ອົງການຂ່າວ RIA Novosti ໄດ້ອ້າງຄຳເວົ້າຂອງສະມາຊິກຫ້ອງ ການການເມືອງຂອງ ກຸ່ມ Hamas ທ່ານ Basem Naim ທີ່ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ໄດ້ຮຽກຮ້ອງໃຫ້ຣັດເຊຍ ມີບົດບາດໃນການແລກປ່ຽນນັກໂທດກັບອິສຣາແອລ.
| ມືປືນ Hamas. (ທີ່ມາ: PBS) |
ຕາມນັ້ນແລ້ວ, Hamas ຮຽກຮ້ອງລັດເຊຍ ກາຍເປັນຜູ້ຮັບປະກັນການແລກປ່ຽນ, ພ້ອມກັນນັ້ນ, ກໍ່ປາດຖະໜາຢາກມີກາຕາ, ອີຢິບ ແລະ ສະຫະປະຊາຊາດໃນຂະບວນການນີ້.
ນອກນີ້, ທ່ານນາອິມຍັງກ່າວເນັ້ນວ່າ, ຂໍ້ຕົກລົງໃດໆກ່ຽວກັບເຂດກາຊາຕ້ອງນຳໄປສູ່ການຢຸດຍິງ, ຖອນທະຫານອິສຣາແອນ, ການເປີດເຂດຊາຍແດນແລະການສະໜອງສະບຽງອາຫານເຂົ້າເຂດດັ່ງກ່າວ.
ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 31 ມັງກອນນີ້, ໂທລະພາບແຫ່ງຊາດອິດສະຣາແອນ KAN ໄດ້ລາຍງານວ່າ, ກຸ່ມ Hamas ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ປ່ອຍບັນດາສະມາຊິກຂອງກຳລັງ Nukhba ທີ່ຖືກຈັບໃນວັນທີ 7/10/2023, ເພື່ອແລກປ່ຽນກັບການປ່ອຍຕົວຕົວປະກັນ.
ກອງກຳລັງ Nukhba ລວມມີບັນດານັກສູ້ຊົນຊັ້ນສູງຂອງກຸ່ມ Hamas ແລະຍັງເປັນມືປືນຄົນທຳອິດທີ່ບຸກເຂົ້າໄປໃນດິນແດນອິດສະຣາແອນ ເມື່ອວັນທີ 7 ຕຸລາ, ເຮັດໃຫ້ເກີດການສັງຫານໝູ່ຢ່າງນອງເລືອດ ແລະ ນຳໄປສູ່ການປະທະກັນຢູ່ເຂດກາຊາ.
ຄຳຮ້ອງຂໍຂອງ Hamas ໄດ້ຮັບ ແລະ ປຶກສາຫາລືກັນຈາກອຳນາດການປົກຄອງ ອິດສະຣາແອນ, ແຕ່ຍັງບໍ່ທັນມີການຕັດສິນໃຈໃດໆອອກມາ.
ປະຈຸບັນ Hamas ພວມສຶກສາຂໍ້ຕົກລົງປ່ອຍຕົວປະກັນທີ່ສະເໜີໂດຍກາຕາ ແລະ ອີຢິບ, ເຊິ່ງລວມມີ 3 ໄລຍະ. ໄລຍະທຳອິດແມ່ນຢຸດຕິການປະທະກັນ, ແກ່ຍາວເປັນເວລາ 40 ວັນ, ເພື່ອແລກປ່ຽນກັບກຸ່ມ Hamas ໄດ້ປ່ອຍຕົວປະກັນພົນລະເຮືອນອອກຈາກບັນດາຜູ້ເຄື່ອນໄຫວປະມານ 132 ຄົນ.
ໃນໄລຍະຕໍ່ໄປ, Hamas ຈະສືບຕໍ່ສົ່ງຄືນຕົວປະກັນທີ່ຍັງເຫຼືອ, ໃນນັ້ນມີທະຫານ, ແລະສົບຂອງຕົວປະກັນທີ່ເສຍຊີວິດ.
ເຈົ້າໜ້າທີ່ ປາແລສໄຕນ໌ ທີ່ມີຄວາມຮູ້ ຄວາມເຂົ້າໃຈດີ ທ່ານນຶ່ງ ກ່າວວ່າ ກຸ່ມ Hamas ຈະມີຄວາມຫຍຸ້ງຍາກ ທີ່ຈະປະຕິເສດ ຂໍ້ສະເໜີ ຢຸດຍິງ ແຕ່ກຳລັງ ມີຄວາມຕັ້ງໃຈ ທີ່ຈະບໍ່ລົງນາມ ໃນຂໍ້ຕົກລົງ ໂດຍບໍ່ມີການ ຮັບປະກັນວ່າ ອິສຣາແອລ ໃຫ້ຄຳໝັ້ນສັນຍາ ທີ່ຈະຢຸດຕິ ການປະທະກັນ.
ທີ່ມາ










(0)