ທ່ານປະທານປະເທດ Yoon Suk-yeol ຮຽກຮ້ອງເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ Kiribati, Tonga, Tuvalu, Vanuatu, Papua New Guinea ໃນບັນດາຂົງເຂດຄື: ການຮ່ວມມືພັດທະນາ, ການປ່ຽນແປງຂອງດິນຟ້າອາກາດ, ການປະມົງ, ສາທາລະ ນະສຸກ .
ປະທານປະເທດ Yoon Suk-yeol ແລະ ທ່ານນາຍົກລັດຖະມົນຕີ ວາ ນົວຕູ ທ່ານ Ishmael Kalsakau. (ທີ່ມາ: Yonhap)
ຕາມຂ່າວສານ Yonhap, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ປະກາດວ່າ, ທ່ານ Yoon Suk-yeol ໄດ້ດຳເນີນການພົບປະຂັ້ນສູງກັບຜູ້ນຳ 5 ປະເທດເກາະ ປາຊີຟິກ ຢູ່ນະຄອນຫຼວງ Seoul ໃນວັນທີ 28 ພຶດສະພາ ແລະ ປຶກສາຫາລືກ່ຽວກັບການເພີ່ມທະວີການພົວພັນໃນບັນດາຂົງເຂດຄື: ການຮ່ວມມືພັດທະນາ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ສຳນັກງານປະທານາທິບໍດີກ່າວວ່າ ທ່ານ Yoon Suk-yeol ໄດ້ໂອ້ລົມກັບຄູ່ຕຳແໜ່ງ Kiribati ທ່ານ Taneti Maamau, ຈາກນັ້ນໄດ້ພົບປະກັບນາຍົກລັດຖະມົນຕີ Tonga Siaosi Sovaleni, ນາຍົກລັດຖະມົນຕີ Tuvalu Kausea Natano, ນາຍົກລັດຖະມົນຕີ Vanuatu ທ່ານ Ishmael Kalsakau ແລະ ນາຍົກລັດຖະມົນຕີ Papua New Guinea ທ່ານ James Marape.
ໃນການຖະແຫຼງຂ່າວ, ໂຄສົກປະທານາທິບໍດີ Lee Do-woon ກ່າວວ່າ, ທ່ານ Yoon Suk-yeol ເນັ້ນໜັກວ່າ ສ.ເກົາຫຼີ ຫວັງວ່າຈະສ້າງການພົວພັນທີ່ເໝາະສົມ ແລະ ຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດເກາະປາຊີຟິກ.
ທ່ານປະທານປະເທດ Yoon Suk-yeol ກໍ່ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບແຕ່ລະປະເທດທີ່ກ່າວມານີ້ໃນບັນດາຂົງເຂດຄື: ການຮ່ວມມືພັດທະນາ, ການປ່ຽນແປງຂອງດິນຟ້າອາກາດ, ການປະມົງ ແລະ ສາທາລະນະສຸກ.
ຕາມທ່ານ Lee Do-woon ແລ້ວ, ການນຳ 5 ປະເທດໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ Yoon Suk-yeol ທີ່ໄດ້ຈັດຕັ້ງກອງປະຊຸມສຸດຍອດ, ພ້ອມທັງກ່າວວ່າ, ຈະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ.
ຜູ້ນຳ ໝູ່ເກາະປາຊີຟິກ ພວມຢ້ຽມຢາມກຸງໂຊລ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງ ສ.ເກົາຫຼີ ກັບ 18 ປະເທດສະມາຊິກຂອງເວທີປາໄສໝູ່ເກາະປາຊີຟິກ (PIF) ໃນວັນທີ 29 ຫາ 30 ພຶດສະພານີ້.
ດ້ວຍການເຂົ້າຮ່ວມຂອງການນຳແລະເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານ, ກອງປະຊຸມໄດ້ດຳເນີນດ້ວຍຫົວຂໍ້ “ມຸ່ງໄປສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ: ເພີ່ມທະວີການຮ່ວມມືກັບມະຫາສະໝຸດປາຊີຟິກ”, ໄດ້ສຸມໃສ່ປຶກສາຫາລືວິທີແກ້ໄຂບັນດາບັນຫາອັນຮີບດ່ວນທີ່ປະເທດເກາະປາຊີຟິກພວມປະເຊີນໜ້າຢູ່ຄື: ການປ່ຽນແປງຂອງດິນຟ້າອາກາດ , ການຮັບມືກັບໄພພິບັດ ແລະ ການພັດທະນາພາກພື້ນ./.
ທີ່ມາ






(0)