
ຖ້ຽວບິນດັ່ງກ່າວໄດ້ລົງຈອດໃນເວລາ 12 ໂມງຂອງວັນທີ 11 ພະຈິກນີ້, ແລະເປັນຖ້ຽວທຳອິດໃນສາມຖ້ຽວບິນທີ່ຂົນສົ່ງເຄື່ອງຊ່ວຍເຫຼືອຈາກສູນ AHA. ສິນຄ້າທີ່ນຳມາມອບລວມມີ: ຊຸດອາຊີບທີ່ຈຳເປັນ 3.648 ຊຸດ, ຊຸດເຄື່ອງຄົວ 1.999 ຊຸດ ແລະ ຊຸດອະນາໄມສ່ວນຕົວ 3.000 ກວ່າຊຸດ ລວມມູນຄ່າປະມານ 264.000 ກວ່າໂດລາ. ສ່ວນຖ້ຽວບິນຂົນສົ່ງທີ່ຍັງເຫຼືອ 2 ຖ້ຽວຄາດວ່າຈະລົງຈອດໃນຕອນແລງວັນທີ 11 ພະຈິກ ແລະ ຕອນເຊົ້າວັນທີ 12 ພະຈິກ. ຄະນະກຳ ມະການແນວລາວສ້າງຊາດ ນະຄອນ ດ່າໜັງ ແມ່ນໜ່ວຍງານທີ່ຮັບເຄື່ອງຊ່ວຍເຫຼືອຂ້າງເທິງ ແລະ ມອບໃຫ້ປະຊາຊົນບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກຝົນຕົກ, ນ້ຳຖ້ວມໃນທ້າຍເດືອນຕຸລາ ແລະ ຕົ້ນເດືອນພະຈິກ.
ໄພນ້ຳຖ້ວມເມື່ອບໍ່ດົນມານີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ນະຄອນດ່ານັງ, ເຮັດໃຫ້ 12 ຄົນເສຍຊີວິດ, 4 ຄົນຫາຍສາບສູນ, 47 ຄົນບາດເຈັບ ແລະ ໄດ້ສ້າງຄວາມເສຍຫາຍດ້ານວັດຖຸພັນກວ່າ 837 ຕື້ດົ່ງ. ກ່ອນໜ້ານີ້, ໃນເດືອນຕຸລາ 2025, ສູນ AHA ຍັງໄດ້ນຳໃຊ້ເຄື່ອງຊ່ວຍເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ ແລະ ໄພນ້ຳຖ້ວມຢູ່ແຂວງ ກາວບັງ .
ທີ່ມາ: https://quangngaitv.vn/them-chuyen-bay-vien-tro-khan-cap-nguoi-dan-vung-lu-6510125.html






(0)