
ໃນຂອບເຂດກອງປະຊຸມສຸດຍອດດີຈີຕອນ ASOCIO 2025, ໄດ້ດຳເນີນແຕ່ວັນທີ 11 – 13/11/2025 ຢູ່ໄຕ້ຫວັນ (ຈີນ), ບັນດາອົງການ, ວິສາຫະກິດ ຫວຽດນາມ ໄດ້ຮັບລາງວັນ 11 ລາງວັນ.
ໃນນັ້ນ, ລາງວັນ ASOCIO ໃນໝວດ “ລັດຖະບານດີຈີຕອນ” ໄດ້ມອບໃຫ້ຄະນະກຳມະການປະຊາຊົນນະ ຄອນຮ່າໂນ້ຍ ຜ່ານສູນຄຸ້ມຄອງ ແລະ ປະຕິບັດການຈະລາຈອນຮ່າໂນ້ຍ. ນີ້ບໍ່ພຽງແຕ່ແມ່ນການຮັບຮູ້ບັນດາຄວາມມານະພະຍາຍາມທີ່ພົ້ນເດັ່ນໃນການພັດທະນາການຈະລາຈອນອັດສະລິຍະເທົ່ານັ້ນ, ຫາກຍັງຢືນຢັນວິໄສທັດຂອງຫວຽດນາມ ກ່ຽວກັບນະຄອນດີຈີຕອນທີ່ປອດໄພ, ທັນສະໄໝ ແລະ ຍືນຍົງ.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/ubnd-thanh-pho-ha-noi-dat-giai-thuong-chinh-phu-so-tai-asocio-2025-post1076967.vnp






(0)