
ດ້ວຍສະຕິຄວາມຮັບຜິດຊອບ, ເພີ່ມທະວີສະຕິປັນຍາ ແລະ ຄວາມສາມັກຄີສູງ, ກອງປະຊຸມໄດ້ກວດກາ, ປຶກສາຫາລື ແລະ ຮັບຮອງເອົາມະຕິ 23 ສະບັບ, ໃນນັ້ນມີມະຕິຄື: ລະບຽບການແບ່ງຂັ້ນຄຸ້ມຄອງແຫຼ່ງລາຍຮັບ, ວຽກງານລາຍຈ່າຍ ແລະ ອັດຕາສ່ວນການແບ່ງລາຍຮັບລະຫວ່າງງົບປະມານແຂວງ ແລະ ງົບປະມານຂອງຕາແສງ ແຂວງ ບັກນິງ ; ລະບຽບຫຼັກການ, ມາດຖານ ແລະ ມາດຕະຖານການຈັດສັນລາຍຈ່າຍປົກກະຕິຂອງງົບປະມານແຫ່ງລັດໃນປີ 2026 ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຂອງແຂວງ ບັກນິງ; ລະບຽບການຍົກເວັ້ນຄ່າເຊົ່າທີ່ດິນບຸລິມະສິດໃຫ້ບັນດາໂຄງການນຳໃຊ້ທີ່ດິນເພື່ອຜະລິດ ແລະ ດຳເນີນທຸລະກິດໃນຂົງເຂດແຮງຈູງໃຈການລົງທຶນ ຫຼື ເຂດຊຸກຍູ້ການລົງທຶນຢູ່ແຂວງ ບັກນິງ; ລະບຽບການກ່ຽວກັບຫຼາຍນະໂຍບາຍໜູນຊ່ວຍການອະນຸລັກຮັກສາ ແລະ ໂຄສະນາພາສາຊົນເຜົ່າສ່ວນໜ້ອຍແຂວງ ບັກນິງ ໄລຍະ 2025-2030...
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານປະທານສະພາປະຊາຊົນແຂວງ ບັກນິງ ຫງວຽນວັນອຽນ ເນັ້ນໜັກວ່າ: 10 ເດືອນຕົ້ນປີ 2025, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍກໍ່ຕາມ, ແຕ່ແຂວງ ບັກນິງ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນຫຼາຍຂົງເຂດ. ອັດຕາການເຕີບໂຕ GRDP ໃນ 9 ເດືອນຕົ້ນປີ 2025 ບັນລຸກວ່າ 10%; ຍອດລາຍຮັບງົບປະມານຄາດຄະເນກວ່າ 62 ຕື້ດົ່ງ, ເທົ່າກັບ 110% ຂອງການຄາດຄະເນ; ວົງເງິນການນຳເຂົ້າ-ສົ່ງອອກບັນລຸເກືອບ 150 ຕື້ USD, ຢືນອັນດັບທີ 2 ໃນທົ່ວປະເທດ, ຖັດຈາກນະຄອນ ໂຮ່ຈີມິນ ; ອັດຕາການເບີກຈ່າຍເງິນລົງທຶນພາກລັດບັນລຸກວ່າ 61%, ເປັນຈຳນວນທີ່ສູງສຸດໃນທົ່ວປະເທດ...

ແນວໃດກໍດີ, ວຽກງານໃນຊຸມເດືອນທ້າຍປີຍັງໜັກໜ່ວງ, ໂດຍສະເພາະແມ່ນໄດ້ວາງຄາດໝາຍເຕີບໂຕ 11,5% ແລະ ການເບີກຈ່າຍເງິນລົງທຶນພາກລັດໃຫ້ໄດ້ຢ່າງໜ້ອຍ 95% ຕາມການຊີ້ນຳຂອງ ລັດຖະບານ . ສິ່ງດັ່ງກ່າວຮຽກຮ້ອງໃຫ້ທຸກຂັ້ນ ແລະ ຂະແໜງການຕ້ອງມານະພະຍາຍາມຕື່ມອີກ ດ້ວຍຄວາມຕັ້ງໃຈສູງ, ມີບັນດາການເຄື່ອນໄຫວຢ່າງແຮງ ແລະ ມີຫົວຄິດປະດິດສ້າງ.
ກອງປະຊຸມສະໄໝສາມັນເທື່ອທີ 6 (ສະໄໝພິເສດ) ໄດ້ດຳເນີນໃນສະພາບການທີ່ແຂວງ ບັກນິງ ພວມມານະພະຍາຍາມສູ້ຊົນໃຫ້ສຳເລັດບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມ ໄລຍະ 2025 ແລະ ໄລຍະ 2021 – 2025, ຮຽກຮ້ອງໃຫ້ມີຄວາມເຂັ້ມຂຸ້ນຂອງລະບົບການເມືອງທັງໝົດ.

ມະຕິໄດ້ຮັບການຮັບຮອງເອົາເພື່ອສ້າງກົນໄກ, ນະໂຍບາຍແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການດຳເນີນງານ, ລົບລ້າງຄວາມຫຍຸ້ງຍາກ, ສ້າງແລວທາງດ້ານກົດໝາຍ, ແຫຼ່ງກຳລັງ ແລະ ກົນໄກທີ່ຈຳເປັນເພື່ອຊຸກຍູ້ການພັດທະນາຮອບດ້ານໃນທຸກຂົງເຂດ, ກຳນົດທິດໃຫ້ສຳເລັດບັນດາເປົ້າໝາຍ 2025 ແລະ ໄລຍະ 2021-2025.
ທີ່ມາ: https://baotintuc.vn/thoi-su/tao-hanh-lang-phap-ly-nguon-luc-de-thuc-day-phat-trien-toan-dien-cac-linh-vuc-20251112194636240.htm






(0)