ກ່າວຄຳເຫັນທີ່ການແຫ່ຂະບວນປະທ້ວງຢູ່ Caracas ໃນວັນທີ 13 ພະຈິກ, ທ່ານ Maduro ເນັ້ນໜັກວ່າ: “ຂ້າພະເຈົ້າຮຽກຮ້ອງປະຊາຊົນອາເມລິກາ ຈົ່ງສາມັກຄີກັນເພື່ອ ສັນຕິພາບ . ທ່ານຍັງໄດ້ສົ່ງສານເຖິງປະທານາທິບໍດີອາເມລິກາ Donald Trump, ຮຽກຮ້ອງໃຫ້ດຳເນີນການຊອກຫາສັນຕິພາບ.
.png)
ຫວ່າງມໍ່ໆມານີ້, ອາເມລິກາໄດ້ສົ່ງກຳລັງໄປຍັງ Caribbean ຕື່ມອີກ ແລະ ດຳເນີນການບຸກໂຈມຕີທາງອາກາດໃສ່ບັນດາກຳປັ່ນທີ່ຖືກກ່າວຫາວ່າຄ້າຂາຍຢາເສບຕິດ. ໃນບໍ່ເທົ່າໃດເດືອນຜ່ານມາ, ກອງທັບອາເມລິກາໄດ້ທຳລາຍກຳປັ່ນປະມານ 20 ລຳ, ເຮັດໃຫ້ມີຜູ້ເສຍຊີວິດເກືອບ 80 ຄົນ.
ທ່ານ Maduro ໄດ້ກ່າວເຕືອນຊ້ຳແລ້ວຊ້ຳອີກວ່າ ເວເນຊູເອລາ ພວມປະເຊີນໜ້າກັບໄພຂົ່ມຂູ່ອັນຮ້າຍແຮງທີ່ສຸດຂອງການບຸກລຸກຈາກອາເມລິກາ ໃນຮອບ 100 ປີຜ່ານມາ, ໃນຂະນະທີ່ ອາເມລິກາ ໄດ້ກ່າວຫາລັດຖະບານເວເນຊູເອລາວ່າ ບໍ່ໄດ້ກະທຳຢ່າງພຽງພໍເພື່ອຕ້ານການຄ້າຢາເສບຕິດ.
ຫວ່າງມໍ່ໆມານີ້, ເວເນຊູເອລາໄດ້ດຳເນີນການເຄື່ອນໄຫວ “ລະດົມກຳລັງທະຫານ, ອາວຸດຍຸດໂທປະກອນ” ຢ່າງຫຼວງຫຼາຍເພື່ອຕ້ານການເພີ່ມຂຶ້ນຂອງກອງທັບເຮືອ ແລະ ການທະຫານ ຂອງອາເມລິກາຢູ່ທະເລ Caribbean.
ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດເວເນຊູເອລາ ທ່ານ Vladimir Padrino López ແລ້ວ, ການຜັນຂະຫຍາຍກຳລັງຂອງເວເນຊູເອລາ ແມ່ນສ່ວນໜຶ່ງຂອງ “ແຜນການເອກະລາດ 200” – ຍຸດທະສາດການທະຫານ - ພົນລະເຮືອນລວມ ເພື່ອລະດົມກຳລັງທະຫານ, ທະຫານ ແລະ ຕຳຫຼວດ ເພື່ອປົກປັກຮັກສາປະເທດ.
ການຊ້ອມຮົບດັ່ງກ່າວຍັງມີການເຂົ້າຮ່ວມກອງກຳລັງ Bolivarian Militia, ກອງກຳລັງສຳຮອງພົນລະເຮືອນທີ່ສ້າງຂຶ້ນໂດຍອະດີດປະທານາທິບໍດີ Hugo Chavez. ປະຈຸບັນ, ກອງທັບແຫ່ງຊາດ Bolivarian ມີທະຫານປະມານ 123,000 ຄົນ.
ທີ່ມາ: https://congluan.vn/tong-thong-venezuela-keu-goi-nguoi-dan-my-ung-ho-hoa-binh-10317798.html






(0)