
ຜູ້ຕາງໜ້າອົງການອາຫານສິງກະໂປ ຮຽນຮູ້ກ່ຽວກັບໄຂ່ສົດຢູ່ບໍລິສັດ ບາຮວນ - ພາບ: N.TRI
ວັນທີ 12 ກໍລະກົດນີ້, ໃນການຢ້ຽມຢາມໂຮງງານຜະລິດໄຂ່ຂອງບໍລິສັດ ບາຮວນ ( ລອງອານ ), ທ່ານ ອັບດູລ ຈາລິລ ຄາເດີ, ຮອງຜູ້ອຳນວຍການອົງການອາຫານສິງກະໂປໃຫ້ຮູ້ວ່າ: ຄວາມຕ້ອງການອາຫານສົດ ແລະ ໄຂ່ຂອງສິງກະໂປມີຫຼາຍສົມຄວນ, ເພື່ອຢາກຮຽນຮູ້ ແລະ ພິຈາລະນາຊຸກຍູ້ການນຳເຂົ້າໄຂ່ສົດ ແລະ ຊີ້ນຈາກຫວຽດນາມ.
ທ່ານ Abdul Jalil Kader ກ່າວວ່າ “ພາຍຫຼັງເຮັດວຽກກັບບັນດາຫົວໜ່ວຍຜະລິດ ແລະ ລ້ຽງພັນຫຼາຍແຫ່ງ, ພວກຂ້າພະເຈົ້າໄດ້ຮັບຮູ້ວ່າມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະ ມີທ່າແຮງຫຼາຍໃນການສົ່ງອອກຊີ້ນ ແລະ ໄຂ່ຈາກ ຫວຽດນາມ ໄປ ສິງກະໂປ.
ທີ່ການພົບປະ, ທ່ານ ກາວຊວນແທ່ງ - ທີ່ປຶກສາການຄ້າ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ຄະນະຜູ້ແທນອົງການອາຫານສິງກະໂປ ໄດ້ສຳຫຼວດ ແລະ ເຮັດວຽກກັບຫຼາຍວິສາຫະກິດ ເພື່ອຊຸກຍູ້ການນຳເຂົ້າ, ພິເສດແມ່ນສຸມໃສ່ບັນດາລາຍການທີ່ຍັງບໍ່ທັນໄດ້ຮັບການສົ່ງອອກຈາກ ຫວຽດນາມ ຢ່າງເປັນທາງການຄື: ໄກ່, ຊີ້ນໝູ, ໄຂ່ສົດ.
ຕາມທ່ານທ້ຽນເຍີນແລ້ວ, ການເຂົ້າເຖິງຕະຫຼາດສິງກະໂປບໍ່ພຽງແຕ່ແມ່ນການສົ່ງອອກໃຫ້ປະຊາຊົນ 6 ລ້ານຄົນຂອງປະເທດນີ້ເທົ່ານັ້ນ, ແຕ່ພວກຂ້າພະເຈົ້າຍັງມຸ່ງໄປເຖິງເຫັນສິງກະໂປເປັນປະເທດທີ່ເຕັມໄປດ້ວຍການສົ່ງອອກໄປຍັງປະເທດອື່ນໆ.
“ສິງກະໂປແມ່ນສູນກາງ ແລະ ຂົວທາງການຄ້າຂອງພາກພື້ນ ແລະ ໂລກ , ຖ້າຫາກພວກເຮົາສາມາດເຂົ້າເຖິງຕະຫຼາດແຫ່ງນີ້ໄດ້ດີ, ມັນຈະເປັນການສະດວກກວ່າໃຫ້ບັນດາຜະລິດຕະພັນຊີ້ນ ແລະ ໄຂ່ຂອງຫວຽດນາມ ສົ່ງອອກໄປຍັງປະເທດອື່ນ.
ໃນຂະນະນັ້ນ, ຜູ້ຕາງໜ້າບໍລິສັດ ບາຮວນ ໃຫ້ຮູ້ວ່າ: ໄດ້ສົ່ງອອກ ແລະ ຊຸກຍູ້ການສົ່ງອອກໄຂ່ໄກ່ສົດ ແລະ ໄຂ່ສັດປີກທີ່ປຸງແຕ່ງແລ້ວໄປຍັງຕະຫຼາດຫຼາຍແຫ່ງຄື: ຮົງກົງ, ກຳປູເຈຍ ແລະ ອື່ນໆ.
ແນວໃດກໍດີ, ຖ້າສົ່ງອອກໄປສິງກະໂປ, ຈະເປັນການຫັນປ່ຽນໃນດ້ານດີໃນການປັບປຸງກຳລັງການຜະລິດ ແລະ ຊື່ສຽງທາງທຸລະກິດ.
ຕາມຂໍ້ມູນຈາກຂະແໜງ ກະເສດ ແລ້ວ, ໃນໄຕມາດທີ 1 ປີ 2024, ຫວຽດນາມ ແມ່ນປະເທດສົ່ງອອກເຂົ້າສານໃຫຍ່ສຸດໄປຍັງສິງກະໂປ; ໃນຂະນະນັ້ນ, ອາຫານທະເລຢູ່ອັນດັບທີ 5 ຂອງບັນດາປະເທດສົ່ງອອກໄປຍັງປະເທດນີ້.
ທີ່ມາ: https://tuoitre.vn/singapore-muon-nhap-khau-thit-trung-cua-viet-nam-2024071308301739.htm






(0)