
ໃນເວລາຕອບສຳພາດຕໍ່ນັກຂ່າວໃນວັນນີ້, ທ່ານຮອງຫົວໜ້າກົມ ກິລາ ຫວຽດນາມ, ຫົວໜ້າຄະນະຜູ້ແທນກິລາຫວຽດນາມ ປະຈຳງານມະຫາກຳກິລາຊີເກມຄັ້ງທີ 33, ທ່ານ ຫງວຽນຮົ່ງມິນ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງປະເທດເຈົ້າພາບ ໄທ ທີ່ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງເພື່ອຈັດຕັ້ງງານມະຫາກຳກິລາຄັ້ງທີ 33.
“ເຖິງວ່າປະເທດເຈົ້າພາບຈະປະສົບກັບໄພພິບັດທຳມະຊາດ ແລະ ຢູ່ໃນຄວາມໄວ້ອາໄລຕໍ່ພະມະຫາກະສັດ ສິຣິກິດ ກໍຕາມ, ໄທ ຍັງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນການເປັນເຈົ້າພາບງານມະຫະກຳກິລາຊີເກມ ຄັ້ງທີ 33, ນີ້ແມ່ນຄວາມມານະພະຍາຍາມທີ່ໜ້າຊົມເຊີຍ, ສະນັ້ນ, ຄວາມຮັບຜິດຊອບຂອງຄະນະທີ່ເຂົ້າຮ່ວມ, ໃນນັ້ນມີຄະນະຜູ້ແທນກິລາຫວຽດນາມ ກໍ່ຄືການປະກອບສ່ວນໃຫ້ແກ່ຄະນະຈັດຕັ້ງຈັດຕັ້ງງານມະຫະກຳກິລາຊີເກມ ໃຫ້ປະສົບຜົນສຳເລັດ”.
ກ່ຽວກັບອົງປະກອບຂອງຄະນະນັກກິລາຫວຽດນາມ, ນອກຈາກບັນດາທ່ານໝໍຮັບໃຊ້ທິມບານເຕະແລ້ວ, ຄັ້ງນີ້, ຄະນະຜູ້ແທນກໍ່ມີທ່ານໝໍ 19 ຄົນຈາກໂຮງໝໍກິລາຫວຽດນາມ ແລະ ສູນຝຶກຊ້ອມແຫ່ງຊາດ, ຮັບຜິດຊອບເບິ່ງແຍງສຸຂະພາບ, ປິ່ນປົວບາດແຜ ແລະ ຮ່າງກາຍໃຫ້ນັກກິລາຕະຫຼອດການແຂ່ງຂັນ.

“ນີ້ແມ່ນວຽກງານໃຫຍ່ ແລະ ຫຍຸ້ງຍາກ. ພວກຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ດ້ວຍຄວາມເອົາໃຈໃສ່ຂອງລັດກ່ຽວກັບບັນດານະໂຍບາຍ, ລະບອບ, ພະນັກງານ ແພດໝໍ ກິລາຈະໄດ້ຮັບການປັບປຸງ, ປະກອບສ່ວນພັດທະນາຄະນະວິຊາການ, ຮັກສາລະດັບພາກພື້ນ, ມຸ່ງໄປເຖິງບັນດາເວທີປາໄສອາຊຽນ ແລະ Olympic.
ນອກຈາກນັ້ນ, ກິລາຫວຽດນາມ ພວມໝູນໃຊ້ ວິທະຍາສາດ ແລະ ເຕັກໂນໂລຊີຢ່າງແຂງແຮງ, ໃນນັ້ນມີປັນຍາປະດິດ (AI), ເຂົ້າໃນການວາງແຜນການແຂ່ງຂັນ, ວິເຄາະຍຸດທະວິທີ ແລະ ການປະຕິບັດ, ພິເສດແມ່ນໃນທີມບານເຕະ ແລະ ກິລາປະເພດອື່ນໆ. ຄະນະຜູ້ແທນຍັງໄດ້ປະສານສົມທົບກັບບັນດາບໍລິສັດພາຍໃນປະເທດເພື່ອຜັນຂະຫຍາຍການນຳໃຊ້ເຕັກໂນໂລຊີ AI, ມຸ່ງໄປເຖິງທຸກຄະນະທີ່ເຂົ້າຮ່ວມການຝຶກອົບຮົມ ແລະ ແຂ່ງຂັນໃນອະນາຄົດ.
ຫົວໜ້າຄະນະຜູ້ແທນ ຫງວຽນຮົ່ງມິງ ເນັ້ນໜັກວ່າ: ການແຂ່ງຂັນກັບຄູ່ແຂ່ງທີ່ແຂງແຮງໃນພາກພື້ນຄື: ໄທ, ອິນໂດເນເຊຍ ຫຼື ສິງກະໂປ ທີ່ມີບັນດາກິລາບັນລຸມາດຖານລະດັບໂລກໃນບາງກິລາຈະເປັນກຳລັງຊຸກຍູ້ໃຫ້ນັກກິລາຫວຽດນາມ ປັບປຸງສີມືແຮງງານ, ຮັດແຄບຊ່ອງຫວ່າງເທື່ອລະກ້າວ ແລະ ມຸ່ງໄປເຖິງບັນດາຜົນງານທີ່ສູງຂຶ້ນຢູ່ອາຊີ ແລະ ໂອລິມປິກ.
ທີ່ມາ: https://tienphong.vn/ung-dung-ai-cham-soc-suc-khoe-chien-luoc-cua-the-thao-viet-nam-tai-sea-games-33-post1802937.tpo










(0)