
ທີ່ການພົບປະ, ການນຳເມືອງ ແທງບິ່ງ ແລະ ດົງເຊີນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາ ເສດຖະກິດ - ສັງຄົມ, ກໍ່ສ້າງພັກ, ຜົນງານດີເດັ່ນ ແລະ ທິດພັດທະນາຂອງແຕ່ລະທ້ອງຖິ່ນໃນປີ 2023, ແລະ ບາງໝາກຜົນໃນຕົ້ນປີ 2024.

ທ່ານ ເລຕົງທູ, ເລຂາຄະນະພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງ ດົ່ງເຊີນ ປາດຖະໜາວ່າ 2 ເມືອງ ຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ “ດົ່ງເຊີນ-ແທງບິ່ງ, ເລິກເຊິ່ງ”; ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຫຼາຍດ້ານຂອງວຽກງານ ເພື່ອເຮັດໃຫ້ວຽກງານຂອງຕົນປະສົບຜົນສຳເລັດ.

ເນື່ອງໃນໂອກາດນີ້, ການນຳເມືອງ ແທງບິ່ງ ໄດ້ມອບເງິນຈຳນວນ 300 ລ້ານດົ່ງຂອງອຳນາດການປົກຄອງ ແລະ ປະຊາຊົນໃນເມືອງ ເພື່ອໜູນຊ່ວຍກອງທຶນບຸນຄຸນ ແລະ ກອງທຶນຊ່ວຍເຫຼືອຄົນທຸກຍາກເມືອງ ດົ່ງເຊີນ.
ທີ່ມາ






(0)