່ງທິບິ່ງ, ທ່ານຮ່ວາງມິນຫງອກ ແລະ ທ່ານ ເລຮົ່ງຟຸກ.
ມິນເຊີນ
ແຫຼ່ງທີ່ມາ






(0)