| ນັກທ່ອງທ່ຽວສາກົນມາຢ້ຽມຢາມ ເຫ້ວ ໃນໂອກາດວັນທີ 2 ກັນຍາ |
ຕາມຜູ້ຕາງໜ້າກົມ ທ່ອງທ່ຽວ ແລ້ວ, ໃນ 8 ເດືອນຕົ້ນປີ 2025, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ຄາດວ່າຈະບັນລຸ 4,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ນັກທ່ອງທ່ຽວສາກົນປະມານ 1,3 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ນັກທ່ອງທ່ຽວພາຍໃນປະເທດຄາດຄະເນວ່າມີ 3,3 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 83% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຈໍານວນນັກທ່ອງທ່ຽວເຂົ້າພັກຍັງມີການປ່ຽນແປງໃນທາງບວກ, ຄາດຄະເນວ່າມີ 1,7 ລ້ານຄົນ, ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ນັກທ່ອງທ່ຽວສາກົນເຂົ້າມາພັກປະມານ 483,000 ກວ່າຄົນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ລາຍຮັບຈາກການທ່ອງທ່ຽວຄາດຄະເນໄດ້ກວ່າ 8.740 ຕື້ດົ່ງ, ເພີ່ມຂຶ້ນກວ່າ 57% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນເດືອນສິງຫາ 2025, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ຄາດຄະເນເກືອບ 594.300 ຄົນ, ເພີ່ມຂຶ້ນກວ່າ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ນັກທ່ອງທ່ຽວສາກົນປະມານ 83.880 ກວ່າຄົນ, ເພີ່ມຂຶ້ນ 25,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ນັກທ່ອງທ່ຽວພາຍໃນປະເທດຄາດຄະເນເກືອບ 510.400 ຄົນ, ເພີ່ມຂຶ້ນຫຼາຍກວ່າ 55% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ປະຈຸບັນ, ຝະລັ່ງ ພວມນຳໜ້າຕະຫຼາດນັກທ່ອງທ່ຽວສາກົນໄປຍັງເຫ້ວ, ດ້ວຍຈຳນວນນັກທ່ອງທ່ຽວເກືອບ 64.200 ຄົນໃນ 8 ເດືອນ, ກວມເອົາ 13,5% ສ່ວນແບ່ງຕະຫຼາດຂອງນັກທ່ອງທ່ຽວສາກົນມາຍັງເຫ້ວ. ຖັດມາແມ່ນອາເມລິກາມີນັກທ່ອງທ່ຽວເກືອບ 45.200 ຄົນ, ກວມ 9,5% ຂອງສ່ວນແບ່ງຕະຫຼາດ; ປະເທດອັງກິດມີນັກທ່ອງທ່ຽວເຂົ້າມາຫຼາຍກວ່າ 36,200 ຄົນ, ກວມເອົາ 7,6% ຂອງສ່ວນແບ່ງຕະຫຼາດ.
ທີ່ມາ: https://huengaynay.vn/du-lich/phap-dan-dau-thi-truong-khach-quoc-te-den-hue-8-thang-dau-nam-157417.html






(0)