ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ຊົມເຊີຍທ່ານ Prabowo Subianto ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2024-2029 ດ້ວຍຄວາມເຊື່ອໝັ້ນສູງ; ຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ມຸ່ງໄປເຖິງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1955-2025). ການຢ້ຽມຢາມຍັງສະແດງໃຫ້ເຫັນຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຕັ້ງໃຈຂອງສອງປະເທດໃນການຊຸກຍູ້ການຮ່ວມມື, ການພັດທະນາແບບຍືນຍົງ, ເພື່ອ
ສັນຕິພາບ , ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ທ່ານນາຍົກລັດຖະມົນຕີຊົມເຊີຍອິນໂດເນເຊຍສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ; ຊົມເຊີຍອິນໂດເນເຊຍໃນບັນດາຜົນງານທີ່ພົ້ນເດັ່ນ, ກາຍເປັນປະເທດເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບ 16 ໃນໂລກ, ດ້ວຍການຮັບປະກັນຊີວິດສັງຄົມ; ເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ບັນລຸເປົ້າໝາຍກາຍເປັນປະເທດພັດທະນາ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ (2045), ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງໃນພາກພື້ນ ແລະ ໃນໂລກ. ທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ອວຍພອນຫວຽດນາມ ໃນວັນຊາດ; ໄດ້ສະແດງຄວາມເສຍໃຈຢ່າງເລິກເຊິ່ງຕໍ່ຄວາມເສຍຫາຍອັນຮ້າຍແຮງທີ່ເກີດຈາກລົມໄຕ້ຝຸ່ນ Yagi. ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ນ້ຳໃຈບໍ່ກ້າຫານ ແລະ ເດັດດ່ຽວໜຽວແໜ້ນຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ; ຢືນຢັນວ່າ ໄດ້ຕີລາຄາສູງ ແລະ ຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງແຮງໃນທຸກຂົງເຂດ.
 |
ທັດສະນະຂອງກອງປະຊຸມ. (ພາບ: TRAN HAI) |
ການນຳສອງທ່ານໄດ້ເຫັນດີເປັນເອກະສັນກັນວ່າ ໃນເກືອບ 7 ທົດສະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດໂດຍປະທານໂຮ່ຈິມິນ ແລະ ປະທານປະເທດ Sukarno ໄດ້ພັດທະນາຢ່າງແຂງແຮງ ແລະ ກວ້າງຂວາງ; ພິເສດແມ່ນພາຍຫຼັງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013. ຄວາມເຂົ້າໃຈທາງດ້ານ
ການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈໄດ້ເຂົ້າສູ່ລວງເລິກ, ການຮ່ວມມືໃນທຸກຂົງເຂດນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ມີປະສິດທິຜົນ; 2 ຝ່າຍໄດ້ສົມທົບກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາກົນໄກຫຼາຍຝ່າຍ (ສະຫະປະຊາຊາດ, ອາຊຽນ, ການເຄື່ອນໄຫວບໍ່ຮ່ວມກຸ່ມ ແລະ ອື່ນໆ). ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະພາບບັນດາທິດທາງຕົ້ນຕໍເພື່ອຜັນຂະຫຍາຍທ່າແຮງການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະ ແທດຈິງກວ່າອີກ, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໂດຍໄວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 80 ປີແຫ່ງວັນຊາດ 2 ປະເທດ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົວພັນຂັ້ນສູງ, ທຸກຂັ້ນ ແລະ ທຸກຊ່ອງທາງ (ການນຳພັກ, ລັດ, ລັດຖະບານ ແລະ ການພົບປະແລກປ່ຽນປະຊາຊົນ), ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນທຸກຂົງເຂດ. 2 ຝ່າຍເຊື່ອໝັ້ນວ່າໂດຍໄວຈະບັນລຸໄດ້ຄາດໝາຍວົງເງິນການຄ້າສອງຝ່າຍ 18 ຕື້ USD; ຕົກລົງຈະສົມທົບກັນລົບລ້າງຄວາມຫຍຸ້ງຍາກ, ຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ, ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການເຂົ້າເຖິງຕະຫຼາດສິນຄ້າຂອງແຕ່ລະຝ່າຍ, ໃນນັ້ນມີບັນດາຜະລິດຕະພັນກະເສດ, ຜະລິດຕະພັນ Halal.
 |
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ການນຳບັນດາກະຊວງ, ສາຂາຂອງຫວຽດນາມ. (ພາບ: TRAN HAI) |
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍ ອິນໂດເນເຊຍ ໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ສະເໜີໃຫ້ລົງນາມໃນສັນຍາຮ່ວມມືດ້ານການຄ້າເຂົ້າສານໂດຍໄວ; ຂໍໃຫ້ ອິນໂດເນເຊຍ ສ້າງຄວາມສະດວກໃຫ້ບັນດາຜະລິດຕະພັນກະເສດ ແລະ ຜະລິດຕະພັນ Halal ຂອງ ຫວຽດນາມ ເຂົ້າສູ່ຕະຫຼາດ ອິນໂດເນເຊຍ; ສະໜັບສະໜູນ ຫວຽດນາມ ໃນການຖອນໃບເຫຼືອງ IUU ໃນຂະແໜງການປະມົງ. ທ່ານປະທານາທິບໍດີ ອິນໂດເນເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ເຕັກໂນໂລຢີສູງ; ແລະ ຫວັງວ່າ ຫວຽດນາມ ຈະແບ່ງປັນປະສົບການໃນການພັດທະນາກະສິກຳ. 2 ຝ່າຍເຫັນດີເປັນເອກະພາບຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຂອງສອງປະເທດລົງທຶນເຂົ້າຕະຫຼາດຂອງກັນ, ພິເສດແມ່ນບັນດາຂົງເຂດໃໝ່ຄື:
ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ, ພັດທະນາລະບົບນິເວດລົດໄຟຟ້າ; ແລະຊຸກຍູ້ການລົງນາມໃນເອກະສານຮ່ວມມືດ້ານການແລກປ່ຽນການຝຶກອົບຮົມດ້ານວິຊາການ ແລະເສດຖະກິດດີຈີຕອນໃນໄລຍະຕົ້ນ. ການນຳ 2 ທ່ານຍັງໄດ້ເຫັນດີລົງເລິກການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆຄື: ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ, ການຮ່ວມມືດ້ານການປະມົງ, ກໍ່ສ້າງການພົວພັນຄູ່ຮ່ວມມືດີຈີຕອນ, ໃນນັ້ນມີການຄ້າ e-commerce ຂ້າມຊາຍແດນ, ການຫັນເປັນດີຈີຕອນ; ສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງອິນເຕີເນັດຮູບແບບອື່ນ, ໜູນຊ່ວຍວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ; ເພີ່ມທະວີການແລກປ່ຽນວັດທະນະທຳ, ແລກປ່ຽນປະຊາຊົນ, ການເຊື່ອມຕໍ່ການບິນ ແລະ ການເຊື່ອມຕໍ່ກັບທ້ອງຖິ່ນ.
 |
ປະທານາທິບໍດີອິນໂດເນເຊຍເລືອກຕັ້ງທ່ານ Prabowo Subianto ກ່າວຄຳປາໄສ. (ພາບ: TRAN HAI) |
ການນຳສອງທ່ານຍັງໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເພີ່ມທະວີການຮ່ວມມື, ຮັດແໜ້ນຄວາມສາມັກຄີ, ບົດບາດໃຈກາງ ແລະ ທັດສະນະລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ; ຊຸກຍູ້ການພັດທະນາແບບຍືນຍົງ ແລະສະເໝີພາບຂອງອະນຸພາກພື້ນ ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ອິນໂດເນເຊຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຮັກສາຄວາມສາມັກຄີ, ຫຼັກໝັ້ນລວມ ແລະ ຜົນສຳເລັດຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຊຸກຍູ້ການເຈລະຈາ COC ແທດຈິງ ແລະ ມີປະສິດທິຜົນຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງອິນໂດເນເຊຍ ເອົາໃຈໃສ່, ສະໜັບສະໜູນ ແລະ ສົ່ງຜູ້ແທນຂັ້ນສູງເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2025 ແລະ ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍໂລກ 2030 (P4G) ຈະຈັດຂຶ້ນຢູ່ ຫວຽດນາມ ໃນປີ 2025.
(0)