Vietnam.vn - Nền tảng quảng bá Việt Nam

ໝູ່​ເກາະ Solomon ຫວັງ​ວ່າ ຫວຽດນາມ ຈະ​ໜູນ​ຊ່ວຍ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ປະມົງ, ເຕັກນິກ​ກະສິກຳ.

ຕອນ​ບ່າຍ​ວັນ​ທີ 11 ພະຈິກ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ໝູ່​ເກາະ Solomon Peter Shannel Agovaka ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ລັດຖະມົນຕີ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ (ແຕ່​ວັນ​ທີ 11-13 ພະຈິກ).

Báo Nhân dânBáo Nhân dân11/11/2025

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Pham Minh Chinh ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ​ໝູ່​ເກາະ Solomon Peter Shannel Agovaka. (ພາບ: TRAN HAI)
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Pham Minh Chinh ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ​ໝູ່​ເກາະ Solomon Peter Shannel Agovaka. (ພາບ: TRAN HAI)

ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ To Lam ແລະ ການ​ນຳ​ຫວຽດ​ນາມ ເຖິງ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ໝູ່​ເກາະ Solomon; ຕ້ອນຮັບທ່ານລັດຖະມົນຕີ Peter Shannel Agovaka ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ, ຍັງເປັນການຢ້ຽມຢາມທາງລັດຖະກິດສູງສຸດລະຫວ່າງ 2 ປະເທດນັບແຕ່ສ້າງຕັ້ງການພົວພັນທາງການທູດໃນປີ 1996; ແລະ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ຟົດ​ຟື້ນ ແລະ ແທດ​ຈິງ.

ຫວນຄືນໝາກຜົນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Solomon Jeremiah Manele ໃນຕອນບ່າຍວັນທີ 9 ມິຖຸນາ ຢູ່ນອກກອງປະຊຸມສຸດຍອດມະຫາສະໝຸດ ສະຫະປະຊາຊາດ ຄັ້ງທີ 3 (UNOC-3) ທີ່ນະຄອນ Nice, ປະເທດ ຝະລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ 2 ຝ່າຍເພີ່ມທະວີການພົບປະຂັ້ນສູງ ແລະ ການຢ້ຽມຢາມ ທຸກຂັ້ນ, ສ້າງກົນໄກປຶກສາຫາລື - ເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ; ​ແລະ ຊົມ​ເຊີຍ​ແຜນການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ Solomon ​ໃນ​ໄລຍະ​ຈະ​ມາ​ເຖິງ.

ndo_br_b2-209.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ​ໝູ່​ເກາະ Solomon Peter Shannel Agovaka. (ພາບ: TRAN HAI)

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ 2 ປະເທດຕ້ອງເພີ່ມທະວີການຮ່ວມມືດ້ານການຄ້າ, ການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ຊຸກຍູ້ບັນດາວິສາຫະກິດຂອງສອງປະເທດເປີດກວ້າງການລົງທຶນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຂັ້ມແຂງຄື: ການຮ່ວມມືດ້ານກະສິກຳ, ການເດີນທະເລ ແລະ ການປະມົງ, ພະລັງງານທົດແທນ; ​ແລະ ກ່າວ​ວ່າ, ຈະ​ຊີ້​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ໂດຍ​ໄວ​ຈະ​ສົ່ງ​ຄະນະ​ໄປ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ຢູ່ Solomon, ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ບັນດາ​ສະຖານ​ທີ່​ຫາ​ປາ, ການ​ປຸງ​ແຕ່ງ​ຢູ່​ສະຖານ​ທີ່ ​ແລະ ສົ່ງ​ອອກ​ອາຫານ​ທະ​ເລ​ຢູ່ Solomon. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສອງຝ່າຍລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງລະຫວ່າງປະຊາຊົນສອງປະເທດ, ໃນນັ້ນມີຂໍ້ທີໜຶ່ງແມ່ນສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທາງການທູດ ແລະ ທາງການ; ພ້ອມ​ທັງ​ຊຸກຍູ້​ສາຍ​ການບິນ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໝູ່​ເກາະ​ປາຊີ​ຟິກ​ໃຕ້​ໃຫ້​ສະດວກ​ກວ່າ​ອີກ.

ທ່ານ​ລັດຖະມົນຕີ Peter Shannel Agovaka ​ໄດ້​ສົ່ງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ທ່ານ​ນາຍົກລັດຖະມົນຕີ Solomon ​ເຖິງ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh; ສະ​ແດງ​ຄວາມ​ປະ​ທັບ​ໃຈ ​ແລະ ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ​ເລິກ​ເຊິ່ງທີ່​ຫວຽດນາມ ​ໄດ້​ມອບ​ໃຫ້​ທ່ານ​ລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ນັບ​ແຕ່​ເວລາ​ມາ​ຮອດ​ຫວຽດນາມ; ກ່າວ​ຄຳ​ເຫັນ​ວ່າ, ທ່ານ Solomon ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ; ພ້ອມ​ທັງ​ກ່າວ​ວ່າ, ສອງ​ປະ​ເທດ​ມີ​ຫຼາຍ​ສິ່ງ​ທີ່​ເປັນ​ເອກະ​ພາບ​ກັນ, ສາມາດ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຂະ​ບວນການ​ພັດທະນາ.

ndo_br_b4-1406.jpg
ຄະນະ​ຜູ້​ແທນ​ໝູ່​ເກາະ Solomon ​ໄດ້​ເຂົ້າ​ຮ່ວມ​ການ​ຕ້ອນຮັບ. (ພາບ: TRAN HAI)

ທ່ານ​ລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ຂອບ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ໝູ່​ເກາະ Solomon ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຖື​ວ່າ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້ 2 ປະ​ເທດ​ພັດທະນາ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ. ທ່ານ​ລັດຖະມົນຕີ​ກໍ່​ຮຽກຮ້ອງ​ໃຫ້ ຫວຽດນາມ ໜູນ​ຊ່ວຍ​ໝູ່​ເກາະ Solomon ​ໃນ​ການ​ບຳລຸງ​ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ເຕັກນິກ​ການ​ປະມົງ ​ແລະ ກະສິກຳ; ປາດຖະໜາຢາກນໍາເຂົ້າເຂົ້າສານ ແລະ ວັດຖຸດິບຈາກຫວຽດນາມ; ຢືນຢັນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ​ບັນດາ​ໂຄງການ​ທີ່​ມີ​ທ່າ​ແຮງ​ຢູ່​ໝູ່​ເກາະ Solomon.

ndo_br_b5-2193.jpg
ການ​ນຳ​ຫຼາຍ​ກະຊວງ, ຂະ​ແໜງ​ການ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ຕ້ອນຮັບ. (ພາບ: TRAN HAI)

ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າໝູ່ເກາະ Solomon ເຫັນດີເພີ່ມທະວີການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ; ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ລະຫວ່າງ​ອາ​ຊຽນ ​ແລະ ​ເວທີ​ປາ​ໄສ​ໝູ່​ເກາະ​ປາຊີ​ຟິກ (PIF) ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ.

ທີ່ມາ: https://nhandan.vn/solomon-mong-viet-nam-ho-tro-phat-trien-nguon-nhan-luc-ky-thuat-nghe-ca-nong-nghiep-post922160.html


(0)

No data
No data

ໝາກເຜັດແຫ້ງດ້ວຍລົມ - ຄວາມຫວານຂອງລະດູໃບໄມ້ປົ່ງ
“ຮ້ານ​ກາ​ເຟ​ຂອງ​ຄົນ​ຮັ່ງ​ມີ” ຢູ່​ຊອຍ​ໜຶ່ງ​ໃນ​ນະ​ຄອນ​ຮ່າ​ໂນ້ຍ ຂາຍ​ລາ​ຄາ 750.000 ດົ່ງ/ຈອກ.
Moc Chau ໃນ​ລະ​ດູ​ການ​ຫມາກ​ເລັ່ນ​ສຸກ​, ທຸກ​ຄົນ​ທີ່​ມາ​ແມ່ນ​ຕົກ​ຕະ​ລຶງ​
ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ

ມໍລະດົກ

ຮູບ

ທຸລະກິດ

G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ