ວັນທີ 23 ມີນານີ້, ກ່າວຄຳເຫັນທາງໂທລະພາບແຫ່ງຊາດພາຍຫຼັງການໂຈມຕີຢູ່ໂຮງລະຄອນ Crocus City Hall ຢູ່ນະຄອນຫຼວງມົດສະກູ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ປະກາດວ່າ, ວັນທີ 24/3 ຈະແມ່ນວັນໄວ້ອາໄລແຫ່ງຊາດເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກເຫດການກໍ່ການຮ້າຍຄັ້ງນີ້.
ຕາມອົງການຂ່າວ TASS ຂອງຣັດເຊຍ, ໃນບົດລາຍງານສະບັບປັບປຸງໃໝ່ຂອງຄະນະກຳມະການສືບສວນຣັດເຊຍກ່າວວ່າ, ປະຈຸບັນມີຜູ້ເຄາະຮ້າຍ 133 ຄົນ.
ມື້ດຽວກັນ, ທ່ານນາງ Maria Zakharova ໂຄສົກກະຊວງ ການຕ່າງປະເທດ ຣັດເຊຍກ່າວວ່າ, ໜ່ວຍງານພິເສດ ແລະ ອົງການປະຕິບັດກົດໝາຍຂອງຣັດເຊຍພວມສືບສວນການໂຈມຕີດັ່ງກ່າວ ແລະຜູ້ກະທຳຜິດຈະຖືກລົງໂທດຢ່າງໜັກໜ່ວງ. ທ່ານນາງເນັ້ນໜັກວ່າ, ລັດເຊຍ “ສະໜັບສະໜູນທຸກຄວາມມານະພະຍາຍາມເພື່ອຕ້ານການກໍ່ການຮ້າຍສາກົນ ແລະ ກ່າວປະນາມໃນທຸກຮູບການ ແລະ ການສະແດງໃຫ້ເຫັນ ແລະ ຢູ່ບ່ອນໃດກໍຕາມການກະທຳກໍ່ການຮ້າຍ.”
ຕາມເຈົ້າໜ້າທີ່ ກະຊວງການຕ່າງປະເທດ ຣັດເຊຍແລ້ວ, ການສັງຫານພົນລະເຮືອນໂດຍເຈດຕະນາເພື່ອບັນລຸເປົ້າໝາຍໃດໜຶ່ງແມ່ນບໍ່ສາມາດຮັບເອົາໄດ້. ການຕໍ່ສູ້ຕ້ານກັບຄວາມຊົ່ວຮ້າຍນີ້ຕ້ອງຄົງເປັນຈຸດສຸມຂອງທຸກກຳລັງສຸຂະພາບຂອງປະຊາຄົມສາກົນ.
ຕອນຄ່ຳວັນທີ 22 ມີນານີ້, ບັນດາມືປືນຫຼາຍຄົນໄດ້ບຸກໂຈມຕີຢູ່ໂຮງລະຄອນ Crocus City Hall ໃກ້ກັບນະຄອນຫຼວງ Moscow. ຕາມ ກະຊວງສາທາລະນະສຸກ ຣັດເຊຍແລ້ວ, ນອກຈາກຜູ້ເສຍຊີວິດແລ້ວ, ຍັງມີ 147 ຄົນໄດ້ຮັບບາດເຈັບ. ໜ່ວຍງານຮັກສາຄວາມປອດໄພໄດ້ຈັບຕົວຜູ້ກ່ຽວຂ້ອງ 11 ຄົນ, ໃນນັ້ນມີ 4 ຜູ້ຕ້ອງສົງໄສໂດຍກົງ.
VNA
ທີ່ມາ










(0)