ຕອນບ່າຍວັນທີ 26/3, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍທ່ານປະທານາທິບໍດີ Putin ທີ່ໄດ້ຮັບການເລືອກຕັ້ງຄືນໃໝ່ຈາກປະຊາຊົນ ລັດເຊຍ ເປັນປະທານາທິບໍດີ ສະຫະພັນ ລັດເຊຍ ອາຍຸການ 2024 – 2030 ດ້ວຍຄະແນນສຽງເປັນສະຖິຕິໃນປະຫວັດສາດສະໄໝໃໝ່ຂອງສະຫະພັນລັດເຊຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຣັດເຊຍ ແລະ ສະໜັບສະໜູນທ່ານປະທານາທິບໍດີ Putin ໃນການນຳພາລັດເຊຍ ພັດທະນາໃນໄລຍະໃໝ່.
ຕອນຄ່ຳວັນທີ 22 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ Putin, ປະຊາຊົນ ລັດເຊຍ ແລະ ຍາດຕິພີ່ນ້ອງຂອງຜູ້ປະສົບເຄາະຮ້າຍຈາກເຫດກໍ່ການຮ້າຍຢູ່ ມົດສະກູ ໃນຕອນແລງວັນທີ 22 ມີນາ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ໄດ້ຕີລາຄາສູງການຊ່ວຍເຫຼືອອັນໃຫຍ່ຫຼວງຂອງສະຫະພັນລັດເຊຍ ໃນອະດີດສະຫະພາບ ໂຊວຽດ ກໍ່ຄືປະຈຸບັນສຳລັບປະເທດ ແລະ ປະຊາຊົນ ຫວຽດນາມ.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດສູງສຸດໃນນະໂຍບາຍການຕ່າງປະເທດຂອງຕົນ.
ທ່ານປະທານາທິບໍດີ Putin ໄດ້ຂອບໃຈທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍ ແລະ ເສຍໃຈຢ່າງທັນການຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການເສຍຫາຍຂອງປະຊາຊົນ ລັດເຊຍ ໃນເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 22/3.
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງສະຫະພັນ ລັດເຊຍ. ທ່ານປະທານາທິບໍດີ Putin ສະແດງຄວາມປິຕິຍິນດີຕໍ່ການພັດທະນາໃນທາງບວກຂອງການພົວພັນສອງປະເທດໃນທຸກຂົງເຂດ.
ການນຳສອງທ່ານໄດ້ປຶກສາຫາລື ແລະ ເຫັນດີເປັນເອກະສັນກັນກ່ຽວກັບຫຼາຍທິດທາງໃຫຍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງໃນບັນດາຂົງເຂດຄື: ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມເຄົາລົບເຊື້ອເຊີນທ່ານປະທານປະເທດ Putin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວ. ທ່ານປະທານາທິບໍດີ Putin ໄດ້ຮັບຄຳເຊີນຢ່າງດີໃຈ ແລະ ເຫັນດີວ່າ 2 ຝ່າຍຈະສົມທົບກັນຈັດຕັ້ງເວລາທີ່ເໝາະສົມ.
ຮອງ ນາຍົກລັດຖະມົນຕີ ໄດ້ຂຽນໃນປຶ້ມອາໄລຫາຜູ້ປະສົບເຄາະຮ້າຍຈາກການໂຈມຕີກໍ່ການຮ້າຍຢູ່ຣັດເຊຍ
ປະທານາທິບໍດີສະແດງຄວາມເສົ້າສະລົດໃຈຕໍ່ປະທານາທິບໍດີ Putin ຫຼັງຈາກການໂຈມຕີກໍ່ການຮ້າຍຢູ່ລັດເຊຍ
ທີ່ມາ






(0)