ໃນ 11 ເດືອນຕົ້ນປີ 2024, ຕະຫຼາດ ອາເມລິກາ ກວມເອົາເກືອບ 1/3 ຍອດວົງເງິນສົ່ງອອກສິນຄ້າຂອງຫວຽດນາມ, ສະແດງໃຫ້ເຫັນວ່າ, ການພົວພັນ ດ້ານເສດຖະກິດ ການຄ້າສອງປະເທດນີ້ມີຄວາມສຳຄັນເປັນພິເສດ. ພ້ອມກັນນັ້ນ, ຍັງມີຊ່ອງຫວ່າງຫຼາຍຢ່າງໃຫ້ແກ່ການເຕີບໂຕໃນອະນາຄົດໃນສະພາບທີ່ສອງຝ່າຍພວມມານະພະຍາຍາມຊຸກຍູ້ການລົງທຶນ, ການຄ້າ, ການຮ່ວມມືໃນບັນດາຂົງເຂດໃໝ່ຄື: ເຕັກໂນໂລຢີ, semiconductors, ປັນຍາປະດິດ (AI)...
| ການເຈລະຈາເສດຖະກິດຫວຽດນາມ - ອາເມລິກາ ຄັ້ງທຳອິດ |
| ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຈລະຈາກັບທ່ານ John Neuffer, ປະທານ SIA |
ການຄ້າສອງຝ່າຍເພີ່ມຂຶ້ນຢ່າງວ່ອງໄວ
ພາຍຫຼັງກວ່າ 1 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ຕາມຂໍ້ມູນຂອງກົມສະຖິຕິທົ່ວໄປແລ້ວ, ຮອດທ້າຍເດືອນ 11/2024, ວົງເງິນການຄ້າ 2 ສົ້ນ ຫວຽດນາມ - ອາເມລິກາ ບັນລຸເກືອບ 123 ຕື້ USD, ລື່ນກາຍຕົວເລກໃນຕະຫຼອດປີ 2023 (ເກືອບ 111 ຕື້ USD).
ດ້ວຍອັດຕາການເຕີບໂຕໃນທາງບວກໃນປະຈຸບັນ, ຄາດວ່າ ວົງເງິນການຄ້າ ຫວຽດນາມ - ອາເມລິກາ ອາດຈະລື່ນກາຍ 134 – 135 ຕື້ USD ໃນປີ 2024. ຕົວເລກນີ້ສະແດງໃຫ້ເຫັນການພົວພັນດ້ານການຄ້າເລິກເຊິ່ງ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງ 2 ປະເທດ.
ຕາມກົມຕະຫຼາດເອີລົບ ແລະ ອາເມລິກາ ( ກະຊວງອຸດສາຫະກຳ ແລະ ການຄ້າ ), ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 8 ຂອງ ອາເມລິກາ ແລະ ຕະຫຼາດສົ່ງອອກໃຫຍ່ອັນດັບ 4 ຂອງ ອາເມລິກາ ຢູ່ພາກພື້ນ ອາຊຽນ. ກົງກັນຂ້າມ, ອາເມລິກາແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງ ແລະ ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ. ບັນດາລາຍການສົ່ງອອກທີ່ສຳຄັນຂອງຫວຽດນາມ ເຊັ່ນ: ເຄື່ອງເຟີນີເຈີໄມ້, ເຄື່ອງຈັກ, ເກີບໜັງ, ຜະລິດຕະພັນພລາສຕິກ ແລະ ອື່ນໆ ລ້ວນແຕ່ມີການເຕີບໂຕຢ່າງພົ້ນເດັ່ນໃນໄລຍະມໍ່ໆມານີ້, ໃນລະດັບ 20%. ນີ້ແມ່ນກຳລັງໜູນຕົ້ນຕໍເພື່ອຊ່ວຍໃຫ້ວົງເງິນສົ່ງອອກຂອງຫວຽດນາມ ຟື້ນຕົວຢ່າງແຂງແຮງພາຍຫຼັງໄລຍະຫຍຸ້ງຍາກໃນປີ 2023, ພ້ອມທັງເຮັດໃຫ້ການພົວພັນດ້ານການຄ້າສອງຝ່າຍ ຫວຽດນາມ - ອາເມລິກາ ຟື້ນຟູລະດັບເຕີບໂຕຢ່າງໝັ້ນຄົງຄືປີ 2022.
ທ່ານ Antony Blinken, ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: “ການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ຄູ່ຮ່ວມມືລະຫວ່າງວິສາຫະກິດຂອງພວກເຮົານັບມື້ນັບພັດທະນາ ແລະ ເຂັ້ມແຂງກວ່າທຸກເວລາ, ໄດ້ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນອາເມລິກາ ແລະ ຫວຽດນາມ.
ຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໄດ້ວາງອອກ 10 ເສົາຄ້ຳ, ໃນນັ້ນການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຕີລາຄາວ່າ “ເຄື່ອງຈັກຕະຫຼອດໄປ, ເສົາຄ້ຳຕົ້ນຕໍ”, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນສາຍພົວພັນສຳຄັນໃນລະບົບການສະໜອງທົ່ວໂລກຂອງອາເມລິກາ, ໃນຂະນະນັ້ນ ບັນດາວິສາຫະກິດ ແລະ ນັກລົງທຶນອາເມລິກາ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາ ແລະ ຫັນພື້ນຖານເສດຖະກິດຫວຽດນາມ. ໄລ່ຮອດເດືອນຕຸລາ 2024, ອາເມລິກາ ມີ 1.400 ໂຄງການ FDI ທີ່ຖືກຕ້ອງຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 12 ຕື້ USD, ຢືນອັນດັບທີ 11 ໃນຈຳນວນ 148 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ. ຄຽງຄູ່ກັນນັ້ນ, ມີວິສາຫະກິດຫວຽດນາມ ຫຼາຍແຫ່ງຄື FPT, Vinfast... ກໍ່ພວມຜັນຂະຫຍາຍການເຄື່ອນໄຫວໄປຍັງ ອາເມລິກາ, ນຳມາເຊິ່ງຜົນປະໂຫຍດຮ່ວມ.
| ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ອາເມລິກາໃນຊຸມປີຜ່ານມາ |
ຊອກຫາແລະຮັບຮູ້ໂອກາດໃຫມ່
ຫວ່າງມໍ່ໆມານີ້, ຫຼາຍຄະນະຜູ້ແທນວິສາຫະກິດ ອາເມລິກາ, ພິເສດແມ່ນຂະແໜງເຕັກໂນໂລຢີ ໄດ້ມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນ ແລະ ໄດ້ໃຫ້ຄຳໝັ້ນສັນຍາຫຼາຍຢ່າງໃນການລົງທຶນ ຫຼື ເປີດກວ້າງການລົງທຶນຢູ່ ຫວຽດນາມ. ເດືອນທັນວານີ້, ສັນຍາຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ບໍລິສັດ NVIDIA ໄດ້ຮັບການລົງນາມໃນການຮ່ວມມືສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາ ແລະ ສູນຂໍ້ມູນ AI ຢູ່ ຫວຽດນາມ. ບັນດາສູນເຫຼົ່ານີ້ຈະມີບົດບາດສຳຄັນໃນການໜູນຊ່ວຍບັນດາຂໍ້ລິເລີ່ມຄົ້ນຄວ້າ, ພັດທະນາການນຳໃຊ້ເຕັກໂນໂລຊີ AI, ຊຸກຍູ້ການປະດິດສ້າງ ແລະ ການເຄື່ອນໄຫວເລີ່ມຕົ້ນຢູ່ຫວຽດນາມ. ສັນຍາດັ່ງກ່າວ ຄາດວ່າຈະເປັນ “ການຊຸກຍູ້” ທີ່ສຳຄັນ ເພື່ອຊ່ວຍໃຫ້ ຫວຽດນາມ ກ້າວໄປໜ້າ ດ້ານເຕັກໂນໂລຢີ ໃນໄລຍະຈະມາເຖິງ, ດ້ວຍໝາກຜົນໃຫຍ່ຫຼວງ, ດຶງດູດຄວາມສົນໃຈຂອງບັນດານັກລົງທຶນເຕັກໂນໂລຢີສູງອື່ນໆໃນໂລກ, ພິເສດແມ່ນໃນຂົງເຂດ AI, semiconductors… ເຂົ້າມາລົງທຶນຢູ່ ຫວຽດນາມ; ພ້ອມກັນນັ້ນ, ກໍ່ດຶງດູດ ແລະ ຮັກສາຄວາມສາມາດຫຼາຍດ້ານໃນຂົງເຂດ semiconductors ແລະ AI.
ຫວ່າງມໍ່ໆມານີ້, ແຕ່ວັນທີ 10-11/12, ສະມາຄົມອຸດສາຫະກຳ Semiconductor ອາເມລິກາ (SIA) ໄດ້ຈັດຕັ້ງຄະນະຜູ້ແທນບັນດາວິສາຫະກິດ semiconductor ແຖວໜ້າຂອງອາເມລິກາ, ໃນນັ້ນມີຜູ້ຕາງໜ້າບັນດາບໍລິສັດຄື: Intel, Ampere, Marvell, Cirrus Logic, Infineon... ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ (ກ່ອນນີ້, SIA ຍັງມີ 2 ຄັ້ງມາຢ້ຽມຢາມ ຫວຽດນາມ ໃນເດືອນ 1/2023). ທ່ານປະທານ SIA, ທ່ານ John Neuffer ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການພັດທະນາອຸດສາຫະກຳ semiconductor, ພິເສດແມ່ນຍຸດທະສາດພັດທະນາອຸດສາຫະກຳທີ່ລັດຖະບານວາງອອກ ແລະ ໂຄງການຝຶກອົບຮົມໃຫ້ແກ່ນັກວິສະວະກອນ semiconductor ຢ່າງໜ້ອຍ 50.000 ຄົນ; ພ້ອມກັນນັ້ນ, ທ່ານກ່າວວ່າ, ມີກາລະໂອກາດອັນໃຫຍ່ຫຼວງຫຼາຍຢ່າງໃຫ້ບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ ແລະ ປາດຖະໜາວ່າ ຈະສືບຕໍ່ໄປຄຽງຄູ່ກັບການໜູນຊ່ວຍ ຫວຽດນາມ ໃນການພັດທະນາອຸດສາຫະກຳ semiconductor ແລະ ສ້າງລະບົບຕ່ອງໂສ້ການສະໜອງຢ່າງແຂງແຮງ.
ທ່ານ John Neuffer ໃຫ້ຮູ້ວ່າ: “ດ້ວຍແງ່ຫວັງຂອງ ຫວຽດນາມ ແລະ ບົດບາດສຳຄັນນັບມື້ນັບສູງໃນຂະແໜງອຸດສາຫະກຳ semiconductor ອາເມລິກາ, ໃນຍຸດທະສາດວິສາຫະກິດ SIA, ພວກເຮົາຈະກັບຄືນຫວຽດນາມ ຫຼາຍຄັ້ງ ແລະ ຈະສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນສອງຝ່າຍລະຫວ່າງ 2 ປະເທດ”.
ກ່ອນໜ້ານັ້ນ, ໃນຕົ້ນເດືອນມີນາ, ສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC) ໄດ້ຈັດຕັ້ງຄະນະຜູ້ແທນ 50 ວິສາຫະກິດ ອາເມລິກາ ເຄື່ອນໄຫວໃນຫຼາຍຂົງເຂດ ໄປຢ້ຽມຢາມ ແລະ ຄົ້ນຫາກາລະໂອກາດ ແລະ ທ່າແຮງລົງທຶນຢູ່ ຫວຽດນາມ. ທ່ານ Ted Osius, ປະທານ ແລະ CEO ຂອງ USABC ໃຫ້ຮູ້ວ່າ: ສາເຫດທີ່ບັນດາວິສາຫະກິດ ອາເມລິກາ ມີຄວາມສົນໃຈຢ່າງແຮງຕໍ່ຫວຽດນາມ ແມ່ນຍ້ອນວ່າ ຫວຽດນາມ ຖືເປັນປະເທດທີ່ໝັ້ນຄົງ, ເປີດກວ້າງ, ຕ້ອນຮັບແຂກອາເມລິກາ ແລະ ບັນດາວິສາຫະກິດອາເມລິກາ. ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະດຳເນີນບັນດາບາດກ້າວສ້າງຄວາມສະດວກໃຫ້ແກ່ການລົງທຶນດຳເນີນທຸລະກິດ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນດາສິ່ງທ້າທາຍ.
ພິເສດ, ໃນສະພາບການທີ່ 2 ປະເທດໄດ້ຍົກລະດັບການພົວພັນຢ່າງເປັນທາງການ ແລະ ໃຫ້ຄຳໝັ້ນສັນຍາຫຼາຍຢ່າງເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ 2 ຝ່າຍ, ນີ້ແມ່ນເວລາເໝາະສົມເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ເຂົ້າມາຫວຽດນາມ ເພື່ອຊອກຮູ້ ແລະ ຮັບຮູ້ບັນດາກາລະໂອກາດລົງທຶນ, ການຄ້າລະຫວ່າງ 2 ຝ່າຍ. ສະນັ້ນ, ຕາມການຄາດຄະເນຫຼາຍຢ່າງແລ້ວ, ໃນໄລຍະຈະມາເຖິງ, ຈະສືບຕໍ່ມີການຜັນຂະຫຍາຍຈຳນວນວິສາຫະກິດ ອາເມລິກາ ມາ ຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ Do Hung Viet ໃຫ້ຮູ້ວ່າ: ປະຈຸບັນ ປະຊາຄົມວິສາຫະກິດ 2 ປະເທດມີເງື່ອນໄຂສະດວກທີ່ສຸດເພື່ອຜັນຂະຫຍາຍການຮ່ວມມືລົງທຶນໃນໄລຍະຍາວ. ສອງປະເທດມີພື້ນຖານອັນໜັກແໜ້ນທີ່ໄດ້ຮັບການກໍ່ສ້າງໃນໄລຍະ 30 ປີຜ່ານມາ, ພິເສດແມ່ນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນທິດທາງຍຸດທະສາດໃນການຮ່ວມມື.
“ພວກເຮົາຕ້ອງຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ຖືນີ້ແມ່ນບັນດາຂົງເຂດສຳຄັນ ແລະ ກຳລັງແຮງຂອງການພົວພັນລະຫວ່າງສອງປະເທດ, ພ້ອມທັງສືບຕໍ່ນຳການພົວພັນຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ - ແມ່ນບາດກ້າວບຸກທະລຸຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂຶ້ນສູ່ລະດັບໃໝ່.
ຕາມທ່ານ Joseph Uddo, ປະທານ AmCham ຢູ່ ຫວຽດນາມ ແລ້ວ, ດ້ວຍການຍົກລະດັບການພົວພັນໃນປີກາຍ ແລະ ການປ່ຽນແປງຂອງການບໍລິຫານຢູ່ ອາເມລິກາ, ນີ້ແມ່ນເວລາສຳຄັນ ແລະ ເປັນກາລະໂອກາດອັນດີເພື່ອປັບປຸງກອບນະໂຍບາຍ, ດຶງດູດນັກລົງທຶນໃໝ່ ກໍ່ຄືໜູນຊ່ວຍບັນດານັກລົງທຶນ, ວິສາຫະກິດທີ່ພວມເຄື່ອນໄຫວຢູ່ ຫວຽດນາມ ສືບຕໍ່ພັດທະນາ.
ແບ່ງປັນທັດສະນະດຽວກັນ, ທ່ານ John Goyer, ຜູ້ອໍານວຍການບໍລິຫານພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ອາເມລິກາ ໃຫ້ຮູ້ວ່າ, ການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ພວມເຕີບໂຕຢ່າງໄວ, ແຕ່ບັນດາວິສາຫະກິດຕ້ອງເອົາໃຈໃສ່ນະໂຍບາຍການຄ້າພາຍໃຕ້ການເປັນປະທານຂອງປະທານາທິບໍດີ Trump, ຍ້ອນວ່າມີທ່າອ່ຽງວ່າບັນດາເຄື່ອງມືດ້ານພາສີຈະຖືກນຳໃຊ້ຫຼາຍກວ່າບັນດາສິນຄ້ານໍາເຂົ້າ.
“ປະຈຸບັນນີ້ ພວກເຮົາກຳລັງເຫັນໄດ້ເຖິງຄວາມສຳຄັນຂອງການພົວພັນດ້ານເສດຖະກິດ ອາເມລິກາ ແລະ ຫວຽດນາມ, ເຖິງວ່າປະທານາທິບໍດີ Trump ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການພົວພັນດ້ານການຄ້າທີ່ສົມດູນກັນກວ່າ. ນີ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດຂອງ 2 ປະເທດນຳໃຊ້ທ່າໄດ້ປຽບຂອງກຳລັງນີ້ເພື່ອເພີ່ມທະວີການຄ້າ ແລະ ການລົງທຶນສອງຝ່າຍ, ໃນຂະນະທີ່ເຮັດວຽກກັບລັດຖະບານຂອງ 2 ປະເທດເພື່ອລົບລ້າງບັນດາສິ່ງກີດຂວາງ ແລະ ສິ່ງທ້າທາຍ”, ທ່ານ Adam Sitkoff ຜູ້ອຳນວຍການບໍລິຫານ AmCham ເນັ້ນໜັກວ່າ.
ທີ່ມາ: https://thoibaonganhang.vn/tiem-nang-lon-trong-quan-he-kinh-te-viet-nam-hoa-ky-159027.html






(0)