ວັນທີ 24 ສິງຫານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນຢືນຢັນວ່າ, ປະຈຸບັນປັກກິ່ງພວມຊຸກຍູ້ການຫັນເປັນທັນສະໄໝດ້ວຍການພັດທະນາທີ່ມີຄຸນນະພາບສູງ, ແນໃສ່ເປີດໂອກາດການຮ່ວມມືໃໝ່ກັບເອທິໂອເປຍ.
| ທ່ານສີຈິ້ນຜິງ ປະທານປະເທດຈີນ (ຂວາ) ແລະ ທ່ານນາຍົກລັດຖະມົນຕີ ເອທິໂອເປຍ Abiy Ahmed (ຊ້າຍ) ໄດ້ພົບປະກັນຢູ່ນອກກອງປະຊຸມສຸດຍອດ BRICS ຄັ້ງທີ 15 ທີ່ນະຄອນ Johannesburg ປະເທດອາຟຣິກາໃຕ້ ໃນວັນທີ 24 ສິງຫາ. |
ທ່ານສີຈິ້ນຜິງໄດ້ພົບປະກັບທ່ານນາຍົກລັດຖະມົນຕີເອທິໂອເປຍ Abiy Ahmed ຢູ່ນອກກອງປະຊຸມສຸດຍອດ BRICS ຄັ້ງທີ 15 ຢູ່ອາຟຣິກາໃຕ້, ວັນທີ 24 ສິງຫາ, ທ່ານກ່າວເນັ້ນວ່າ, ຈີນແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈແລະຄູ່ຮ່ວມມືທີ່ແທ້ຈິງຂອງເອທິໂອເປຍ.
ຕາມທ່ານຜູ້ນຳຈີນແລ້ວ, ສອງປະເທດໄດ້ຮັກສາການແລກປ່ຽນແລະການພົວພັນລະຫວ່າງສອງປະເທດເປັນປະຈຳໃນຊຸມປີມໍ່ໆມານີ້, ໄດ້ບັນລຸໝາກຜົນໃນຂອບເຂດການຮ່ວມມືໜຶ່ງແລວທາງໜຶ່ງເສັ້ນທາງ (BRI) ແລະເວທີປາໄສການຮ່ວມມືຈີນ-ອາຟຼິກາ.
ທ່ານສີຈິ້ນຜິງກ່າວວ່າ, ຈີນເອົາໃຈໃສ່ເປັນຢ່າງດີຕໍ່ການພົວພັນກັບເອທິໂອເປຍ, ສະໜັບສະໜູນຂະບວນ ການສັນຕິພາບ ແລະການພັດທະນາ, ຍິນດີຊຸກຍູ້ການພົວພັນລະຫວ່າງສອງປະເທດແລະເປີດກວ້າງການຮ່ວມມືຮອບດ້ານ, ເພື່ອໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ເອທິໂອເປຍໄດ້ຮັບຄວາມກ້າວໜ້າ.
ນອກນີ້, ທ່ານສີຈິ້ນຜິງກ່າວວ່າ, ສອງຝ່າຍຄວນສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງແໜ້ນແຟ້ນໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຫຼັກແລະຄວາມສົນໃຈທີ່ສຳຄັນ, ເພີ່ມທະວີການສົມທົບກັນລະຫວ່າງຂໍ້ລິເລີ່ມ BRI ທີ່ຈີນສະເໜີແລະແຜນການພັດທະນາວິໄສທັດສິບປີຂອງເອທິໂອເປຍ (2021-2030), ແລະເລັ່ງລັດການພັດທະນາໂຄງການຮ່ວມມືລວມທັງການພັດທະນາທາງລົດໄຟສີຂຽວ Addis Ababa-D.
ສ່ວນທ່ານນາຍົກລັດຖະມົນຕີ Abiy Ahmed ຖືວ່າ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ເອທິໂອເປຍ ແລະ ຈີນ ນັບມື້ນັບເລິກເຊິ່ງກວ້າງຂວາງ, ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນເສັ້ນທາງພັດທະນາທີ່ດີ, ພ້ອມທັງຕີລາຄາສູງການໜູນຊ່ວຍອັນລ້ຳຄ່າຂອງ ຈີນ ໃຫ້ແກ່ປະເທດຊາດໃນໄລຍະຍາວນານ.
ຕາມທ່ານ Ahmed ແລ້ວ, ຍ້ອນການຊ່ວຍເຫຼືອແລະການຮ່ວມມືຈາກຈີນ, ເອທິໂອເປຍໄດ້ຮັບການພັດທະນາແລະການຫັນປ່ຽນຢ່າງພົ້ນເດັ່ນໃນຊຸມປີມໍ່ໆມານີ້. ນອກນັ້ນ, ທ່ານນາຍົກລັດຖະມົນຕີ Ethiopia ກໍ່ໃຫ້ຮູ້ວ່າ: ສອງປະເທດມີປະສົບການ ແລະ ທັດສະນະທີ່ຄ້າຍຄືກັນໃນຫຼາຍບັນຫາໃຫຍ່.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ Ahmed ຢືນຢັນວ່າ: ອີທິໂອເປຍ ຕີລາຄາສູງການພົວພັນມິດຕະພາບກັບຈີນ, ຍຶດໝັ້ນນະໂຍບາຍ “ຈີນດຽວ”, ສະໜັບສະໜູນຂໍ້ລິເລີ່ມພັດທະນາຂອງໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ ແລະ ຂໍ້ລິເລີ່ມດ້ານພົນລະເຮືອນສາກົນທີ່ທ່ານປະທານປະເທດ Xi Jinping ໄດ້ສະເໜີ, ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມມືໃນຂອບ BRI.
ນອກນີ້, ການນຳເອທິໂອເປຍຍັງສະແດງຄວາມປາດຖະໜາຂອງປະເທດຕົນທີ່ຈະເຂົ້າຮ່ວມ BRICS ໂດຍໄວ, ເພື່ອຊຸກຍູ້ການຮ່ວມມືຢ່າງໃກ້ຊິດກັບປັກກິ່ງໃນກົນໄກຫຼາຍຝ່າຍ, ເປີດກວ້າງອະນາຄົດທີ່ດີກວ່າເກົ່າຂອງສອງປະເທດ.
ທີ່ມາ










(0)