
ພ້ອມດ້ວຍຄະນະມີຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງປະຊາຊົນນະຄອນ ດ່ານັງ ຮ່ວາງທິທຸຍຢຸງ; ທ່ານນາງຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຫງວຽນທິແທ່ງເຟືອງ.
ຕາມນັ້ນແລ້ວ, ຄະນະຜູ້ແທນໄດ້ມອບເງິນ 15 ຕື້ດົ່ງໃຫ້ນະຄອນ ດ່ານັງ ເພື່ອໜູນຊ່ວຍປະຊາຊົນຜູ້ປະສົບໄພນ້ຳຖ້ວມ; 800 ລ້ານດົ່ງເພື່ອໜູນຊ່ວຍບັນດາໂຮງຮຽນຢູ່ຕາແສງນ້ຳຟຸກ ສ້ອມແປງ ແລະ ຊື້ອຸປະກອນການສອນ; ແລະ ຂອງຂວັນ 100 ລາງວັນ ໃຫ້ນັກຮຽນ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ນອກຈາກນັ້ນ, ຄະນະຜູ້ແທນໄດ້ໜູນຊ່ວຍສ້ອມແປງເຮືອນໃຫ້ 2 ຄອບຄົວຢູ່ຕາແສງ ນ້ຳຝູ໋ກ, ນາງ ຫງວ໋ຽນທິລຽວ (ບ້ານ ລ່ອງເຈົາບັກ) ແລະ ນາງ ຫວູທິຕອຍ (ບ້ານຟູ໋ອ໋ກ) ດ້ວຍຈຳນວນເງິນ 60 ລ້ານດົ່ງ.

ຕາມສະຖິຕິ, ເນື່ອງຈາກໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມແຕ່ວັນທີ 25 ຕຸລາຫາວັນທີ 3 ພະຈິກ, ຕາແສງນ້ຳຟຸກຖືກນ້ຳຖ້ວມຢູ່ 23/23 ບ້ານ, ສົ່ງຜົນສະທ້ອນເຖິງ 14.150 ຄອບຄົວ.
ທົ່ວເມືອງມີ 14 ຄົນໄດ້ຮັບບາດເຈັບ, 100% ເຮືອນຊານຖືກນ້ຳຖ້ວມ. ຍອດມູນຄ່າຄວາມເສຍຫາຍຢູ່ຕາແສງນ້ຳຟຸກທັງໝົດຄາດຄະເນເຖິງເກືອບ 42 ຕື້ດົ່ງ.
ທີ່ມາ: https://baodanang.vn/thanh-pho-ho-chi-minh-ho-tro-da-nang-hon-15-ty-dong-de-khac-phuc-thiet-hai-do-mua-lu-3309858.html






(0)