Vietnam.vn - Nền tảng quảng bá Việt Nam

ການ​ຄ້າ​ຫວຽດນາມ - ສ​ເກົາຫຼີ ສືບ​ຕໍ່​ຮັກສາ​ແງ່​ຫວັງ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ປີ 2024

Báo Quốc TếBáo Quốc Tế13/02/2024

ວັນ​ທີ 5 ກຸມພາ​ນີ້, ສະມາຄົມ​ການ​ຄ້າ​ສາກົນ ສ.​ເກົາຫຼີ ​ໄດ້​ປະກາດ​ຂໍ້​ມູນ​ຢືນຢັນ​ວ່າ, “ຫວຽດນາມ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ ສ.​ເກົາຫຼີ”. ນີ້​ແມ່ນ​ພື້ນ​ຖານ​ທີ່​ດີ​ໃນ​ປີ​ໃໝ່​ປີ 2024 ​ເພາະວ່າ​ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ ຖື​ວ່າ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຫວຽດນາມ.
Năm 2024, thương mại Việt Nam-Hàn Quốc giàu triển vọng
ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ສ.​ເກົາຫຼີ​ແລະ​ຫວຽດ​ນາມ​ໃນ​ປີ 2023 ຄາດ​ວ່າ​ຈະ​ບັນ​ລຸ​ເກືອບ 80 ຕື້ USD. (ທີ່ມາ: VNE)

ວົງເງິນການຄ້າ 2 ສ.ເກົາຫຼີ ແລະ ຫວຽດນາມ ໃນປີ 2023 ບັນລຸເກືອບ 80 ຕື້ USD, ເຖິງວ່າ ການສົ່ງອອກຂອງ ສ.ເກົາຫຼີ ໄປ ຫວຽດນາມ ຫຼຸດລົງກວ່າ 12% ແລະ ການນຳເຂົ້າຈາກ ຫວຽດນາມ ໄປ ສ.ເກົາຫຼີ ຫຼຸດລົງເກືອບ 3%. ຫວຽດນາມ​ໄດ້​ລື່ນ​ກາຍ​ຍີ່​ປຸ່ນ​ເປັນ​ເວລາ 2 ປີ​ລຽນຕິດ, ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ແຜ່ນດິນ​ກິມ​ຈິ, ຖັດຈາກ​ຈີນ ​ແລະ ອາ​ເມ​ລິ​ກາ.

ຖ້າ​ຄິດ​ໄລ່​ນັບ​ແຕ່​ປີ 1992 – ​ເປັນ​ເວລາ​ທີ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ , ມາ​ຮອດ​ປະຈຸ​ບັນ, ການ​ຄ້າ​ສ.​ເກົາຫຼີ - ຫວຽດນາມ ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ຢ່າງ​ຕັ້ງໜ້າ - ຈາກ 500 ລ້ານ USD ຂຶ້ນ​ເປັນ​ເກືອບ 80 ຕື້ USD.

“ຫວຽດນາມ ມີບັນດາປັດໄຈລົງທຶນທີ່ໜ້າສົນໃຈຄື: ທີ່ຕັ້ງຍຸດທະສາດ, ແຮງງານໄວໜຸ່ມທີ່ອຸດົມສົມບູນ, ສະພາບແວດລ້ອມແຫ່ງການລົງທຶນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ດ້ວຍການລົງນາມໃນສັນຍາ FTA. ໃນໄລຍະຜ່ານມາ, ບັນດາວິສາຫະກິດ ສ.ເກົາຫຼີ ໄດ້ຖືຫວຽດນາມ ເປັນພື້ນຖານການຜະລິດຂະໜາດໃຫຍ່ໃຫ້ແກ່ບັນດາຂະແໜງອຸດສາຫະກຳການຜະລິດໃຊ້ແຮງງານ, ແຕ່ປະຈຸບັນ ແລະ ອະນາ ຄົດ , ວິສາຫະກິດ ສ.ເກົາຫຼີ ຈະຊຸກຍູ້ການຮ່ວມມືລົງທຶນ ແລະ ຕະຫຼາດທີ່ມີມູນຄ່າເພີ່ມສູງຈາກຫວຽດນາມ. ທ່ານ Bae Yong Geun, ອະດີດຮອງປະທານສະພາການຄ້າ ແລະອຸດສາຫະກຳ ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ການລົງທຶນຢູ່ ຫວຽດນາມ ຈະເພີ່ມຂຶ້ນ.

ຄວາມຈິງແລ້ວ, ບັນດານັກລົງທຶນ ສ.ເກົາຫຼີ ໄດ້ໃຫ້ຄວາມສົນໃຈ ແລະ ລົງທຶນເຂົ້າບັນດາຂະແໜງອຸດສາຫະກຳເຕັກໂນໂລຢີສູງ, ໂຄງການພະລັງງານ, ການເງິນ – ການທະນາຄານ, ການລວມຕົວຂອງທຸລະກິດ ແລະ ການຊື້-ຂາຍ ແລະ ການບໍລິການທີ່ມີຄຸນນະພາບຢູ່ ຫວຽດນາມ ໄດ້ຮັບການຮັບຮູ້ຈາກກະຊວງ, ສາຂາທີ່ກ່ຽວຂ້ອງ ແລະ ຄ່ອຍໆສ້າງຍຸດທະສາດກ່ຽວກັບບັນຫາດັ່ງກ່າວ.

“ທ່າ​ອ່ຽງ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ແມ່ນ​ດີ​ຈີ​ຕອນ, ​ເອ​ເລັກ​ໂຕຼນິກ, ພະລັງງານ ​ສະອາດ, ​ເສດຖະກິດ​ຂຽວ, ການ​ຫັນປ່ຽນ​ດີ​ຈີ​ຕອນ, ນະ​ວັດຕະກຳ​ແມ່ນ​ບັນດາ​ຂົງ​ເຂດ​ທີ່ ສ.​ເກົາຫຼີ ​ເປັນ​ອັນ​ດັບ​ໜຶ່ງ, ການ​ນຳ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ​ຂຽວ, ​ເສດຖະກິດ​ດີ​ຈີ​ຕອນ ​ແລະ ນະ​ວັດຕະກຳ. ຢືນຢັນ​ທ່ານ ​ໂດ​ຍ​ແທັງ​ຮ່ວາງ, ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ.

ຄວາມ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ແຂງ​ແຮງ, ບໍ່​ພຽງ​ແຕ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ສ.ເກົາຫຼີ ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຄວາມ​ມານະ​ພະຍາຍາມ​ລົງ​ເລິກ​ກ່ຽວ​ກັບ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ທ່າ​ອ່ຽງ​ການ​ລົງທຶນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ແມ່ນ​ສອດຄ່ອງ​ກັບ​ທິດ​ທາງ​ດຶງ​ດູດ FDI ຂອງ ຫວຽດນາມ ຢ່າງ​ຊັດ​ເຈນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໂອກາດ​ທີ່​ສະດວກ​ເພື່ອ​ບໍ່​ພຽງ​ແຕ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ເທົ່າ​ນັ້ນ ຫາກ​ຍັງ​ອີກ​ຫຼາຍ​ກະຊວງ, ສາຂາ ​ແລະ ທ້ອງ​ຖິ່ນ​ໄດ້​ຄົ້ນຄວ້າ, ມີ​ແຜນການ​ທີ່​ເໝາະ​ສົມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຄຸນ​ນະພາ​ບຢູ່​ດິນ​ແດນ​ກິມ​ຈິ, ປະກອບສ່ວນ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ປີ​ໃໝ່​ປີ​ຈໍ 2024.

(ຕາມ VOV)



ທີ່ມາ

(0)

ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.
ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.

ມໍລະດົກ

ຮູບ

ທຸລະກິດ

ຮ້ານ​ກາ​ເຟ​ຢູ່​ຮ່າ​ໂນ້ຍ​ເຮັດ​ໃຫ້​ເປັນ​ໄຂ້​ຍ້ອນ​ສະ​ພາບ​ວັນ​ຄຣິດ​ສະ​ມາດ​ຄ້າຍ​ຄື​ຊາວ​ເອີ​ລົບ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC