ວັນທີ 17 ສິງຫານີ້, ອົງການອະວະກາດລັດຖະບານກາງຣັດເຊຍ Roscosmos ປະກາດວ່າ, ຍານອະວະກາດບໍ່ມີຄົນຂັບ Luna-25 ໄດ້ຂຶ້ນສູ່ວົງໂຄຈອນຂອງດາວທຽມດວງຈັນ ແລະ ພວມກະກຽມການລົງຈອດທາງປະຫວັດສາດຢູ່ຂົ້ວໂລກໃຕ້.
ທ່ານ Roscosmos ກ່າວວ່າ “ລະບົບທັງໝົດຂອງ Luna-25 ແມ່ນທຳງານໄດ້ຕາມປົກກະຕິ, ການເຊື່ອມຕໍ່ກັບມັນມີຄວາມໝັ້ນຄົງ.
ຮູບພາບທີ່ຖືກສົ່ງກັບຄືນຈາກ Luna-25 ໃນລະຫວ່າງການບິນໄປດວງຈັນ. (ພາບ: Roscosmos)
Roscosmos ກ່າວຕື່ມວ່າ: ພາລະກິດອະວະກາດຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດຣັດເຊຍສະໄໝໃໝ່ ທີ່ຍານອະວະກາດບໍ່ມີຄົນຂັບໄດ້ຖືກສົ່ງໄປຫາດວງຈັນ. ຕາມອົງການດັ່ງກ່າວແລ້ວ, ການລົງຈອດຢູ່ເທິງດວງຈັນແມ່ນໜຶ່ງໃນວຽກງານຕົ້ນຕໍຂອງ Luna-25, ນອກເໜືອໄປຈາກການດຳເນີນການຄົ້ນຄ້ ວາວິທະຍາສາດ ກ່ຽວກັບຫີນແລະດິນພ້ອມທັງຊອກຫາການມີຢູ່ຂອງນ້ຳເທິງດາວທຽມທຳມະຊາດຂອງໂລກ.
ຖ້າຫາກວ່າຂະບວນການດຳເນີນໄປຕາມແຜນການ, ວັນທີ 21/8, Luna-25 ຈະກາຍເປັນຍານອາວະກາດດວງຈັນລຳທຳອິດໃນ ປະຫວັດສາດ ໄປສູ່ພື້ນທີ່ອ່ອນຂອງເຂດຂົ້ວໂລກເໜືອທີ່ພູມສັນຖານລຳບາກ. ຍານອະວະກາດທັງໝົດກ່ອນໜ້ານີ້ ທີ່ບິນໄປເຖິງດວງຈັນ ໄດ້ລົງຈອດຢູ່ໃນເຂດເສັ້ນສູນສູດ. ຍານອະວະກາດກ່ອນໜ້ານີ້ Luna-24 ຂອງຣັດເຊຍ ໄດ້ຖືກສົ່ງຂຶ້ນສູ່ດວງຈັນໃນປີ 1976.
ວັນທີ 11 ສິງຫານີ້, Roscosmos ໄດ້ຍິງສົ່ງຍານອະວະກາດ Luna-25 ຢ່າງສຳເລັດຜົນ ໂດຍໃຊ້ຈະຫຼວດ Soyuz 2.1b ຈາກຍານ Vostochny Cosmodrome ຢູ່ພາກຕາເວັນອອກໄກຂອງຣັດເຊຍ. ວັນທີ 13 ສິງຫານີ້, Roscosmos ໄດ້ປະກາດວ່າຍານອາວະກາດໄດ້ເປີດລະບົບຍານສຳເລັດຮູບແລະເລີ່ມສົ່ງຂໍ້ມູນກັບຄືນສູ່ໂລກ.
Luna-25, ເຖິງວ່າໂຄງການສຳຫຼວດດວງຈັນຄັ້ງທຳອິດຂອງຣັດເຊຍ, ແຕ່ໄດ້ສືບທອດຜົນສຳເລັດຂອງໂຄງການ Luna ສະໄໝໂຊວຽດ, ເຊິ່ງໄດ້ສົ່ງຍານສຳຫຼວດດວງຈັນທັງໝົດ 24 ລຳ ໃນລະຫວ່າງປີ 1958 ຫາ 1976.
Tra Khanh (ທີ່ມາ: russian.rt.com)
ທີ່ມາ










(0)