
ໃນນັ້ນ, ມີ 65 ໂຄງການ FDI ດ້ວຍຍອດຈຳນວນເງິນລົງທຶນປະມານ 2,5 ຕື້ USD, ມາຈາກ 13 ປະເທດ ແລະ ເຂດແຄ້ວນ ລວມທັງຊື່ຄຸ້ນເຄີຍຄື: ສ.ເກົາຫຼີ, ສິງກະໂປ, ເຢຍລະມັນ.
ໃນໄລຍະຈະມາເຖິງ, ແຂວງກວາງງາຍ ຈະໃຫ້ບຸລິມະສິດດຶງດູດບັນດາໂຄງການອຸດສາຫະກຳໜັກຕິດພັນກັບທ່າເຮືອນ້ຳເລິກ ດົ່ງກອກ ເພື່ອເພີ່ມກຳລັງຄວາມສາມາດແກ່ງແຍ້ງ ແລະ ເປັນລະບົບຕ່ອງໂສ້ການຜະລິດໜູນຊ່ວຍ. ແຂວງກໍ່ຊຸກຍູ້ບັນດາໂຄງການອຸດສາຫະກຳເບົານຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມເພື່ອຜັນຂະຫຍາຍໂຄງປະກອບອຸດສາຫະກຳ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.
ບັນຊີລາຍຊື່ອຸດສາຫະກຳຮຽກຮ້ອງການລົງທຶນຢູ່ເຂດເສດຖະກິດ ດົ່ງກອກ ລວມມີ: ນ້ຳມັນເຊື້ອໄຟ-ເຄມີ, ອາຍແກັສ-ໄຟຟ້າ, ຜະລິດພະລັງງານຈາກບໍລິເວນອາຍແກັສ Blue Whale ແລະ ແຫຼ່ງນຳເຂົ້າ. ນີ້ແມ່ນບັນດາຂົງເຂດທີ່ຄາດວ່າຈະວາງຮາກຖານສ້າງຕັ້ງສູນກັ່ນນ້ຳມັນ ແລະ ພະລັງງານແຫ່ງຊາດຢູ່ເຂດ ເສດຖະກິດ ດົ່ງກອກ.
ທີ່ມາ: https://quangngaitv.vn/quang-ngai-thu-hut-dong-von-fdi-moi-6509459.html






(0)