ຕະຫຼາດສິນຄ້າຫວຽດນາມ ຢູ່ເຂດຊົນນະບົດຂອງຮ້ານສັບພະສິນຄ້າ Tu Son ໄດ້ດຶງດູດນັກທ່ອງທ່ຽວ ແລະ ນັກຊື້ເຄື່ອງເປັນຈຳນວນຫລວງຫລາຍ.
ສະເພາະແຕ່ວັນທີ 15 – 17/8, ຮ້ານສັບພະສິນຄ້າ Tu Son ໄດ້ຈັດຕັ້ງງານຕະຫຼາດນັດສິນຄ້າຫວຽດນາມ ຢູ່ສວນສາທາລະນະເຈົາຟູ (ຕາແສງ ເຈື່ອງຟູ, ແຂວງ ອານຢາງ ); ແຕ່ວັນທີ 22 – 24 ສິງຫາ, ໄດ້ຈັດຕັ້ງງານຕະຫຼາດນັດສິນຄ້າຫວຽດນາມ ຢູ່ສູນບໍລິການທົ່ວປະເທດເຂດ Tan Chau (ແຂວງ ອານຢາງ).
ລູກຄ້າໄປຊື້ເຄື່ອງຢູ່ຕະຫລາດສິນຄ້າຫວຽດນາມ ຢູ່ເຂດຊົນນະບົດຂອງຮ້ານສັບພະສິນຄ້າ Tu Son.
ທີ່ຕະຫຼາດນັດ, ຮ້ານສັບພະສິນຄ້າ Tu Son ໄດ້ຈັດຕັ້ງສະຖານທີ່ວາງສະແດງສິນຄ້າ, ແນະນຳສິນຄ້າຍີ່ຫໍ້ຫວຽດນາມ 1.000 ກວ່າແຫ່ງທີ່ມາຈາກ 200 ກວ່າຮ້ານຈຳໜ່າຍທີ່ມາຈາກ 30 ແຂວງ, ນະຄອນແຕ່ເໜືອຮອດໃຕ້. ນອກນີ້, ຮ້ານສັບພະສິນຄ້າຍັງໄດ້ຈັດຕັ້ງບັນດາລາຍການວັດທະນະທຳຍາມກາງຄືນເພື່ອຮັບໃຊ້ຜູ້ມາຢ້ຽມຢາມ ແລະ ຊື້ເຄື່ອງຢູ່ຕະຫຼາດ.
ຕະຫຼາດສິນຄ້າຫວຽດນາມ ຢູ່ເຂດຊົນນະບົດຂອງຮ້ານສັບພະສິນຄ້າ Tu Son.
ຜູ້ອຳນວຍການຮ້ານສັບພະສິນຄ້າ Tu Son Ta Minh Son ໃຫ້ຮູ້ວ່າ: ຈຸດປະສົງຂອງຕະຫຼາດແມ່ນໂຄສະນາ, ວາງສະແດງ ແລະ ແນະນຳບັນດາຜະລິດຕະພັນ OCOP, ພິເສດຂອງພາກພື້ນ, ໜູນຊ່ວຍການນຳເອົາສິນຄ້າຂອງວິສາຫະກິດໄປຍັງຜູ້ບໍລິໂພກທ້ອງຖິ່ນ, ພ້ອມກັນນັ້ນກໍ່ຜັນຂະຫຍາຍຂະບວນການ “ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ຢ່າງມີປະສິດທິຜົນ.
ຂ່າວ ແລະ ພາບ: ຮສຈ
ທີ່ມາ: https://baoangiang.com.vn/sieu-thi-tu-son-to-chuc-2-phien-cho-hang-viet-ve-nong-thon-tai-xa-chau-phu-va-phuong-tan-chau-a425962.html










(0)